ສະຖາບັນ​ຄົ້ນຄວ້າ​ ຊັບພະຍາກອນ​ທຳມະຊາດ​ ແລະ​ ສິ່ງແວດລ້ອມ

Natural Resources and Environment Research Institute (NRERI)

ການພັດທະນາແບບຈຳລອງນ້ຳໃຕ້ດິນໃນທົ່ງພຽງວຽງຈັນ

ວຽກງານດັ່ງກ່າວເປັນໂຄງການວິໄຈໃໝ່ທີ່ເລັ່ງໃສ່ຊອກຫາຊ່ອງທາງໃນການນຳໃຊ້ແຫຼ່ງນ້ຳໄຕ້ດິນ ພາຍໃນ ສປປ ລາວ ແລະ ການພັດທະນາແຫຼ່ງນໍ້າໄຕ້ດິນເຂົ້າໃນການຊົນລະປະທານ. ເປັນການສ້າງຄວາມເຂັ້ມແຂງ ແລະ ເພີ່ມຜົນຜະລິດກະສິກໍາທີ່ອີງໃສ່ນໍ້າ ຝົນເປັນຫລັກໃນ ສປປ ລາວ

ໂດຍຜ່ານການນໍາໃຊ້ນໍ້າໄຕ້ດິນແບບຍືນຍົງ . ເປັນໂຄງການວິໄຈຮ່ວມຂອງຫລາຍພາກສ່ວນ, ຊຶ່ງປະກອບດ້ວຍ ອົງການຄຸ້ມຄອງນ້ຳສາກົນ , ສະຖາບັນຊັບ ຄົ້ນຄວ້າພະຍາກອນ ທຳມະຊາດ ແລະ ສິ່ງແວດລ້ອມ (ສຄຊສ), ກົມຊັບພະຍາກອນນໍ້າ, ກົມຊົນລະປະທານ ແລະ ມະຫາໄລແຫ່ງຊາດ ທີ່ຈະປະເມີນປະລິມານນໍ້າໄຕ້ດິນໃນ ສປປ ລາວ ແລະ ຊອກວິທີທີ່ຈະນຳໃຊ້ນໍ້າໄຕ້ດິນແບບຍືນຍົງ. ຈຸດປະສົງຂອງໂຄງການແມ່ນເພືອຈຳລອງລັກສະນະການໄຫລຂອງນໍ້າໃຕ້ດິນທີ່ສະແດງໃຫ້ເຫັນທໍາມະຊາດການໄຫລຂອງນໍ້າໃຕ້ດິນໃນທົ່ງພຽງວຽງຈັນທີ່ສາມາດປ່ຽນໄປເປັນ ແບບຈຳລອງທາງຄະນິດສາດໄດ້ໃນອານາຄົດ, ເພື່ອສ້າງຄວາມອາດສາມາດໃນການນໍ້າໃຊ້ແບບຈໍາລອງນໍ້າໃຕ້ດິນຂອງພະນັກງານ ສຄຊສ, ເພື່ອສັງລວມ ແລະ ສ້າງຖານຂໍ້ມູນທີ່ຈະຮັບໃຊ້ໃນວຽກງານແບບຈໍາລອງນໍ້າໃຕດິນທັງໃນປະຈຸບັນ ແລະ ອະນາຄົດ ສ່ວນລາບລະອຽດສາມາດດາວໂຫຼດໄດ້ (ບົດລາຍງານ)ໜວດ ບົດລາຍງານແບບຈຳລອງ ໄດ້ທີ່ໜ້າເວບໄຊ.