ສະຖາບັນ​ຄົ້ນຄວ້າ​ ຊັບພະຍາກອນ​ທຳມະຊາດ​ ແລະ​ ສິ່ງແວດລ້ອມ

Natural Resources and Environment Research Institute (NRERI)

ໜ້າທີ່ ແລະ ຂອບເຂດສິດ

ໜ້າທີ່ ແລະ ຂອບເຂດສິດ

ໜ້າທີ່

  1. ຮັບຜິດຊອບໃນການຈັດຕັ້ງປະຕິບັດ ແລະ ຜັນຂະຫຍາຍ ບັນດານະໂຍບາຍ, ຍຸດທະສາດ, ກົດຫມາຍ, ລະບຽບການ ເເລະ ຄໍາເເນະນໍາ ກ່ຽວກັບວຽກງານ ຄົ້ນຄວ້າ, ວິໄຈ ແລະ ສະຫນອງຂໍ້ມູນ-ຂ່າວສານ ຊັບພະຍາກອນທໍາ ມະຊາດ ເເລະ ສິ່ງເເວດລ້ອມ ໂດຍຫັນເປັນ ແຜນງານ, ໂຄງການລະອຽດ ພ້ອມທັງຄົ້ນຄວ້າຈັດຫາແຫຼ່ງທຶນ ສະເຫນີຂັ້ນເທິງພິຈາລະນາ ເພື່ອດໍາເນີນໃນແຕ່ລະໄລຍະ ໃຫ້ມີປະສິດທິຜົນ; 
  2. ປະສານສົມທົບກັບກົມ ກອງ ພາຍໃນ ກຊສ ເເລະ ພາກສ່ວນກ່ຽວຂ້ອງ ສ້າງລະບົບຕິດຕາມ, ວິໄຈ ແລະ ສະຫນອງຂໍ້ມູນ ຄຸນນະພາບສິ່ງແວດລ້ອມ; 
  3. ຄົ້ນຄວ້າ, ນໍາສະເຫນີຂັ້ນເທິງ ອອກໃບອະນຸຍາດດໍາເນີນທຸລະກິດກ່ຽວກັບຫ້ອງທົດລອງສິ່ງແວດລ້ອມ ໃນຂອບ ເຂດທົ່ວປະເທດ ລວມທັງການຢັ້ງຢືນທາງດ້ານວິທະຍາສາດ ການສຶກສາຜົນກະທົບດ້ານສິ່ງແວດລ້ອມຂອງ ບັນດາໂຄງການພັດທະນາຕ່າງໆ; 
  4. ຄົ້ນຄວ້າການນໍາໃຊ້ ເຕັກໂນໂລຊີສືບຢັ່ງທາງໄກ ແລະ ລະບົບຂໍ້ມູນ-ຂ່າວສານພູມສາດ ເຂົ້າໃນການວາງແຜນຄຸ້ມຄອງ ເເລະ ຕິດຕາມ ຊັບພະຍາກອນທໍາມະຊາດ, ສິ່ງແວດລ້ອມ ເເລະ ໄພທໍາມະຊາດ; 
  5. ຄົ້ນຄວ້າ ແລະ ພັດທະນາແບບຈໍາລອງຊັບພະຍາກອນນໍ້າ, ອາກາດ ເເລະ ອື່ນໆ ເພື່ອຮັບໃຊ້ວຽກງານວາງແຜນແລະ ຄຸ້ມຄອງ ຊັບພະຍາກອນທໍາມະຊາດ ເເລະ ສິ່ງແວດລ້ອມ ລວມທັງໄພທໍາມະຊາດ; 
