ສະຖາບັນ​ຄົ້ນຄວ້າ​ ຊັບພະຍາກອນ​ທຳມະຊາດ​ ແລະ​ ສິ່ງແວດລ້ອມ

Natural Resources and Environment Research Institute (NRERI)

ການລົງຕິດຕາມ ແລະ ວັດແທກຄຸນນະພາບອາກາດ ຢູ່ເມືອງອານຸວົງ ແຂວງໄຊສົມບຸນ

ການລົງຕິດຕາມ ແລະ ວັດແທກຄຸນນະພາບອາກາດ, ສຽງ ໃນເຂດເທດສະບານ ເມືອງອະນຸວົງ ປະດ້ວຍບັນດາໂຕວັດແທກ: ຝຸ່ນລະອອງລວມ (TSP), ຝຸ່ນລະອອງຂະຫນາດນ້ອຍກວ່າ 2.5 ໄມຄຼອນ (PM2.5), SO2, CO, NO2 ແລະ ລະດັບສຽງ

ໂດຍ ສະຖາບັນ ຄົ້ນຄວ້າຊັບພະຍາກອນທໍາມະຊາດ ແລະ ສິ່ງແວດລ້ອມ ຮ່ວມກັບ ພະແນກຊັບພະຍາກອນທໍາມະຊາດ ແລະ ສິ່ງແວດລ້ອມ ແຂວງ ໄຊສົມບູນ, ກຊສ. ເພື່ອເປັນການເກັບກຳຂໍ້ມຸນພື້ນຖານພາຍໃນເທດສະບານເມືອງອານຸວົງ, ຊຶ່ງໄດ້ວັດແທກຢູ່2ຈຸດຄື ຫ້ອງການພະແນກຊັບ, ຫ້ອງການປົກຄອງເມືອງອານຸວົງ, ນອກນັ້ນຍັງທາງທິມງານວິຊາການຍັງໄດ້ຝຶກອົບຮົມ ໃນຫົວຂໍ້ ຄວາມຮູ້ພື້ນຖານກ່ຽວກັບຄຸນນະພາບອາກາດ ແລະ ການຕິດຕາມກວດກາຄຸນນະພາບອາກາດ, ວິທີຂັດເລືອສະຖານທີຕິດຕາມຄຸນນະພາບອາກາດ ແລະ ຄຸນນະພາບນ້ຳ ໃຫ້ແກ່ພະນັກງານວິຊາການພາຍໃນພະແນກຊັບພະຍາກອນທໍາມະຊາດ ແລະ ສິ່ງແວດລ້ອມ ແຂວງ ໄຊສົມບູນ

ການວັດແທກຢູ່ຫ້ອງການປົກຄອງເມືອງ

ການຝຶກອົບຮົມໃຫ້ພະນັກງານວິຊາການ ພະແນກຊັບພະຍາທຳມະຊາດ ແລະ ສິ່ງແວດລ້ອມ