ສະຖາບັນ​ຄົ້ນຄວ້າ​ ຊັບພະຍາກອນ​ທຳມະຊາດ​ ແລະ​ ສິ່ງແວດລ້ອມ

Natural Resources and Environment Research Institute (NRERI)

ການກາຍເປັນທາດກົດໃນນ້ຳຝົນຫຼືຝົນກົດ

         ຝົນກົດຫຼືການກາຍເປັນທາດກົດ ໝາຍເຖິງນໍ້າຝົນ, ຫິມມະຫຼືນໍ້າໝອກທີ່ປົນເປື້ອນດ້ວຍກົດອາຊິດຊັລຟຸລິກ (H2SO4) ຫຼື ກົດນິຕິກ (HNO3) ໃນປະມານທີ່ສູງເຊິ່ງເຮັດໃຫ້ນໍ້າຝົນມີຄ່າຄວາມເປັນກົດ- pH ຕໍ່າກວ່າ 5.5-5.6. ນໍ້າຝົນທີມີ ລັກສະນະເປັນກົດໂດຍທໍາມະຊາດຊື່ງຈາກການລະລາຍຕົວຂອງ ທາດຄາບອນໄດອອ໋ກຊາຍ (CO2), ຊັນເຟິໄດອອ໋ກຊາຍ (SO2), ຄໍຼລາຍ (Cl), ແລະ ໄນໂຕເຈນໄດອອ໋ກຊາຍ (NO2) ໃນນໍ້າ. ຊື່ງທາດອາຍເຫຼົ່ານີ້ເກີດມາກຈາກພູເຂົາໄຟລະເບີດ, ໄຟໄຫ້ມປ່າ, ການປ່ອຍຄັວນລົດທີ່ເກີດຈາກການເຜົາໄຫມ້ພະລັງງານຂອງເຄື່ອງຍົນ, ການຈູດ ແລະ ການເຜົາຖານ(ພະລັງງານຖານຫີນ). ທາດອາຍເຫຼົ່ານີ້ເປັນສາເຫດເຮັດໃຫ້ເກີດມົນລະພິດທາງອາກາດຍ້ອນຄຸນລັກສະນະຂອງພວກເຂົາສາມາດປ່ຽນແປງຮູບຮ່າງເປັນທາດກົດຄື: H2SO4-, HCl ແລະ HNO3 ທີ່ສາມາດໄດ້ຖຶກນໍາໄປໂດຍລົມ ແລະ ເດີນທາງໄດ້ຫລາຍ 160.93Km/h.

ມົນລະພິດທາງອາກາດເປັນທີ່ຈໍາເປັນຈະຕ້ອງເອົາໃຈໃສ່ເພາະວ່າມັນຈະສົ່ງຜົນກະທົບຕໍ່ສຸຂະພາບຂອງຄົນ ແລະ ສິ່ງແວດລ້ອມ.ປະຈຸບັນ ບັນດານັກວິທະຍາສາດ ແລະ ນັກແວດລ້ອມໄດ້ໃຫ້ຄວາມສົນໃຈ ກ່ຽວກັບບັນຫາຝົນກົດ ຫຼືການກາຍເປັນທາດກົດ ແລະ ບັນຫາກ່າວ ກໍ່ກາຍເປັນໜຶ່ງໃນ 6 ບັນຫາແວດລ້ອມໂລກທີ່ສໍາຄັນເຊິ່ງລວມມີ: ການເຊື່ອມໂຊມຊັ້ນໂອໂຊນ,ໂລກຮ້ອນຂື້ນ, ຝົນກົດ, ການເຊື່ອມໂຊມຂອງປ່າໄມ້, ການກາຍເປັນທະເລຊາຍ ແລະ ບັນຫາມົນລະພິດ. ບັນຫາສິ່ງແວດລ້ອມດັ່ງກ່າວບໍ່ພຽງແຕ່ສົ່ງຜົນກະທົບ ແລະ ສ້າງຄວາມເສຍຫາຍໃຫ້ແກ່ປະເທດທີ່ເປັນຕົ້ນເຫດເທົ່ານັ້ນ ແຕ່ມັນສາມາດສົ່ງຜົນກະທົບຂ້າມຜູ່ານຊາຍແດນຊຶ່ງຈະກາຍເປັນບັນຫາອັນຕະລາຍ ໃນທົ່ວໂລກ. ທາດກົດທີ່ພົບຢູ່ຊັ້ນບັນຍາກາດເກີດມາຈາກບັນດາສານພິດທີ່ປ່ອຍອອກຈາກການເຜົາໄໝ້ເຊື້ອເພີງໃນຂະບວນອຸດສາຫະກໍາ, ການຂົນສົູ່ງ ແລະ ກິດຈະກໍາໃນການດໍາລົງຊີວິດປະຈໍາວັນຂອງມະນຸດ. ບັນດາທາດກົດເຫຼົ່ານີ້, ໄດ້ເຄືອນຍ້າຍໄປຕາມທິດທາງລົມແລ້ວຕົກລົງສູ່ພື້ນດິນເຖິງວ່າຈະຢູ່ໃນສະຖານທີ່ຢູ່ໄກຫ່າງໄກຈາກແຫຼ່ງກໍາເນີດມົນລະພິດເຊັ່ນ: ເຂດອຸດສາຫະກໍາ ແລະ ຕົວເມືອງໃຫຍ່ກໍ່ຕາມ ທາດກົດດັ່ງກ່າວສາມາດສ້າງຄວາມເສຍຫາຍໃຫ້ແກ່ພືດ, ສັດ, ຕົ້ນໄມ້, ສິ່ງປຸກສ້າງຕ່າງໆ ແລະ ສຸຂະພາບຂອງມະນຸດໄດ້.

