ສະຖາບັນ​ຄົ້ນຄວ້າ​ ຊັບພະຍາກອນ​ທຳມະຊາດ​ ແລະ​ ສິ່ງແວດລ້ອມ

Natural Resources and Environment Research Institute (NRERI)

ການຕິດຕາມຄຸນນະພາບນໍ້າອ່າງຮັບນໍ້າເຊກອງ

ອ່າງນໍ້າເຊກອງເປັນອ່າງຍ່ອຍທີີ່ໃຫຍ່ທີີ່ສຸດແຫ່ງໜຶີ່ງຂອງແມ່ນ້ຳຂອງຕອນໃຕ້ຂອງລາວ ແລະ ໄຫຼຜ່ານ 3 ປະເທດຄ : ຫວຽດນາມ, ລາວ ແລະ ກຳປູເຈຍ. ແມ່ນໍ້າເຊກອງມີສາຂາທີີ່ສຳຄັນຄື: ນ້ຳເຊຂະໝານ ແລະ ນ້ຳເຊປຽນ, ກວມເອົາ3ແຂວງຄື: ແຂວງຈຳປາສັກ, ແຂວງ ເຊກອງ, ແຂວງ ອັດຕະປື ເຊິີ່ງອ້ອມຮອບໄປດ້ວຍແຫ່ຼງທີີ່ຢູ່ອາໄສທີີ່ມີພື້ນທີີ່ກວ້າງຂວາງ ແລະ ລວມທັງເຂດລາດຊັນສູງທີີ່ເຕັມໄປດ້ວຍຫີນແຮ່, ຫີນປົນຊາຍ ແລະ ເຂດຮາບພຽງຕໍ່າທີີ່ເປັນເຂດນໍ້າຖ້ວມທີີ່ມີລັກສະນະຄົດຄ້ຽວ ແລະ ເຕັມໄປດ້ວຍດິນຊາຍ.
ແນວໃດກໍ່ຕາມການເຕີບໂຕຂອງເສດຖະກິດໃນຂົງເຂດນີ້ແມ່ນໄດ້ສົ່ງຜົນໃຫ້ແກ່ອໍານາດການປົກຄອງແຂວງເຊກອງທີີ່ຕ້ອງຕອບສະໜອງກັບຄວາມຕ້ອງການທີີ່ເພີມຂຶ້ເຊັ່ນ: ການສະໜອງໄຟຟ້າ, ປ່າຕາມທໍາມະຊາດ ແລະ ຜະລິດຕະພັນຈາກປ່າ. ໄພຄຸກຄາມທີີ່ສໍາຄັນໃນການສ້າງເຂື່ອນໄຟຟ້າ ແລະການປັບແປງດິນແມ່ນສົງຜົນກະທົບຕໍ່ກັບການຫາປາມັນໄດ້ທຳລາຍແຫຼ່ງທີີ່ຢູ່ອາໄສຂອງປາເກີດມີການປ່ຽນແປງຂອງລະບົບອຸທົກວີທະຍາວິທະຍາໃນປັດຈຸບັນນີ້ໂຄງການກໍ່ສ້າງເຂື່ອນໄຟຟ້າເຊຂະໝານ1ກຳລັງດຳເນີນການກໍ່ສ້າງຢູ່ໃນແມ່ນ້ໍາເຊຂະໝານພ້ອມມີແຜນທີີ່ຈະສ້າງເຂື່ອນເພີີ່ມຂຶ້ນອີກກວ່າ 4 ແຫ່ງຄື: ເຂື່ອນເຊກອງ V, ເຂື່ອນເຊກອງ VI, ເຂື່ອນເຊຂະໝານ 1ເຂື່ອນນໍ້າກົງແຜນການສ້າງເຂື່ອນໄຟຟ້າໃນອ່າງນໍ້າເຊກອງແມ່ນເປັນເລື່ອງຮີບດ່ວນທີີ່ສຸດທີ່ທາງພັກລັດຈະຕ້ອງໄດ້ເອົາໃຈໃສ່ຕໍ່ກັບລະບົບນິເວດວິທະຍາ ຄວາມຫຼາກຫຼາຍທາງຊີວະນາໆພັນ  ຊັບພະຍາກອນນໍ້າໃນອ່າງດັ່ງກ່າວ,ນອກນັ້ນການພັດທະນາດັ່ງກ່າວແມ່ນເປັນໄພຄຸກຄາມຕໍ່ຊັບພະຍາກອນທຳມະຊາດ ແລະ ລະບົບນິເວດວິທະຍາລວາມເຖິງຄຸນນນະພາບຕາມສາຍນ້ຳຫຼັກ ແລະ ແມ່ນ້ຳສາຂາ, ໃນໄລຍະຍາວມັນຈະສົ່ງຜົນເສຍຕໍ່ກັບອ່າງນໍ້າເຊກອງເອງ, ກະທົບຕໍ່ສຸຂະພາບຂອງຄົນໃນຊຸມຊົນ ແລະ ສົ່ງຜົນກະທົບຕໍ່ການພັດທະນາຂອງຄົນທີີ່ນຳໃຊ້ຊັບພະກອນໃນຂົງເຂດດັ່ງກ່າວ.ໂຄງການການຄຸຸ້ມຄອງຊັບພະຍາກອນແມ່ນ້ຳຂອງແບບມີສ່ວນຮ່ວມຂອງທຸກໆພາກສ່ວນໂດຍມີຂໍ້ແນະນໍາທາງດ້ານເຕັກນິກຈາກອົງການພັດທະນາສາກົນຂອງປະເທດອົດສະຕຣາລີ ແລະ ການຊ່ວຍເຫຼືອອຈາກທະນາຄານໂລກ.ໂຄງການຄຸ່ມຄອງຊັບພະຍາກອນແມ່ນໍ້າຂອງແບບມີສ່ວນຮ່ວມຂອງທຸກໆພາກສ່ວນນັໍ້ນ ຈະມີນະວັດຕະກຳໃໝ່ໃນການເຊື່ອມຕໍ່ກັບສາມເສົາຄ້ຳດັ່ງຕໍ່ໄປນີ້ ແລະ ຈະນໍາເອົາສາມເສົາຄໍ້ານັ້ນເຂົ້າໃນການລົງທຶນໃນປະເທດທີີ່ກ່ຽວຂ້ອງຄື:

