ສະຖາບັນ​ຄົ້ນຄວ້າ​ ຊັບພະຍາກອນ​ທຳມະຊາດ​ ແລະ​ ສິ່ງແວດລ້ອມ

Natural Resources and Environment Research Institute (NRERI)

ໜ້າທີ່ຂອງແຕ່ລະພະແນກ

ຫນ້າທີ່ຂອງແຕ່ລະພະແນກ

1: ໜ້າທີ່ຂອງ ພະແນກ ສະຖິຕິ ແລະ ຂໍ້ມູນຂ່າສານ

  1. ປະຕິບັດນະໂຍບາຍ, ຍຸດທະສາດ, ກົດຫມາຍ ແລະ ນິຕິກໍາລຸ່ມກົດຫມາຍຂອງລັດຖະບານ, ກະຊວງ ແລະ ສະຖາບັນ ວາງອອກໃຫ້ໄດ້ຮັບຜົນດີ
  2. ຫັນເອົາເເຜນການ, ແຜນງານ, ໂຄງການ ຂອງສະຖາບັນມາເປັນຫນ້າວຽກອັນລະອຽດຂອງພະແນກ ພ້ອມທັງຈັດຕັ້ງປະຕິບັດ ໃຫ້ມີປະສິດທິຜົນສູງ
  3. ສົມທົບກັບ ຫ້ອງການກະຊວງ ສ້າງນິຕິກໍາ, ລະບຽບການ, ຄໍາແນະນໍາ ແລະ ປື້ມຄູ່ມືຕ່າງໆ ເພື່ອເປັນບ່ອນອີງ ຈັດຕັ້ງປະຕິບັດ ທາງດ້ານວິຊາການໃນການພັດທະນາ, ຄຸ້ມຄອງ, ເກັບກໍາ, ສັງລວມຂໍ້ມູນຂ່າວສານ ເຂົ້າໃນ ລະບົບຖານຂໍ້ມູນຊັບພະຍາກອນທໍາມະຊາດ ແລະ ສິ່ງເເວດລ້ອມ
  4. ສ້າງແຜນການລວມຂອງສະຖາບັນ, ສັງລວມ ການຈັດຕັ້ງປະຕິບັດ ແລະ ຜັນຂະຫຍາຍ ບັນດານະໂຍບາຍ, ຍຸດທະສາດ, ກົດຫມາຍ, ລະບຽບການຕ່າງໆ ທີ່ກະຊວງ ແລະ
    ສະຖາບັນວາງອອກ
  5. ປະສານສົມທົບກັບບັນດາພະແນກວິຊາການພາຍໃນສະຖາບັນ ສ້າງແຜນການນໍາໃຊ້ງົບປະມານແຫ່ງລັດງົບປະມານຊ່ວຍເຫຼືອ ແລະ ລາຍຮັບວິຊາການ ເພື່ອຮັບໃຊ້ວຽກງານວິຊາການຂອງສະຖາບັນ ພ້ອມທັງຄຸ້ມຄອງ, ສະຫຼຸບລາຍງານ ການນໍາໃຊ້ງົບປະມານຕາມລະບຽບການ
  6. ຕິດຕາມ, ຊຸກຍູ້, ອໍານວຍຄວາມສະດວກ ແລະ ປະເມີນຜົນການຈັດຕັ້ງປະຕິບັດແຜນງານ, ໂຄງການ ແລະ ການນໍາໃຊ້ງົບປະມານ ຂອງບັນດາພະແນກ ໃນແຕ່ລະໄລຍະ ແລະ ສະຫຼຸບລາຍງານ ຄະນະສະຖາບັນຢ່າງເປັນ ປົກກະຕິ
  7. ສັງລວມ ແລະ ຄຸ້ມຄອງ ການເກັບກໍາຄ່າທໍານຽມ, ຄ່າບໍລິການລາຍຮັບວິຊາການ ຈາກການບໍລິການວຽກງານ ຄົ້ນຄວ້າ ເເລະ ວິໄຈ ກ່ຽວກັບ ຊັບພະຍາກອນທໍາມະຊາດ ເເລະ ສິ່ງເເວດລ້ອມ ມອບເຂົ້າ ຄັງເງິນແຫ່ງຊາດ
  8.  ສັງລວມ ເເລະ ສ້າງແຜນການເຄື່ອນໄຫວວຽກຂອງ ສະຖາບັນປະຈໍາເດືອນ, 3 ເດືອນ, 6 ເດືອນ, ປະຈໍາປີ, ແຜນດໍາເນີນງານ 5 ປີ, ແຜນຍຸດທະສາດ ແລະ ວິໄສທັດ ພ້ອມທັງສະຫລຸບລາຍງານ ການຈັດຕັ້ງປະຕິບັດໃນ ແຕ່ລະໄລຍະ ບົນພື້ນຖານການສັງລວມຈາກບົດລາຍງານສະເພາະຂອງ ເເຕ່ລະພະແນກ
