ສະຖາບັນ​ຄົ້ນຄວ້າ​ ຊັບພະຍາກອນ​ທຳມະຊາດ​ ແລະ​ ສິ່ງແວດລ້ອມ

Natural Resources and Environment Research Institute (NRERI)

ບົດລາຍງານການຕິດຕາມຄຸນນະພາບອາກາດ3ແຂວງພາກໃຕ້ 2018

ສາມແຂວງພາກໃຕ້ຂອງ ສປປ ລາວ ຄຳມວນ, ສະຫວັນນະເຂດ, ຈຳປາສັກ ເຊີ່ງເປັນ3ແຂວງທີ່ມີພົນລະເມືອງໜ້າແໜ້ນຮອງຈາກນະຄອນຫຼວງວຽງຈັນຕາມລຳດັບ ສະຫວັນນະເຂດ, ຈຳປາສັກ, ພ້ອມທັງມີການຂະຫຍາຍຂອງທີ່ພັກອາໃສ່ຢ່າງກ້ວງຂວ້າງ ບັນດາແຂວງດັ່ງກ່າວຍັງມີສານແດນຕິດກັບໄທ, ຫວຽດນາມ, ກຳປູເຈຍ ພ້ອມທັັງມີການພັດທະນາເສດຖະກິດສັງຄົມເພີ່ມຂື້ນຢ່າງຕໍ່ເນື້ອງໃນດ້ານຕ່າງໆ, ທາງດ້ານອຸດສາຫະກຳມີການສ້າງຕັ້ງໂຮງງານອຸດສາຫະກຳຂະໜາດໜ້ອຍ, ຂະໜາດກາງ, ຂະໜາດໃຫຍ່, ທາງດ້ານພື້ນຖານໂຄ່ງລ້າງກໍ່ສະດວກສະບາຍມີຂົ້ວຂາມນ້ຳຂອງລະຫວ່າງ ຄຳມວນ-ແຂວງນະຄອນພະນົມ, ສະຫວັນນະເຂດ-ແຂວງມຸກດາຫານ ເຊິ່ງອຳນວຍຄວາມສະດວກທາງດ້ານການສັນຈອນ ແລະ ຂົ້ນສົ່ງສີນຄ້າລະຫວ່າງປະເທດໄດ້ສະດວກຂື້ນ,

ເຮັດໃຫ້ມີການຊົມໃຊ້ຍານພາຫະນະເພີ່ມຂື້ນເປັນຈຳນວນຫຼາຍທັງພາຍໃນແຂວງ ແລະ ການສັນຈອນ, ຂົ້ນສົ່ງສີ້ນຄ້າລະຫວ່າງປະເທດ ນອກນັ້ນຍັງມີການບຸກເບີກຂະຫຍາຍພື້ນທີ່ການຜະຫຼິດກະຊິກຳຍ່າງຕໍ່ເນືອງ ໄປຄ່ຽງຄູ່ກັບການພັດທະນາບັນດາຈິດຈະກຳຕ່າງໆເຫຼົ່ານັ້ນລ້ວນແຕ່ສົ່ງຜົນກະທົບຕໍ່ຄຸນນະພາບສິ່ງແວດລ້ອມໂດຍທາງກົງ ແລະ ທາງອ້ອມ ເຊັ່ນ: ຄຸນນະພາບນ້ຳ, ຄຸນນະພາບອາກາດນອກນັ້ນຄຸນນະພາບອາກາດຍັງໄດ້ຜົນກະທົບຈາກມົນລະພິດຂ້າມຜ່ານຊາຍແດນເປັນຕົ້ນ, ຕໍ່ບັນຫາດັ່ງກ່າວນີ້ ສະຖາບັນ ຄົ້ນຄ້ວາຊັບພະຍາກອນທຳມະຊາດ ແລະ ສິິ່ງແວດລ້ອມ,ກຊສ ໄດ້ລົງສຳຫຼວດພ້ອມທັງວັດແທກ ຄຸນນະພາບອາກາດດວ້ຍລົົົດຕິດຕາມຄຸນນະພາບອາກາດເຄື່ອນທີ່ລົງວັດແທກຢູ່ ເມືອງທ່າແຂກ ແຂວງ ຄຳມວນ, ນະຄອນໄກສອນ ແຂວງ ສະຫວັນນະເຂດ, ນະຄອນປາກເຊ ແຂວງຈຳປາສັກ, ເຊີ່ງວັດແທກ ແລະ ເຊື່ອມໂຍງຂໍ້ມູນແບບອັດຕະໂນມັດ ສາມາດວິໄຈຄຸນນະພາບອາກາດໃນບັນຍາກາດທົ່ວໄປ (Ambient Air) ເຊັ່ນ: ຝຸິ່ນລະອອງຂະໜາດນ້ອຍກິ່ວາສິບໄມຄຣອນ (PM10), ຝຸ່ນລະອອງຂະໜາດນ້ອຍກ່ວາ 2.5 ໄມຄຣອນ (PM 2.5), ຝຸ່ນລະອອງລວມ (TSP), ໄນໂຕຣເຈນອອກໄຊ (NO), ໄນໂຕຣເຈນໄດອ໋ອກໄຊ (NO2), ຊັລເຟິ ໄດອ໋ອກໄຊດ໌ (SO2), ຄາຣ໌ບອນໂມນ໋ອກໄຊດ໌ (CO), ໂອໂຊນ (O3), ສານລະເຫີຍ ອົງຄະທາດ (Volatire Organic Compounds -VOCs), ລະດັບສຽງ (Sound Levels) ແລະ ການວັດແທກສະພາບອາກາດທາງອຸຕຸວິທະຍາໃນຈຸດດັ່ງກ່າວ. ສະຖານີ້ຕິດຕັ້ງແຂວງຄຳມວນ 1,ສະຖານທີອຸຕຸນິຍົມ ແຂວງ, 2, ສວນອານຸສາວະລິ ລຸງສຸພານຸວົງ, ແຂວງ ສະຫວັນນະເຂດ1, ຫ້ອງການອຸຕຸນິຍົມ ແຂວງ,2 ສວນອານຸສາວະລີ ລຸງໜຸຮັກ, ແຂວງຈຳປາສັກ 1, ໂຮງຮຽນ ສ້າງຄູ່ແຂວງຈຳປາສັກ, 2 ຫ້ອງການອຸຕຸນິຍົມແຂວງ  ເພື່ອເປັນຂໍ້ມູນພື້ນຖານການຕິດຕາມ ຄຸນນະພາບອາກາດ (Baseline Ambient Air Quality)ໃຫ້ແກ່ການສຶກສາ ໃນບໍລິເວນອອ້ມຮອບ ແລະ ການກໍານົດມາດຕະການໃນການແກ້ໄຂ ແລະ ຫຼຸດຜ່ອນມົນລະພິດທາງອາກາດຢ່າງໄກ້ສິດ ລາຍລະອຽດສາມາດດາວໂຫຼດບົດລາຍງານໄດ້ທີ່ເມນຸບົດລາຍງານ ໜ້າເວບ

ສະຖາອຸຕຸແຂວງ ຈຳປາສັກ

ສວນອະນຸສາຫວະລີ ລຸງໜູຮັກ ສະຫວັນນະເຂດ