ສະຖາບັນ​ຄົ້ນຄວ້າ​ ຊັບພະຍາກອນ​ທຳມະຊາດ​ ແລະ​ ສິ່ງແວດລ້ອມ

Natural Resources and Environment Research Institute (NRERI)

ຄູ່ມືແນະນຳກ່ຽວກັບການວິໄຈໂລຫະໜັກໃນນ້ຳເປື້ນແລະນ້ຳທຳມະຊາດ

ເພື່ອຈັດຕັ້ງຜັນຂະຫຍາຍ ບັນດາກົດໝາຍ ແລະ ລະບຽບການຂອງສປປລາວ ທີ່ກ່ຽວຂອງກັບການຄຸມຄອງຊັບພະຍາກອນນ້ຳ, ສະຖາບັນ ຄົ້ນຄວ້າຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມ ໄດ້ສ້າງຄູ່ມືແນະນຳກ່ຍວກັບວິທີມາດຕະຖານ ການວິໄຈຄຸນນະພາບນ້ຳສະບັບນີ້ຂື້ນ ເພື່ອຈັດຕັ້ງຜັນຂະຫຍາຍ ດຳລັດວ່າດ້ວຍການຮັບຮອງ ແລະ ປະການໃຊ້ ມາດຕະຖານສິ່ງແວດລ້ອມ ແຫ່ງຊາດ ສະບັບເລກທີ81 ລບ, ລົງວັນທີ 21 ກຸມພາ 217 ແລະ ຂໍໍ້ຕົກລົງວ່າດ້ວຍມາດຕະຖານສີ່ງແວດລ້ອມແຫ່ງຊາດ ສະບັບເລກທີ 832 ກຊສ, ລົງວັນທີ7 ກຸມພາ 217

ຄູ່ມືສະບັບນີ້ ມີຈຸດປະສົງເພື່ອ ແນະນຳ ວີທີມາດຕະຖານ ການວິໄຈ ຄຸນນະພາບນ້ຳ ໃຫ້ຖືກຕ້ອງຕາມຫຼັກວິຊາການທີ່ຈະເຮັດການວີໄຈ ແລະ ເກັບຕົວຢ່າງ ນ້ຳໜ້າດິນ, ນ້ຳໃຕ້ດິນ, ແລະ ນ້ຳເປື້ອນ, ເນື້ອໃນທາງດ້ານວິຊາການຂອງປືມຫົວນີ້ໄດ້ກຳນົດກ່ຽວກັບ ວິທີມາດຕະຖານການວິໄຈ ແມັງການິສ,ຊືນ,ອາເຊນິກ, ບາຫຼອດ, ດ້ວຍເຄືອງເອເອເອສ, ໄຊຍານາຍ, ຈຸລິນຊີຄໍລິຟອມ ລວມທັງການເກັບຕົວຢ່າງ, ຄູ່ມືສະບັບນີ້ ໄດ້ສ້າງຂື້ນເພື່ອຕອບສະໜອງດ້ານວີຊາການໃຫ້ແກ່ ການສືກສາຄົ້ນຄວ້າ ແລະ ບັນດາຫົວໜ່ວຍທຸລະກິດ ເພື່ອນຳໃຊ້ເຂົ້າໃນການປະຕີບັດຕົວຈິງຢູ່ຫ້ອງທົດລອງສິ່ງແວດລ້ອມ ໃຫ້ສອດຄອງກັບເຕັກນີກວີຊາການ ແລະ ເຮັດໃຫ້ການວິໄຈຄຸນນະພາບນ້ຳ ແລະ ການເກັບຮັກສາຕົວຢ່າງນ້ຳ ໃຫ້ຮັບປະກັນຄຸນນະພາບ ທາງດ້ານຄວາມຖືກຕ້ອງ ແລະ ຊັດເຈນ ໜ້າເຊືອຖື ແລະ ສອດຄອງກັບສະພາບການຕົວຈິງ ແລະ ໄດ້ຮັບປະສິດທີຜົນ ເພື່ອປະກອບສວນເຂົ້າໃນການປົກປັກຮັກສາສີ່ງແວດລ້ອມ ຕາມທິດຢື້ນຍົງ ແລະ ສີຂຽວ ສ່ວນລາຍລະອຽດຂອງຄູ່ມີສາມາດດາວໂຫຼດໄດ້ໃນເມນຸບົດລາຍງານ