  9. ເປັນໃຈກາງປະສານງານກັບ ກົມຈັດຕັ້ງ ເເລະ ພະນັກງານ ແລະ ບັນດາພະແນກພາຍໃນສະຖາບັນ ໃນວຽກງານ ຄຸ້ມຄອງ, ກໍ່ສ້າງ, ຊັບຊ້ອນ ພະນັກງານລັດຖະກອນ, ຂຶ້ນແຜນກໍານົດຕໍາແຫນ່ງງານ, ການສົ່ງເສີມບົດບາດຍິງຊາຍ, ການປະຕິບັດນະໂຍບາຍເລື່ອນຊັ້ນ, ເລື່ອນຂັ້ນ, ຍ້ອງຍໍ ຫລື ປະຕິບັດວິໄນຕໍ່ພະນັກງານລັດຖະກອນ ຂອງສະຖາບັນ ຕາມລະບຽບທີ່ກໍານົດ ລວມທັງການຄົ້ນຄວ້ານໍາສະເຫນີຂັ້ນເທິງພິຈາລະນາປັບປຸງກົງຈັກການຈັດຕັ້ງ;
  10. ເກັບກໍາສະຖິຕິພະນັກງານ ສ້າງເປັນຖານຂໍ້ມູນພາຍໃນສະຖາບັນ ແລະ ປະສານສົມທົບ ກັບບັນດາພະແນກ ດໍາເນີນການປະເມີນຜົນ ການຈັດຕັ້ງປະຕິບັດວຽກງານຂອງ ພະນັກງານລັດຖະກອນປະຈໍາປີ;
  11. ສົມທົບກັບກົມແຜນການ ເເລະ ການເງິນ ເເລະ ບັນດາພະແນກພາຍໃນສະຖາບັນ ໃນການສ້າງແຜນການຮ່ວມມື ທັງ ພາຍໃນ, ຕ່າງປະເທດ ເເລະ ອົງການຈັດຕັ້ງສາກົນຕ່າງໆ ເພື່ອຂົນຂວາຍການສະຫນັບສະຫນູນດ້ານເຕັກນິກວິຊາການ ເເລະ ງົບປະມານ ເພື່ອເຄື່ອນໄຫວວຽກງານວິຊາການຕາມການມອບຫມາຍ ເເລະ ເຫັນດີຂອງຂັ້ນເທິງ;
  12.  ເປັນເຈົ້າການໃນການຈັດກອງປະຊຸມເຜີຍແຜ່ຜົນການຄົ້ນຄວ້າວິໄຈດ້ານວິຊາການ, ການສໍາມະນາ, ການຝຶກ ອົບຮົມກ່ຽວກັບວຽກງານ ສະຖິຕິ ແລະ ຂໍ້ມູນຂ່າວສານ ຊສ
  13. ສ້າງ ແລະ ຄຸ້ມຄອງຖານຂໍ້ມູນ ສັງລວມຜົນການຄົ້ນຄວ້າວິໄຈດ້ານວິຊາການຂອງສະຖາບັນ ເເລະ ເປັນໃຈກາງ ໃຫ້ບໍລິການດ້ານຂໍ້ມູນໃຫ້ແກ່ພາກສ່ວນຕ່າງໆ ຊຸກຍູ້ບັນດາພະແນກວິຊາການສ້າງບົດຄົ້ນຄວ້າວິໄຈ ເພື່ອເຜີຍແຜ່ໃຫ້ສັງຄົມຮັບຊາບ
  14. ກໍານົດຕົວຊີ້ບອກ, ສໍາຫຼວດສ້າງບັນຊີ ຊັບພະຍາກອນທໍາມະຊາດ ແລະ ສິ່ງແວດລ້ອມເພື່ອຮັບໃຊ້ເຂົ້າໃນການ ຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດສັງຄົມ ແລະ ເຊື່ອມສານເຂົ້າໃນເປົ້າຫມາຍການພັດທະນາ ແບບ ຍືນຍົງ ຕິດພັນກັບຂະແຫນງການຊັບພະຍາກອນທໍາມະຊາດ ເເລະ ສິ່ງເເວດລ້ອມ
  15. ເປັນໃຈກາງໃນການເກັບກໍາ, ສັງລວມ, ປຸງແຕ່ງ, ວິໄຈ ແລະ ວິເຄາະຕາມຂະບວນການວິທະຍາສາດ ດ້ານສະຖິຕິ ເເລະ ຂໍ້ມູນຂ່າວສານ ຊສ