ບັນຫາການກາຍເປັນທາດກົດ ເປັນປະກົດການໃໝ່ສໍາລັບ ສ ປປປ ລາວ ແລະ ຄວາມສົນໃຈໃນການປ້ອງກັນບັນຫານີ້ຍັງຄົງເພີມຂື້ນຢ່າງຕໍ່ເນື່ອງ ແລະ ຍັງຂາດຄວາມຮູ້ ແລະ ປະສົບການກ່ຽວກັບ ລັກສະນະຕ່າງໆ ຂອງມົນລະພິດ SO2, NO2, ໃນການຂົນສົ່ງ, ການສະສົມການກາຍເປັນທາງກົດ ແລະ ມີຜົນກະທົບໂດຍກົງຕໍ່ສຸຂະພາບຂອງຄົນ, ພືດຜັກ ແລະ ການກັດກ່ອນຂອງອະນຸສາວະລີຕ່າງໆ ແລະ ຜົນກະທົບທາງອ້ອມຢູ່ໃນດິນ. ເຄືອຂາຍຕິດຕາມກວດກາ ການກາຍເປັນທາດກົດ ໃນຂົງເຂດອາຊີຕາເວັນອອກ (EANET) ໄດ້ສ້າງຕັ້ງຂຶ້ນ ໃນປີ 2000 ໂດຍ ແມ່ນປະເທດຍິປຸ່ນ ເປັນຜູ້ລິເລີມ. ສປປ ລາວ ໄດ້ເຂົ້າເປັນສະມາຊິກຂອງເຄືອຂ່າຍ ໃນປີ 2002 ເປັນຕົ້ນມາ. ປະຈຸບັນ ມີ ສະມາຊິກທັງໝົດ 13 ປະເທດຄື: ກໍາປູເຈຍ, ຈີນ, ລາວ, ມຽນມາ, ອິນໂດເນເຊຍ, ຍິ່ປຸ່ນ, ມາເລເຊຍ, ມົງໂກເລຍ, ເກົາຫຼີ , ຟິລິບປິນ, ລັດເຊຍ, ໄທ ແລະ ຫວຽດນາມ. ມີກອງເລຂາປະຈໍາຢູ່ບາງກອກ ປະເທດໄທ ແລະ ສູນປະສານງານເຄືອຂ່າຍຕັ້ງຢູ່ເມືອງ ນິກະຕະ ປະເທດ ຍິ່ປຸ່ນ. ສວນລາຍລະອຽດບົດລາຍງານສາມາດດາວໂຫຼດໄດ້ ໝວດບົດລາຍງານໄດ້ໜ້າເວບ