ສະຖາບັນ​ຄົ້ນຄວ້າ​ ຊັບພະຍາກອນ​ທຳມະຊາດ​ ແລະ​ ສິ່ງແວດລ້ອມ

Natural Resources and Environment Research Institute (NRERI)

ຄວາມຄືບໜ້າ ບາດກ້າວການຮ່ວມມື ໃນການເຊັນສັນຍາບົດບັນທຶກຄວາມເຂົ້າໃຈ ລະຫວ່າງ ຄະນະບໍດີ ຄະນະວິທະຍາສາດ ສິ່ງແວດລ້ອມ ມ/ຊ ກັບ ກົມຄຸ້ມຄອງການປ່ຽນແປງດິນຟ້າອາກາດ ແລະ ສະຖາບັນຄົ້ນຄວ້າຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມ ກຊສ

ໃນວັນທີ່ 4 ພະຈິກ ປີ2019 ທີ່ຜ່ານມາທີ່ຫ້ອງປະຊຸ່ມໃຫຍ່ ຄະນະວິທະຍາສາດສິ່ງແວດລ້ອມໄດ້ມີພີທີການເຊັນສັນຍາບົດບັນທຶກການຮ່ວມມືທາງດ້ານວິຊາການລະຫວ່າງ ຄະນະວິທະຍາສາດສິ່ງແວດລ້ອມ ມຊ ແລະ ກົມຄຸ່ມຄອງການປ່ຽນແປງດິນຟ້າອາກາດ, ສະຖາບັນຄົ້ນຄວ້າ ຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມ

ຊຶ່ງປະກອບດ້ວຍບັນດາຫົວໜ້າກົມກົມຄຸ່ມຄອງການປ່ຽນແປງດິນຟ້າອາກາດພ້ອມຄະນະ ແລະ ຫົວໜ້າະຖາບັນຄົ້ນຄວ້າ ຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມພ້ອມຄະນະ, ຫົວໜ້າຫ້ອງການກະຊວງ  ກຊສ, ຄະນະບໍດີ ຄະນະວິທະຍາສາດສິ່ງແວດລ້ອມພ້ອມດ້ວຍຄູອາຈານ ແລະ ນ້ອງນັກສືກສາເຂົ້າຮ່ວມເປັນສັກຂິພິຍານໃນການລົງນາມດັ່ງກ່າວ ຊຶ່ງເນື້ອໃນດັ່ງກ່າວແມ່ນເປັນການຮ່ວມມືທາງດ້ານວິຊາການໃນຂົງເຂດວຽກງານການປ່ຽນແປ່ງດິນຟ້າອາກາດ ແລະ ຂົງເຂດການຄົ້ນຄວ້າ ຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມໃຫ້ມີບາດກ້າວອັນໃຫມ່ເພື່ອຮັບໃຊ້ວຽກງານດັ່ງກ່າວ ແລະ ເພີ່ມຄວາມອາດສາມາດໃນການສືກສາໃຫ້ນ້ອງນັກສືກສາໃນທາງທີດສະດີ ແລະ ພາກປະຕິບັດຕົວຈິ່ງໃຫ້ມີບາດກ້າວອັນໃຫມ່ໄປຄຽງຄູ່ກັບການຄົ້ນຄວ້າ ທາງດ້ານການຄຸ່ມຄອງຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມ, ການປ່ຽນແປ່ງດິນຟ້າອາກາດ ເພື່ອຄວາມຢືນຢົງ ແລະ ສີຂຽວ.