  16. ພັດທະນາ ແລະ ຄຸ້ມຄອງຖານຂໍ້ມູນ (ສະຖິຕິ ຊສ) ແຕ່ລະຂົງເຂດເຊັ່ນ: ທີ່ດິນ, ຊັບພະຍາກອນນໍ້າ, ອຸຕຸນິ ຍົມອຸທົກກະສາດ, ປ່າໄມ້ ແລະ ຊີວະນາໆພັນ, ທໍລະນີສາດແຮ່ທາດ ແລະ ສິ່ງເເວດລ້ອມ ແລະ ການປ່ຽນ ແປງດິນຟ້າອາກາດ ເພື່ອລວບລວມຢູ່ໃນລະບົບຖານຂໍ້ມູນດຽວ
  17. ສ້າງສໍານວນ, ສໍາເນົາ, ຢັ້ງຢືນຄວາມຖືກຕ້ອງ, ເຜີຍແຜ່ ແລະ ບໍລິການສະຖິຕິ ແລະ ຂໍ້ມູນຂ່າວສານ ອອກສູ່ ສັງຄົມຢ່າງກ້ວາງຂວາງ ແລະ ທົ່ວເຖິງໃນຂອບເຂດທົ່ວປະເທດ; ເກັບຮັກສາ, ປ້ອງກັນ ແລະ ປັບປຸງແກ້ໄຂໃນ ເເຕ່ລະໄລຍະ ໃຫ້ສາມາດແລກປ່ຽນ ແລະ ເຊື່ອມໂຍງເຄືອຂ່າຍສະຖິຕິ ແລະ ຂໍ້ມູນຂ່າວສານ ຊັບພະຍາກອນ ທໍາມະຊາດ ແລະ ສິ່ງເເວດລ້ອມ ໃນຂອບເຂດທົ່ວປະເທດ
  18. ຄຸ້ມຄອງ ແລະ ພັດທະນາຫ້ອງສະຫມຸດ ໃຫ້ເປັນລະບົບເອເລັກໂຕຼນິກທີ່ທັສະໄຫມ
  19. ປະສານສົມທົບກັບກົມ, ກອງ ພາຍໃນ ກຊສ ເເລະ ພາກສ່ວນທີ່ກ່ຽວຂ້ອງ ຂັ້ນສູນກາງ ເເລະ ທ້ອງຖິ່ນ ໃນວຽກງານເກັບກໍາສະຖິຕິ ເເລະ ຂໍ້ມູນຂ່າວສານ
  20. ຕິດຕາມການປະຕິບັດສິດ, ຫນ້າທີ່ ແລະ ຄວາມຮັບຜິດຊອບ ຂອງພະນັກງານລັດຖະກອນ ທີ່ຂຶ້ນກັບສິດຄຸ້ມ ຄອງຂອງພະແນກຕົນ ເພື່ອສະກັດກັ້ນປະກົດການລະເມີດມະຕິ, ຄໍາສັ່ງ, ກົດຫມາຍ ແລະ ລະບຽບການຕ່າງໆ ຂອງລັດ
  21. ຄຸ້ມຄອງຊັບສິນຂອງລັດ ເເລະ ຈໍລະຈອນແຈກຢາຍເອກະສານ ຂາເຂົ້າຂາອອກຕ່າງໆ ຂອງແຕ່ລະພະແນກພ້ອມ ທັງສ້າງເເຜນການ, ງົບປະມານ ເເລະ ສະຫຼຸບລາຍງານການເຄື່ອນໄຫວວຽກງານ ຕໍ່ຫົວຫນ້າສະຖາບັນ ໃນເເຕ່ລະໄລຍະ;
  22. ຄຸ້ມຄອງ, ກວດກາ, ບູລະນະຮັກສາການນໍາໃຊ້ພາຫະນະ, ອຸປະກອນ, ຊັບສິນ, ເອກະສານ ຂອງສະຖາບັນ ແລະ ພະແນກຕົນ ພ້ອມທັງຂຶ້ນແຜນການ ແລະ ງົບປະມານ ແລະ ສະຫຼຸບລາຍງານຕາມແຕ່ລະໄລຍະ;
  23. ປະຕິບັດຫນ້າທີ່ອື່ນໆ ຕາມທີ່ໄດ້ກໍານົດໄວ້ໃນກົດຫມາຍ, ລະບຽບການ ແລະ ຕາມການມອບຫມາຍຂອງຫົວຫນ້າ ສະຖາບັນ

2: ໜ້າທີ່ຂອງ ພະແນກຄົ້ນຄ້ວາ ຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມ

  1. ປະຕິບັດນະໂຍບາຍ, ຍຸດທະສາດ, ກົດຫມາຍ ແລະ ນິຕິກໍາລຸ່ມກົດຫມາຍຂອງລັດຖະບານ, ກະຊວງ ແລະ ສະຖາບັນ ວາງອອກໃຫ້ໄດ້ຮັບຜົນດີ
