ສະຖາບັນ​ຄົ້ນຄວ້າ​ ຊັບພະຍາກອນ​ທຳມະຊາດ​ ແລະ​ ສິ່ງແວດລ້ອມ

Natural Resources and Environment Research Institute (NRERI)

ທີ່ຕັ້ງ ແລະ ພາລະບົດບາດ

ທີ່ຕັ້ງ ແລະ ພາລະບົດບາດ

ສະຖາບັນຄົ້ນຄວ້າ ຊັບພະຍາກອນທໍາມະຊາດ ເເລະ ສິ່ງເເວດລ້ອມ ຂຽນເປັນຕົວອັກສອນຫຍໍ້ວ່າ “ສຄຊສ” ແມ່ນກົງຈັກການຈັດຕັ້ງຫນຶ່ງຂຶ້ນກັບກະຊວງຊັບພະຍາກອນທໍາມະຊາດ ແລະ ສິ່ງແວດລ້ອມ, ມີພາລະບົດບາດເປັນເສນາທິການໃຫ້ແກ່ຄະນະນໍາກະຊວງໃນການຄົ້ນຄວ້າ, ວິໄຈຄຸນນະພາບສິ່ງແວດລ້ອມ, ອອກໃບອະນຸຍາດດໍາເນີນທຸລະກິດກ່ຽວກັບຫ້ອງທົດລອງສິ່ງແວດລ້ອມ, ເຕັກໂນໂລຊີທີ່ເຫມາະສົມ, ການຄຸ້ມຄອງຊັບພະຍາກອນທໍາມະຊາດ ແລະ ສິ່ງແວດລ້ອມ, ພັດທະນາເເບບຈໍາລອງ, ຄົ້ນຄວ້າ ເເລະ ໃຫ້ບໍລິການເຕັກໂນໂລຊີສືບຢັ່ງທາງໄກ, ລະບົບຂໍ້ມູນ-ຂ່າວສານເພື່ອເກັບຮັກສາ, ສະຫນອງ, ແລກປ່ຽນ ແລະ ບໍລິການຂໍ້ມູນ-ຂ່າວສານໃນຂົງເຂດຊັບພະຍາກອນທໍາມະຊາດ ແລະ ສິ່ງແວດລ້ອມ, ຢັ້ງຢືນຄວາມຖືກຕ້ອງທາງດ້ານວິທະຍາສາດຕໍ່ກັບຂໍ້ມູນສິ່ງແວດລ້ອມຂອງບັນດາໂຄງການພັດທະນາ.