ສະຖາບັນ​ຄົ້ນຄວ້າ​ ຊັບພະຍາກອນ​ທຳມະຊາດ​ ແລະ​ ສິ່ງແວດລ້ອມ

Natural Resources and Environment Research Institute (NRERI)

ບົດລາຍງານການຕິດຕາມກວດຄຸນນະພາບອາກາດ ນະຫຼວງວຽງຈັນ2018

ບັນຫາມົນລະພິດທາງອາກາດແມ່ນບັນຫາໜຶິ່ງທີ່ສຳຄັນ ເພາະມີຜົນກະທົບຕໍ່ສຸຂະພາບ ຂອງຄົນ ແລະ ສິິ່ງແວດລ້ອມ. ປະຈຸບັນ ມີການຂະຫຍຍາຍຕົວທາງດ້ານເສດຖະກິດ ແລະ ສັງຄົມ. ເຮັດໃຫ້ການເພີ່ມຂື້ນຂອງຍານພາຫະນະເພີ່ມຂື້ນ ໂດຍອີງຕາມສະຖິຕິຈາກ ກະຊວງໂຍທາທິການ ແລະ ຂົ້ນສົ່ງ ໄດ້ຊີ້ໃຫ້ເຫັນເຖິງຕົວເລກການເພີ້ມຂື້ນຂອງຈຳນວນພາຫະນະໃນຂອບເຂດທົ່ວປະເທດ ໂດຍສະເພາະຂອບເຂດນະຄອນຫຼວງ ເຊິິ່ງໃນນະຄອນຫຼວງ ມີຈຳານວນລົດເພີ້ມຂື້ນສະພາບການຈາລະຈອນໃນເຂດຕົວເມືອງນະຄອນຫຼວງແມ່ນມລົດຕິດ ໂດຍສະເພາະເຂດ ພາຍໃນ4ຕົວເມືອງ: ເມືອງຈັນທະບູລີ, ສີສັດຕະນາກ, ສີໂຄດຕະບອງ, ໄຊທານີ, ຫາດຊາຍຟອງ,