  2. ຫັນເອົາແຜນການ, ແຜນງານ, ໂຄງການ ຂອງສະຖາບັນມາເປັນຫນ້າວຽກອັນລະອຽດຂອງພະແນກ ພ້ອມທັງຈັດຕັ້ງປະຕິບັດ ໃຫ້ມີປະສິດທິຜົນສູງ
  3. ສໍາຫຼວດ, ເກັບກໍາ ແລະ ສັງລວມຂໍ້ມູນ ເພື່ອຮັບໃຊ້ວຽກງານຄົ້ນຄວ້ານິເວດ ແລະ ສິ່ງແວດລ້ອມ ແລະ ການສ້າງຖານຂໍ້ມູນຂອງສະຖາບັນ
  4. ຄົ້ນຄວ້າເຕັກໂນໂລຊີທີ່ເຫມາະສົມ ແລະ ເປັນມິດຕໍ່ສິ່ງແວດລ້ອມ ເພື່ອແນໃສ່ສົ່ງເສີມຄຸນນະພາບສິ່ງແວດລ້ອມການນໍາໃຊ້ຊັບພະຍາກອນທໍາມະຊາດ ທີ່ມີປະສິດທິຜົນ ແລະ ການຜະລິດທີ່ຍືນຍົງ
  5. ຄົ້ນຄວ້າຜົນກະທົບຂອງມົນລະພິດຕໍ່ສິ່ງແວດລ້ອມ ແລະ ສັງຄົມ: ມົນລະພິດທາງອາກາດ, ນໍ້າ ເເລະ ສິ່ງເສດເຫຼືອ;
  6. ຄົ້ນຄວ້າການປັບຕົວ ເເລະ ຫຼຸດຜ່ອນຜົນກະທົບຈາກການປ່ຽນແປງດິນຟ້າອາກາດ
  7. ຄົ້ນຄວ້າ ແລະ ກວດຜ່ານດ້ານເຕັກນິກວິຊາການ ບົດປະເມີນຜົນກະທົບຕໍ່ສິ່ງແວດລ້ອມຂອງໂຄງການຕ່າງໆ;
  8. ຄົ້ນຄວ້າຄວາມອຸດົມສົມບູນ ຂອງລະບົບນິເວດວິທະຍາ ແລະ ພູມປັນຍາພື້ນບ້ານ ທີ່ເປັນທ່າແຮງໃຫ້ແກ່ການພັດທະນາເສດຖະກິດ ເເລະ ສັງຄົມ
  9. ຕິດຕາມການປະຕິບັດສິດ, ຫນ້າທີ່ ເເລະ ຄວາມຮັບຜິດຊອບ ຂອງພະນັກງານລັດຖະກອນ ທີ່ຂຶ້ນກັບສິດຄຸ້ມຄອງ ຂອງພະແນກຕົນ ເພື່ອສະກັດກັ້ນ ປະກົດການລະເມີດມະຕິ, ຄໍາສັ່ງ, ກົດຫມາຍ ແລະ ລະບຽບການຕ່າງໆຂອງລັດ;
  10. ຄຸ້ມຄອງຊັບສິນຂອງລັດ ແລະ ເອກະສານຕ່າງໆ ຂອງພະແນກ ພ້ອມທັງສ້າງແຜນການ, ງົບປະມານ ແລະ ສະຫຼຸບລາຍງານ ການເຄື່ອນໄຫວວຽກງານ ຕໍ່ຫົວຫນ້າສະຖາບັນ ໃນແຕ່ລະໄລຍະ
  11. ປະຕິບັດຫນ້າທີ່ອື່ນໆ ຕາມທີ່ໄດ້ກໍານົດໄວ້ໃນກົດຫມາຍ, ລະບຽບການ ແລະ ຕາມການມອບຫມາຍຂອງຫົວຫນ້າສະຖາບັນ

3: ໜ້າທີ່ຂອງ ພະແນກແບບຈຳລອງ

  1. ປະຕິບັດນະໂຍບາຍ, ຍຸດທະສາດ, ກົດຫມາຍ ແລະ ນິຕິກໍາລຸ່ມກົດຫມາຍຂອງລັດຖະບານ, ກະຊວງ ເເລະ ສະຖາບັນ ວາງອອກໃຫ້ໄດ້ຮັບຜົນດີ; 
  2. ຫັນເອົາແຜນການ, ແຜນງານ, ໂຄງການ ຂອງສະຖາບັນມາເປັນຫນ້າວຽກອັນລະອຽດຂອງພະແນກ ພ້ອມທັງຈັດຕັ້ງປະຕິບັດ ໃຫ້ມີປະສິດທິຜົນສູງ; 
  3. ສໍາຫຼວດ, ເກັບກໍາ ແລະ ສັງລວມຂໍ້ມູນ ເພື່ອຮັບໃຊ້ວຽກງານແບບຈໍາລອງ, ການວິເຄາະຊັບພະຍາກອນນໍ້າ, ອາກາດ ເເລະ ຖານຂໍ້ມູນ ຂອງສະຖາບັນ; 