  6. ຄົ້ນຄວ້າເຕັກໂນໂລຊີທີ່ເຫມາະສົມ ແລະ ເປັນມິດກັບສິ່ງແວດລ້ອມ, ການປັບຕົວ ແລະ ຫຼຸດຜ່ອນຜົນກະທົບ ຂອງການປ່ຽນແປງດິນຟ້າອາກາດ ແລະ ລະບົບນິເວດວິທະຍາ ທີ່ເປັນທ່າແຮງໃຫ້ແກ່ການພັດທະນາເສດຖະກິດ-ສັງຄົມ; 
  7. ເປັນໃຈກາງ ພັດທະນາລະບົບຖານຂໍ້ມູນສະຖິຕິ ຊັບພະຍາກອນທໍາມະຊາດ ແລະ ສິ່ງແວດລ້ອມ, ກໍານົດຕົວຊີ້ ບອກ, ເກັບກໍາຂໍ້ມູນ, ສໍາຫຼວດ ແລະ ສ້າງປື້ມສະຖິຕິປະຈໍາປີ, ຄຸ້ມຄອງຫ້ອງສະຫມຸດອີເລັກໂຕນິກ ໃຫ້ສາມາດ ເຊື່ອມໂຍງ ບັນດາຂະແຫນງການ ເເລະ ສາກົນ; 
  8. ສະຫນອງ ເເລະ ເເລກປ່ຽນຂໍ້ມູນ ສະຖິຕິຊັບພະຍາກອນທໍາມະຊາດ ແລະ ສິ່ງແວດລ້ອມ ໃຫ້ຂະແຫນງການກ່ຽວຂ້ອງ ແຕ່ສູນກາງຮອດທ້ອງຖິ່ນ ທັງພາຍໃນ ແລະ ອົງການຈັດຕັ້ງສາກົນ; 
  9. ຊຸກຍູ້ການປະຕິບັດຫນ້າທີ່ວິຊາສະເພາະ ຂອງຂະແຫນງສາຍຕັ້ງຂັ້ນທ້ອງຖິ່ນ ໃນການສ້າງ ແລະ ປັບປຸງຫ້ອງທົດລອງ, ການຕິດຕາມ-ວິໄຈຄຸນນະພາບສິ່ງແວດລ້ອມ ແລະ ການນໍາໃຊ້ເຄື່ອງມືອຸປະກອນ; 
  10. ຄົ້ນຄວ້າ, ປະເມີນມູນຄ່າ ເເລະ ສ້າງບັນຊີ ຊັບພະຍາກອນທໍາມະຊາດ ແລະ ສິ່ງແວດລ້ອມ ເພື່ອຮັບໃຊ້ເຂົ້າໃນການ ຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດ-ສັງຄົມ ແລະ ເຊື່ອມສານເຂົ້າໃນເປົ້າຫມາຍການພັດທະນາ ແບບຍືນຍົງ; 
  11. ສົມທົບກັບກົມຈັດຕັ້ງ ແລະ ພະນັກງານ ສ້າງຄວາມເຂັ້ມແຂງ ແລະ ຍົກລະດັບຄວາມສາມາດ ດ້ານວິຊາການ ໃຫ້ແກ່ພະນັກງານທີ່ກ່ຽວຂ້ອງ ຂອງກົມກອງພາຍໃນກະຊວງ ແລະ ຂະແຫນງສາຍຕັ້ງຂັ້ນທ້ອງຖິ່ນ ຕາມພາລະບົດບາດ; 
  12. ຄຸ້ມຄອງ, ນໍາພາ-ຊີ້ນໍາ, ຊຸກຍູ້, ຕິດຕາມ, ກວດກາ ແລະ ປະເມີນຜົນການຈັດຕັ້ງປະຕິບັດນະໂຍບາຍ, ແຜນ ຍຸດ ທະສາດ ເເລະ ເເຜນງານຕ່າງໆ ລວມທັງ ການປະຕິບັດວຽກງານວິຊາສະເພາະ ຂອງຂະແຫນງສາຍຕັ້ງຂັ້ນ ທ້ອງຖິ່ນທີ່ຕິດພັນກັບພາລະບົດບາດຂອງສະຖາບັນຮັບຜິດຊອບ ເປັນແຕ່ລະໄລຍະ; 
