ສະຖາບັນ​ຄົ້ນຄວ້າ​ ຊັບພະຍາກອນ​ທຳມະຊາດ​ ແລະ​ ສິ່ງແວດລ້ອມ

Natural Resources and Environment Research Institute (NRERI)

ການຊິ້ແຈງຈາກກົມອຸຕຸນິຍົມ ແລະ ອຸທົກກະສາດກ່ຽວກັບແຜ່ນດິນໄຫວ

ກະຊວງຊັບພະຍາກອນທຳມະຊາດ ແລະສິ່ງແວດລ້ອມ ກົມອຸຕຸນິຍົມ ແລະອຸທົກກະສາດ ແຈ້ງການ ສະພາບການເກີດແຜ່ນດິນໄຫວ ໃນວັນທີ່ 21 ພະຈິກ 2019 ເກີດມີສະພາບແຜ່ນດິນໄຫວໃນຂອບເຂດ ສປປ ລາວ ໃນຈຳນວນ 18 ຄັ້ງ ຊື່ງຄັ້ງທີ່ 2 ມີຄວາມແຮງ 5,9 ຣິກເຕີ ເວລາ 4 ໂມງ 03 ນາທີ, ຄັ້ງທີ່ 17 ມີຄວາມແຮງ 6,4 ຣິກເຕີ ເວລາ 6 ໂມງ 50 ນາທີ ຢູ່ເມືອງຫົງສາ ແຂວງໄຊຍະບູລີ ແລະຮູ້ສຶກສັ່ນສະເທືອນໃນບັນດາແຂວງພາກເຫນືອຈົນເຖິງນະຄອນຫລວງວຽງຈັນ.
ດັ່ງນັ້ນ, ຈື່ງແຈ້ງໃຫ້ພໍ່ແມ່ປະຊາຊົນທີ່ຢູ່ໃນເຂດດັ່ງກ່າວຈົ່ງສະຕິລະວັງຕົວຕໍ່ກັບສະພາບການເກີດແຜ່ນດິນໄຫວ ແລະ ໃຫ້ຕິດຕາມຂໍ້ມູນຂ່າວສານຈາກກົມອຸຕຸນິຍົມ ແລະ ອຸທົກກະສາດຕາມແຕ່ລະໄລຍະ.

ແຜ່ນດິນໄຫວດັ່ງກ່າວໄດ້ສ້າງຄວາມເສຍຫາຍ ແລະ ຮູ້ສືກໄດ້ເຖິງຄວາມສັ່ນສະເທືອນ ຢູ່ທຸກໆເມືອງ ຂອງແຂວງໄຊຍະບູລີ ແຕ່ ຢູ່ເມືອງຫົງສາຈະໄດ້ຮັບຜົນກະທົບໜັກກວ່າເມືອງອື່ນໆ ມີເຮືອນຫຼາຍຫຼັງພັງ ແລະ ເປ່ເພ ແຕ່ຍັງບໍ່ທັນມີລາຍງານ ຜູ້ບາດເຈັບຫຼື ເສຍຊີວິດ. ປະຈຸບັນທາງຫນ່ວຍງານທີ່ກ່ຽວຂ້ອງກຳລັງລົງຕິດຕາມ ແລະ ເກັບກຳຂໍ້ມູນຕົວຈິງຢ່າງລະອຽດ.

ລາຍລະອຽດການຊິ້ແຈງ ຂໍ້ມຸນຈາກ lao National Radio