  4. ນໍາໃຊ້ແບບຈໍາລອງອຸທົກກະສາດ ໃນການປະເມີນປະລິມານນໍ້າທີ່ມີໃນອ່າງຮັບນໍ້າ, ຜົນກະທົບຂອງການປ່ຽນແປງສະພາບອາກາດ, ການນໍາໃຊ້ທີ່ດິນຕໍ່ອຸທົກກະສາດ; 
  5. ນໍາໃຊ້ແບບຈໍາລອງການນໍາໃຊ້ນໍ້າ ໃນການປະເມີນການນໍາໃຊ້ນໍ້າຂອງຂະແຫນງການ ແລະ ຄວາມຕ້ອງການນໍ້າໃນອະນາຄົດ, ປະເມີນຜົນກະທົບຂອງແຜນພັດທະນາຕ່າງໆຂອງຂະແຫນງການ ຕໍ່ອຸທົກກະສາດ; 
  6. ນໍາໃຊ້ແບບຈໍາລອງຊົນລະສາດ ໃນການປະເມີນຄວາມສ່ຽງໄພນໍ້າຖ້ວມ, ຈໍາລອງແນວທາງໃນການປ້ອງກັນ ເເລະ ຫຼຸດຜ່ອນໄພນໍ້າຖ້ວມ, ສ້າງແຜນທີ່ໄພນໍ້າຖ້ວມ; 
  7. ນໍາໃຊ້ແບບຈໍາລອງນໍ້າໃຕ້ດິນ ໃນການປະເມີນລະດັບນໍ້າ, ທິດທາງການໄຫລຂອງນໍ້າໃຕ້ດິນ ແລະ ປະເມີນຜົນກະທົບຂອງແຜນການນໍາໃຊ້ນໍ້າ, ການປ່ຽນແປງສະພາບອາກາດຕໍ່ນໍ້າໃຕ້ດິນ; 
  8. ນໍາໃຊ້ແບບຈໍາລອງໃນການປະເມີນການແຜ່ກະຈາຍຂອງມົນລະພິດທາງນໍ້າ, ອາກາດ ເເລະ ອື່ນໆ; 
  9. ຄົ້ນຄວ້າ ແລະ ປະເມີນຊັບພະຍາກອນນໍ້າຫນ້າດິນ, ນໍ້າໃຕ້ດິນ, ຄຸນນະພາບນໍ້າ ເເລະ ອາກາດ, ໄພນໍ້າຖ້ວມ ເເລະ ອື່ນໆ;
  10. ໃຫ້ການບໍລິການດ້ານວິຊາການ ເເລະ ເຜີຍເເຜ່ຜົນສໍາເລັດຂອງການຄົ້ນຄວ້າ ແລະ ພັດທະນາເເບບຈໍາລອງ;
  11. ດໍາເນີນການວິເຄາະ, ນໍາໃຊ້ແບບຈໍາລອງ ເເລະ ພັດທະນາລະບົບການວິເຄາະຕ່າງໆ ໂດຍປະສານສົມທົບກັບພາກສ່ວນທີ່ກ່ຽວຂ້ອງ; 
  12. ເປັນເຈົ້າການໃນການຈັດກອງປະຊຸມເຜີຍແຜ່ຜົນການຄົ້ນຄວ້າວິໄຈດ້ານວິຊາການ, ການສໍາມະນາ, ການຝຶກອົບຮົມກ່ຽວກັບການສ້າງແບບຈໍາລອງທາງໄກ ແລະ ລະບົບຂໍ້ມູນ-ຂ່າວສານພູມສາດ; 
  13. ຕິດຕາມການປະຕິບັດສິດ, ຫນ້າທີ່ ແລະ ຄວາມຮັບຜິດຊອບ ຂອງພະນັກງານ-ລັດຖະກອນ ທີ່ຂຶ້ນກັບສິດຄຸ້ມຄອງ ຂອງພະແນກຕົນ ເພື່ອສະກັດກັ້ນ ປະກົດການລະເມີດມະຕິ, ຄໍາສັ່ງ, ກົດຫມາຍ ເເລະ ລະບຽບການຕ່າງໆຂອງລັດ;
  14. ຄຸ້ມຄອງຊັບສິນຂອງລັດ ເເລະ ເອກະສານຕ່າງໆ ຂອງພະແນກ ພ້ອມທັງສ້າງແຜນການ, ງົບປະມານ ແລະ ສະຫຼຸບລາຍງານການເຄື່ອນໄຫວວຽກງານ ຕໍ່ຫົວຫນ້າສະຖາບັນ ໃນແຕ່ລະໄລຍະ; 
  15. ປະຕິບັດຫນ້າທີ່ອື່ນໆ ຕາມທີ່ໄດ້ກໍານົດໄວ້ໃນກົດຫມາຍ, ລະບຽບການ ເເລະ ຕາມການມອບຫມາຍຂອງຫົວຫນ້າສະຖາບັນ. 