  13. ສົມທົບກັບກົມແຜນການ ແລະ ການເງິນ ພົວພັນຮ່ວມມືທັງພາຍໃນ, ຕ່າງປະທດ ແລະ ອົງການຈັດຕັ້ງສາກົນ ຕ່າງໆ ເພື່ອຂົນຂວາຍການສະຫນັບສະຫນູນ ທາງດ້ານເຕັກນິກ-ວິຊາການ ແລະ ທຶນຮອນເຂົ້າໃນວຽກງານຄົ້ນ ຄວ້າຊັບພະຍາກອນທໍາມະຊາດ ເເລະ ສິ່ງແວດລ້ອມ ຕາມການມອບຫມາຍ ແລະ ການເຫັນດີຂອງຂັ້ນເທິງ;
  14. ສັງລວມ ແລະ ຄຸ້ມຄອງ ການເກັບກໍາຄ່າທໍານຽມ, ຄ່າບໍລິການລາຍຮັບວິຊາການ ຈາກການບໍລິການວຽກງານ ຄົ້ນຄວ້າ ແລະ ວິໄຈ ກ່ຽວກັບຊັບພະຍາກອນທໍາມະຊາດ ແລະ ສິ່ງແວດລ້ອມ ມອບເຂົ້າຄັງເງິນແຫ່ງຊາດ;
  15. ຄົ້ນຄວ້າ ນໍາສະເຫນີຂັ້ນເທິງພິຈາລະນາປັບປຸງກົງຈັກການຈັດຕັ້ງສະຖາບັນ, ຄຸ້ມຄອງ, ກໍານົດຕໍາແຫນ່ງງານກໍ່ ສ້າງ, ຊັບຊ້ອນ ພະນັກງານ-ລັດຖະກອນ, ການເລື່ອນຊັ້ນ, ເລື່ອນຂັ້ນ, ການຍ້ອງຍໍ, ການປະຕິບັດນະໂຍບາຍ ແລະ ວິໄນ ຕໍ່ພະນັກງານ-ລັດຖະກອນ ຂອງສະຖາບັນ ຕາມລະບຽບທີ່ກໍານົດ ລວມທັງການສົ່ງເສີມບົດບາດ ຍິງ-ຊາຍ; 
  16. ຕິດຕາມການປະຕິບັດສິດ, ຫນ້າທີ່ ແລະ ຄວາມຮັບຜິດຊອບ ຂອງພະນັກງານ-ລັດຖະກອນ ທີ່ຂຶ້ນກັບສະຖາບັນ ເພື່ອສະກັດກັ້ນ ປະກົດການລະເມີດມະຕິ, ຄໍາສັ່ງ, ກົດຫມາຍ ແລະ ລະບຽບການຕ່າງໆຂອງລັດ;
  17.  ຄຸ້ມຄອງ, ບໍລິຫານການເງິນ, ຊັບສິນ ແລະ ເອກະສານຂອງສະຖາບັນ ພ້ອມທັງຂຶ້ນແຜນການ, ງົບປະມານ ເເລະ ສະຫຼຸບລາຍງານ ການເຄື່ອນໄຫວວຽກງານ ຂອງສະຖາບັນຕໍ່ລັດຖະມົນຕີ ເປັນແຕ່ລະໄລຍະ;
  18. ປະຕິບັດຫນ້າທີ່ອື່ນໆ ຕາມທີ່ໄດ້ກໍານົດໄວ້ໃນກົດຫມາຍ, ລະບຽບການ ເເລະ ຕາມການມອບຫມາຍຂອງລັດຖະມົນຕີ, ຮອງລັດຖະມົນຕີ ຜູ້ຊີ້ນໍາ. 