ມີການສັນຈອນທີ່ຕິດຂັດໂດຍສະເພາະໃນຊ່ວງເວລາເຂົ້າວຽກ ແລະ ເລີກວຽກທາງລັດຖະການ. ນອກນັ້ນພົນລະເມືອງໃນຄະຫຼວງກໍ່ເພີ່ມຂື້ນ ເຮັດໃຫ້ມີທີພັກອາໃສ່ພື້ມຂື້ນ ແລະ ບັນດາຮ້າງຮ້ານບໍລິການດ້ານອາຫານຂື້ນ, ແລະ ໂຮງງານອຸສາຫະກຳກໍ່ມີແນວໂນ້ມເພີ່ມຂື້ນທຸກໆປີ ຄຽງຄູ່ກັບບັນຫາດ່ງກິ່າວເຫັນວ່າສະພາບຂອງລົດຍານພາຫະນະແມ່ນເປັນສາເຫດຂອງມົນລະພິດທາງອາກາດ. ສະນັ້ນ ສວນເຈົ້າອານຸວົງ, ກົມອຸຕຸນີຍົມ ແລະ ອຸທົກກະສານ, ເຂດຫໍປະຊຸມແຫ່ງຊາດ, ເຂດມະຫາວິທະຍາໄລແຫ່ງຊາດ, ຈິ່ງຖືກຂັດເລືອກເປັນຕົວແທນທີ່ດີໃຫ້ແກ່ສະພາບອາກາດໃນນະຄອນຫຼວງວຽງຈັນ. ເຊິິ່ງໃນປະຈຸບັນຄຸນນະພາບອາກາດຢູ່ນະຄອນຫຼວງວຽງຈັນແມ່ນຫຍັງບໍ່ທັນມີການຕິດຕາກວດກາຄຸນນະພາບອາກາດແບບສະຖານະພາບປະຈຸບັນ (Real time) ຢູ່ນະຄອນຫຼວງວຽງຈັນແມ່ນມີພຽງຈຸດດຽວຄື : ຈຸດຕິດຕາມກວດກາຄຸນນະພາບອາກາດຂອງ ສະຖາບັນ ຄົ້ນຄ້ວາຊັບພະຍາກອນທຳມະຊາດ ແລະ ສິິ່ງແວດລ້ອມຢູ່ ກົມອຸຕຸນິຍົມ ແລະ ອຸທົກກະສາດ. ແຕ່ການຕິດຕາມກວດກາຄຸນນະພາບອາກາດຮູບລັກຊະນະນີ້ຍັງມີ ຂໍ້ຈໍາກັດຢູ່ບ່ອນວ່າ ເປັນການວັດແທກພຽງຈຸດດຽວເຊິ່ງບໍ່າສາມາດເຄື່ອນທີ່ໄດ້. ດັ່ງນັ້ນຈິ່ງເປັນທີ່ມາຂອງການນຳໃຊ້ສະຖານ ຕິດຕາມກວດກາຄຸນນະພາບອາກາດແບບເຄື່ອນທີ່ເຊິ່ງການຕິດຕາມ ກວດຄຸນນະພາບອາກາດຮູບແບບນີ້ຈະສາມາດເຂົ້າເຖິງຈຸດທີ່ກໍ່ໃຫ້ເກີດມົນລະພິດໄດ້ຢ່າງມີປະສິດທິພາບ. ສະຖານີວັດແທກອາກາດແບບເຄືອນທີ່ນີ້ ແມ່ນວັດແທກອາກາດ ແລະ ເຊື່ອມໂຍງຂໍ້ມູນແບບອັດຕະໂນມັດ ສາມາດວິໄຈຄຸນນະພາບອາກາດໃນບັນຍາກາດທົ່ວໄປ (Ambient Air) ເຊັ່ນ: ຝຸິ່ນລະອອງຂະໜາດນ້ອຍກິ່ວາສິບໄມຄຣອນ (PM10), ຝຸິ່ນລະອອງຂະໜາດນ້ອຍກິ່ວາ 2.5 ໄມຄຣອນ (PM 2.5), ຝຸິ່ນລະອອງລວມ (TSP), ໄນໂຕຣເຈນອອກໄຊ (NO), ໄນໂຕຣເຈນໄດອ໋ອກໄຊ (NO2), ຊັລເຟ ໄດອ໋ອກໄຊດ໌ (SO2), ຄາຣ໌ບອນໂມນ໋ອກໄຊດ໌ (CO), ໂອໂຊນ (O3), ສານລະເຫີຍ ອົງຄະທາດ (Volatire Organic Compounds -VOCs), ລະດັບສຽງ (Sound Levels) ແລະ ການວັດແທກສະພາບອາກາດທາງອຸຕຸວິທະຍາ, ໃນຈຸດດັ່ງກ່າວພື່ອເປັນຂໍ້ມູນພື້ນຖານໃຫ້ແກ່ການສຶກສາ ແລະ ຕິດຕາມ ຄຸນນະພາບອາກາດ (Baseline Ambient Air Quality) ໃນບໍລິເວນອອ້ມຮອບ ແລະ ການກໍານົດມາດຕະການໃນການແກ້ໄຂ ແລະ ຫຼຸດຜ່ອນມົນລະພິດທາງອາກາດຢ່າງໄກ້ສິດ ຜ່ານການວັດແທກຕົວຈິ່ງໃນໄລຍະຜ່ານມາເຫັນວ່າຊ່ວງລະດູແລ້ງໃນຊ່ວງຊົ່ວໂມງທີຮິບດ່ວນ ແລະ ຕອນກາງຄື້ນມີບາງຕົວວັດແທກປະລິມານຝຸ່ນລະອອງຂະໜາດນ້ອຍກິ່ວາສິບໄມຄຣອນ (PM10), ຝຸ່ນລະອອງຂະໜາດນ້ອຍກ່ວາ 2.5 ໄມຄຣອນ (PM 2.5), ເກີນມາດຕະຖານເຫຼັກນ້ອຍ ລາຍລະອຽດສາມາດດາວໂຫຼດບົດລາຍງານໄດ້ທີ່ເມນຸບົດລາຍງານ (ຄຸນນະພາບອາກາດ)ໜ້າເວບ