4: ໜ້າທີ່ຂອງ ພະແນກສຶບຢັ່ງທາງໄກ ແລະ ແຜນທີ່

  1. ປະຕິບັດນະໂຍບາຍ, ຍຸດທະສາດ, ກົດຫມາຍ ເເລະ ນິຕິກໍາລຸ່ມກົດຫມາຍຂອງລັດຖະບານ, ກະຊວງ ເເລະ ສະ ຖາບັນ ວາງອອກໃຫ້ໄດ້ຮັບຜົນດີ; 
  2. ຫັນເອົາເເຜນການ, ແຜນງານ, ໂຄງການ ຂອງສະຖາບັນມາເປັນຫນ້າວຽກອັນລະອຽດຂອງພະແນກ ພ້ອມທັງຈັດຕັ້ງປະຕິບັດ ໃຫ້ມີປະສິດທິຜົນສູງ; 
  3. ເກັບກໍາ, ສັງລວມ, ວິເຄາະ ເເລະ ປຸງແຕ່ງພາບຖ່າຍດາວທຽມຕ່າງໆ ແລະ ພາບຖ່າຍທາງອາກາດ ຕາມຂັ້ນຕອນ ແລະ ຂະບວນການທາງດ້ານເຕັກນິກວິທະຍາສາດ ດ້ວຍຫຼັກການເຕັກໂນໂລຊີ ສືບຢັ່ງທາງໄກ (ເຕັກໂນໂລຊີ ພາບຖ່າຍດາວທຽມ ແລະ ເຄື່ອງບິນບໍ່ມີຄົນຂັບ); 
  4. ກໍານົດບັນດາຕົວວັດແທກຕ່າງໆ ເພື່ອໃຊ້ສະແດງຂໍ້ມູນພື້ນທີ່ທາງພູມສາດ (Geospatial Data) ທີ່ໄດ້ຈາກ ເຕັກໂນໂລຊີພາບຖ່າຍດາວທຽມ ເພື່ອນໍາໄປໃຊ້ໃນການຈັດຕັ້ງປະຕິບັດ ແຜນພັດທະນາເສດຖະກິດ-ສັງຄົມ ທີ່ ຕິດພັນກັບເປົ້າຫມາຍການພັດທະນາແບບຍືນຍົງ (SDGs) ຂອງວຽກງານຊັບພະຍາກອນທໍາມະຊາດ ແລະ ສິ່ງແວດລ້ອມ, ການຫຼຸດຜ່ອນຄວາມສ່ຽງໄພພິບັດທໍາມະຊາດ ແລະ ການປ່ຽນແປງດິນຟ້າອາກາດ; 
  5. ນໍາໃຊ້ເຄື່ອງມືເຕັກໂນໂລຊີສືບຢັ່ງທາງໄກ, ລະບົບຂໍ້ມູນ-ຂ່າວສານພູມສາດ ແລະ ເຄື່ອງມືການສໍາຫຼວດລະບົບ RTK ເຂົ້າໃນການສໍາຫຼວດ, ເກັບກໍາ ແລະ ສັງລວມຂໍ້ມູນ-ຂ່າວສານ ທາງພູມສາດ ໃນຂົງເຂດຊັບພະຍາ ກອນທໍາມະຊາດ ເເລະ ສິ່ງເເວດລ້ອມ ເຂົ້າໃນລະບົບແຜນທີ່ດຽວ; 
  6. ສ້າງແຜນທີ່ວຽກງານສະເພາະ ກ່ຽວກັບ ຊັບພະຍາກອນທໍາມະຊາດ ເເລະ ສິ່ງເເວດລ້ອມ, ໄພພິບັດທໍາມະຊາດ ແລະ ການປ່ຽນແປງດິນຟ້າອາກາດ ເຊັ່ນ: ດິນ, ນໍ້າ, ປ່າໄມ້, ອາກາດ, ແຮ່ທາດ, ນໍ້າຖ້ວມ ແລະ ອື່ນໆ;
  7. ພັດທະນາ ແລະ ຄຸ້ມຄອງ ລະບົບຖານຂໍ້ມູນພື້ນທີ່ທາງພູມສາດ (Geospatial Server System) ຂອງ ຂະແຫນງການ ຊສ, ຂໍ້ມູນໄພພິບັດທໍາມະຊາດ ແລະ ການປ່ຽນແປງດິນຟ້າອາກາດ, ພ້ອມກັບການສ້າງສໍາ ນວນ-ສໍາເນົາ ຂໍ້ມູນພື້ນທີ່ທາງພູມສາດ (Geospatial Metadata) ຂອງລະບົບຖານຂໍ້ມູນພື້ນທີ່ທາງພູມ ສາດ (Geospatial System); 