ຂອບເຂດສິດ

  1. ສະເຫນີອອກຂໍ້ຕົກລົງ, ຄໍາສັ່ງ, ແຈ້ງການ, ຄໍາແນະນໍາ ເເລະ ຄູ່ມືດ້ານວິຊາການ ກ່ຽວກັບ ວຽກງານການຄົ້ນຄວ້າ, ສັງລວມຂໍ້ມູນຊັບພະຍາກອນທໍາມະຊາດ, ວຽກງານແບບຈໍາລອງ, ວຽກງານສືບຢັ່ງທາງໄກ ແລະ ແຜນທີ່ ແລະ ວິໄຈຄຸນນະພາບສິ່ງແວດລ້ອມ; 
  2. ເຊັນຫນັງສືສະເຫນີ, ບົດປະກອບຄໍາເຫັນ, ບັດເຊີນ, ແຈ້ງການ, ສະໂຫນດນໍາສົ່ງ, ບົດລາຍງານ, ບົດບັນທຶກ ແລະອື່ນໆທີ່ກ່ຽວຂ້ອງ ກັບພາລະບົດບາດຂອງສະຖາບັນ; 
  3. ຈັດກອງປະຊຸມ ຫຼື ເຂົ້າຮ່ວມປະຊຸມ ນໍາພາກສ່ວນພາຍໃນ ແລະ ພາຍນອກ ທີ່ກ່ຽວຂ້ອງແນໃສ່ແກ້ໄຂ ບັນຫາ ຕ່າງໆ ຕາມຫນ້າທີ່ຂອງສະຖາບັນ ແລະ ຄວາມຮຽກຮ້ອງຕ້ອງການຂອງວຽກງານ; ສະຫນອງ ແລະ ແລກປ່ຽນຂໍ້ ມູນ-ຂ່າວສານ ໃຫ້ແກ່ພາກສ່ວນຕ່າງໆ; 
  4. ແຕ່ງຕັ້ງ ແລະ ສະເຫນີແຕ່ງຕັ້ງພະນັກງານພາຍໃນສະຖາບັນເຂົ້າຮ່ວມ ກອງປະຊຸມ, ສໍາມະນາ, ຝຶກອົບຮົມ, ທັດສະນະສຶກສາ ຢູ່ພາຍໃນ ແລະ ຕ່າງປະເທດ; 
  5. ອອກໃບອະນຸຍາດດໍາເນີນທຸລະກິດກ່ຽວກັບຫ້ອງທົດລອງສິ່ງແວດລ້ອມ ພ້ອມທັງກວດສອບ, ຢັ້ງຢືນຄຸນ ນະພາບ ແລະ ຄວາມຊັດເຈນຂອງຫ້ອງທົດລອງສິ່ງແວດລ້ອມ ໃນຂອບເຂດທົ່ວປະເທດ ເເລະ ຢັ້ງຢືນດ້ານເຕັກນິກວິຊາການການສຶກສາປະເມີນຜົນກະທົບດ້ານສິ່ງແວດລ້ອມ ຂອງບັນດາໂຄງການພັດທະນາຕ່າງໆ;
  6. ເຂົ້າຮ່ວມວຽກງານຂອງບັນດາກົມ, ກອງ ໃນການເກັບກໍາຂໍ້ມູນທີ່ພົວພັນ ໃນຂົງເຂດຊັບພະຍາກອນທໍາມະຊາດເເລະ ສິ່ງແວດລ້ອມ; 
  7. ຢັ້ງຢືນຄວາມຖືກຕ້ອງ, ສະຫນອງ, ເຜີຍແຜ່, ແລກປ່ຽນ, ບໍລິການດ້ານວິຊາການ ແລະ ຂໍ້ມູນ-ຂ່າວສານ;
  8. ສະເຫນີຍ້ອງຍໍບຸກຄົນ, ນິຕິບຸກຄົນ ຫຼື ອົງການຈັດຕັ້ງທີ່ມີຜົນງານດີເດັ່ນ ໃນການຄົ້ນຄວ້າຊັບພະຍາກອນທໍາມະຊາດ ແລະ ສິ່ງແວດລ້ອມ; 
  9. ສະເຫນີວ່າຈ້າງຊ່ຽວຊານ ຫຼື ພະນັກງານຕາມສັນຍາ ທັງພາຍໃນ ແລະ ຕ່າງປະເທດ ດ້ວຍແຫຼ່ງທຶນຂອງໂຄງການເພື່ອຊ່ວຍ ແລະ ຮັບໃຊ້ວຽກງານວິຊາສະເພາະ ຕາມຄວາມຮຽກຮ້ອງຕ້ອງການ ຂອງວຽກງານຕົວຈິງ; 
  10. ເຈລະຈາ ເເລະ ເຊັນສັນຍາ, ບົດບັນທຶກຄວາມເຂົ້າໃຈການຮ່ວມມື ທາງດ້ານວິຊາການຂອງຂະແຫນງການ ກັບອົງການຈັດຕັ້ງຕ່າງໆ ທັງພາຍໃນ ແລະ ຕ່າງປະເທດ ຕາມການມອບຫມາຍຂອງລັດຖະມົນຕີ; 
  11. ຄຸ້ມຄອງ, ນໍາໃຊ້ວັດຖຸອຸປະກອນ, ພາຫະນະ ເເລະ ງົບປະມານຕາມລະບຽການ; 
  12. ສະເຫນີແຕ່ງຕັ້ງ, ຍົກຍ້າຍ, ປົດຕໍາແຫນ່ງ, ເລື່ອນຊັ້ນ, ເລື່ອນຂັ້ນ, ຍ້ອງຍໍ, ປະຕິບັດວິໄນ ແລະ ປະຕິບັດນະໂຍບາຍ ອື່ນໆ ຕໍ່ພະນັກງານ-ລັດຖະກອນ ທີ່ຢູ່ໃນຄວາມຮັບຜິດຊອບຂອງສະຖາບັນ; 
  13. ປະຕິບັດຫນ້າທີ່ອື່ນໆ ຕາມທີ່ໄດ້ກໍານົດໄວ້ໃນກົດຫມາຍ, ລະບຽບການ ເເລະ ຕາມການມອບຫມາຍຂອງລັດຖະມົນຕີ, ຮອງລັດຖະມົນຕີ ຜູ້ຊີ້ນໍາ.