  8. ສົມທົບກັບຫ້ອງການກະຊວງ ຄົ້ນຄວ້າ, ສ້າງຄູ່ມື, ລະບຽບການຕ່າງໆ ໃນການນໍາໃຊ້ເຕັກໂນໂລຊີສືບຢັ່ງທາງໄກ (Remote Sensing), ລະບົບຂໍ້ມູນ-ຂ່າວສານພູມສາດ (Geographic Information System) ແລະ ເຕັກນິກການສໍາຫຼວດລະບົບ RTK; 
  9. ເປັນເຈົ້າການໃນການຈັດກອງປະຊຸມເຜີຍແຜ່ຜົນການຄົ້ນຄວ້າວິໄຈດ້ານວິຊາການ, ການສໍາມະນາ, ການຝຶກ ອົບຮົມກ່ຽວກັບວຽກງານການຄຸ້ມຄອງນໍາໃຊ້ລະບົບເຕັກໂນໂລຊີ ສືບຢັ່ງທາງໄກ ແລະ ລະບົບຂໍ້ມູນ-ຂ່າວສານພູມສາດ; 
  10. ຕິດຕາມການປະຕິບັດສິດ, ຫນ້າທີ່ ແລະ ຄວາມຮັບຜິດຊອບ ຂອງພະນັກງານ-ລັດຖະກອນ ທີ່ຂຶ້ນກັບສິດຄຸ້ມ ຄອງຂອງພະແນກຕົນ ເພື່ອສະກັດກັ້ນ ປະກົດການລະເມີດມະຕິ, ຄໍາສັ່ງ, ກົດຫມາຍ ແລະ ລະບຽບການຕ່າງໆ ຂອງລັດ; 
  11. ຄຸ້ມຄອງຊັບສິນຂອງລັດ ແລະ ເອກະສານຕ່າງໆ ຂອງພະແນກ ພ້ອມທັງສ້າງແຜນການ, ງົບປະມານ ແລະ ສະຫຼຸບລາຍງານ ການເຄື່ອນໄຫວວຽກງານ ຕໍ່ຫົວຫນ້າສະຖາບັນ ໃນແຕ່ລະໄລຍະ; 
  12. ປະຕິບັດຫນ້າທີ່ອື່ນ ຕາມທີ່ໄດ້ກໍານົດໄວ້ໃນກົດຫມາຍ, ລະບຽບການ ແລະ ຕາມການມອບຫມາຍຂອງຫົວຫນ້າສະຖາບັນ. 

5: ໜ້າທີ່ຂອງ ຫ້ອງທົດລອງສິ່ງແວດລ້ອມ

  1. ປະຕິບັດນະໂຍບາຍ, ຍຸດທະສາດ, ກົດຫມາຍ ເເລະ ນິຕິກໍາລຸ່ມກົດຫມາຍຂອງລັດຖະບານ, ກະຊວງ ແລະ ສະຖາບັນ ວາງອອກໃຫ້ໄດ້ຮັບຜົນດີ; 
  2. ຫັນເອົາແຜນການ, ແຜນງານ, ໂຄງການ ຂອງສະຖາບັນມາເປັນຫນ້າວຽກອັນລະອຽດຂອງພະແນກ ພ້ອມທັງຈັດຕັ້ງປະຕິບັດ ໃຫ້ມີປະສິດທິຜົນສູງ; 
  3. ສໍາຫຼວດ, ເກັບກໍາ ແລະ ສັງລວມຂໍ້ມູນ ເພື່ອຮັບໃຊ້ວຽກຕິດຕາມ ແລະ ວິໄຈຄຸນນະພາບດິນ, ນໍ້າ ແລະ ສິ່ງທີ່ມີຊີວິດຢູ່ໃນນໍ້າ, ອາກາດ, ສຽງ, ການສັ່ນສະເທືອນ, ສິ່ງເສດເຫຼືອ, ສານເຄມີ; 
  4. ສ້າງລະບົບການຕິດຕາມວິໄຈ ແລະ ຫ້ອງທົດລອງສິ່ງແວດລ້ອມ ເພື່ອຕິດຕາມຄຸນນະພາບດິນ, ນໍ້າ ແລະ ສິ່ງ ທີ່ມີຊີວິດໃນນໍ້າ, ອາກາດ, ສຽງ, ການສັ່ນສະເທືອນ, ສິ່ງເສດເຫຼືອ, ສານເຄມີ ແລະ ອື່ນໆ ໃນຂອບເຂດທົ່ວປະເທດ; 
  5. ກວດສອບ, ຢັ້ງຢືນຄຸນນະພາບ ເເລະ ຄວາມຊັດເຈນຂອງຫ້ອງທົດລອງສິ່ງແວດລ້ອມ ທັງພາກລັດ ແລະ ເອກະຊົນໃນຂອບເຂດທົ່ວປະເທດ; 
  6. ຄົ້ນຄວ້າ ເເລະ ນໍາສະເຫນີ ການອອກໃບອະນຸຍາດດໍາເນີນທຸລະກິດກ່ຽວກັບຫ້ອງທົດລອງສິ່ງແວດລ້ອມ ໃນຂອບເຂດທົ່ວປະເທດ; 
  7. ສົມທົບກັບຫ້ອງການກະຊວງ ຄົ້ນຄວ້າ, ພັດທະນາຄູ່ມື ແລະ ເອກະສານທີ່ກ່ຽວຂ້ອງກັບການນໍາໃຊ້ເຄື່ອງມື, ວິທີການເກັບ ແລະ ການວິໄຈຄຸນນະພາບດິນ, ນໍ້າ ແລະ ສິ່ງທີ່ມີຊີວິດໃນນໍ້າ, ອາກາດ, ສຽງ, ການສັ່ນ ສະເທືອນ, ສານເຄມີ, ການຄຸ້ມຄອງ ແລະ ພັດທະນາລະບົບມາດຕະຖານ ISO/IEC 17025;
  8. ຕິດຕາມ ແລະ ວິໄຈຄຸນນະພາບສິ່ງແວດລ້ອມ: ດິນ, ນໍ້າ ແລະ ສິ່ງທີ່ມີຊີວິດໃນນໍ້າ, ອາກາດ, ສຽງ, ການສັ່ນສະເທືອນ, ສິ່ງເສດເຫຼືອ, ສານເຄມີ, ຝົນກົດ ເເລະ ບົດລາຍງານການຕິດຕາມເປັນແຕ່ລະໄລຍະ;
  9. ເຂົ້າຮ່ວມໃນການຕິດຕາມກວດກາ ບັນຫາຜົນກະທົບຕໍ່ສິ່ງແວດລ້ອມ ໃນກໍລະນີສຸກເສີນ;
  10. ໃຫ້ການບໍລິການທາງດ້ານວິຊາການໃນການຕິດຕາມ, ການນໍາໃຊ້ເຄື່ອງມື, ການເກັບຕົວຢ່າງ ແລະ ການວິໄຈຄຸນນະພາບດິນ, ນໍ້າ ເເລະ ສິ່ງທີ່ມີຊີວິດໃນນໍ້າ, ອາກາດ, ສຽງ, ການສັ່ນສະເທືອນ, ສິ່ງເສດເຫຼືອ, ສານເຄມີ;
  11. ຊຸກຍູ້ການປະຕິບັດຫນ້າທີ່ວິຊາສະເພາະ ຂອງຂະແຫນງສາຍຕັ້ງຂັ້ນທ້ອງຖິ່ນ ໃນການປັບປຸງຫ້ອງທົດລອງ ແລະ ສ້າງຄວາມອາດສາມາດຕິດຕາມວິໄຈ, ການນໍາໃຊ້ເຄື່ອງມື, ການເກັບຕົວຢ່າງ ແລະ ການວິໄຈຄຸນນະພາບ ດິນ, ນໍ້າ ແລະ ສິ່ງທີ່ມີຊີວິດໃນນໍ້າ, ອາກາດ, ສຽງ, ການສັ່ນສະເທືອນ, ສິ່ງເສດເຫຼືອ, ສານເຄມີ; 
  12. ເປັນເຈົ້າການໃນການຈັດກອງປະຊຸມເຜີຍແຜ່ຜົນການຄົ້ນຄວ້າວິໄຈດ້ານວິຊາການ, ການສໍາມະນາ, ການຝຶກ ອົບຮົມ ກ່ຽວກັບ ວຽກງານ ການຕິດຕາມ ເເລະ ວິໄຈ ຄຸນນະພາບສິ່ງແວດລ້ອມ; 
  13. ຕິດຕາມການປະຕິບັດສິດ, ຫນ້າທີ່ ເເລະ ຄວາມຮັບຜິດຊອບ ຂອງພະນັກງານ-ລັດຖະກອນ ທີ່ຂຶ້ນກັບສິດຄຸ້ມ ຄອງຂອງຫ້ອງທົດລອງ ເພື່ອສະກັດກັ້ນ ປະກົດການລະເມີດມະຕິ, ຄໍາສັ່ງ, ກົດຫມາຍ ແລະ ລະບຽບການ ຕ່າງໆຂອງລັດ; 
  14. ຄຸ້ມຄອງຊັບສິນຂອງລັດ ແລະ ເອກະສານຕ່າງໆ ຂອງຫ້ອງທົດລອງ ພ້ອມທັງສ້າງແຜນການ, ງົບປະມານ ເເລະ ສະຫຼຸບລາຍງານ ການເຄື່ອນໄຫວວຽກງານ ຕໍ່ຫົວຫນ້າສະຖາບັນ ໃນແຕ່ລະໄລຍະ; 
  15. ປະຕິບັດຫນ້າທີ່ອື່ນໆ ຕາມທີ່ໄດ້ກໍານົດໄວ້ໃນກົດຫມາຍ, ລະບຽບການ ແລະ ຕາມການມອບຫມາຍຂອງຫົວຫນ້າສະຖາບັນ.