(1)ເສົາຄ້ຳໃນລະດັບພູມິພາກເເພື່ອສະຫຼຸບຂັໍ້ນຕອນການນຳໃຊ້ປະໂຫຍດຈາກນໍ້າ, ປັບປຸງຮູບແບບອຸທົກວິທະຍາໃນການໄຫຼ ຜ່ານເຂດແດນຕ່າງໆ ແລະ ປັບປຸງການສືສານກັບປະເທດທີີ່ມີສ່ວນໄດຸ້ສ່ວນເສຍ;

(2)ເສົາຄໍ້າແຫ່ງຊາດໃນການສະໜັບສະໜູນການປະຕິບັດການຄຸຸ້ມຄອງຊັບພະຍາກອນນໍ້າແບບປະສົມປະສານໃນບັນດາສາຂາແມ່ນໍ້າ

ຕ່າງໆ ແລະ ສົ່ງເສີມຄວາມເຂັໍ້ມແຂງຂອງສະຖາບັນໃນ ສປປ ລາວ, ກໍາປູເຈຍ ແລະ ຫວຽດນາມ

(3)ເສົາຄໍ້າໃນການແກ້ໄຂບັນຫາທີີ່ເກີດຂຶ້ນໃໝ່ໆທີີ່ກ່ຽວຂ້ອງກັບການຄຸຸ້ມຄອງຊັບພະຍາກອນນໍ້າແບບປະສົມປະສານໃນບໍລິເວນຊາຍແດນ

ໂດຍການມີສ່ວນຮ່ວມຂອງຄະນະກໍາມະການຄຸຸ້ມຄອງແມ່ນໍ້າຂອງ ແລະ ການອໍານວຍຄວາມສະດວກໃນການເຈລະຈາຕໍ່ລອງກັນແບບສອງຝ່າຍ. ຊຶ່ງການສຸ່ມຕົວຢ່າງ ແລະ ການວິເຄາະຄຸນນະພາບຂອງນໍ້າເພື່ອສ້າງຕັ້ງລະບົບເຄືອຂ່າຍການກວດກາຄຸນນະພາບຂອງນໍ້າ ແລະ ເພື່ອເກັບກໍາຂໍ້ມູນ ແລະປະເມີນຜົນຄຸນນະພາບນໍ້າໃນອ່າງນໍ້າເຊກອງແຂວງຈໍາປາສັກແຂວງເຊກອງແລະແຂວງອັດຕະປືກໍ່ຖືເປັນວຽກທີ່ສຳຄັນຢ່າງໜຶ່ງສະນັ້ນຈິ່ງໄດ້ຄັດເລືອກເອົາຈຸດດັ່ງນີ້ເປັນຈຸດຕິດຕາມຄຸນນະພາບນ້ຳເຊັ່ນ: ຈຸດທີ1 : ບ້ານດອນທູດ, ເມືອງປະທຸມພອນ, ແຂວງຈຳປາສັກ, ຈຸດທີ 2: ບ້ານ ລາລະສິນເກົ່າ, ເມືອງປາກຊ່ອງ, ແຂວງຈຳປາສັກ, ຈຸດທີ່ 3: ບ້ານເຊນໍ້ານ້ອຍ, ເມືອງລະມາມ, ແຂວງເຊກອງ, ຈຸດທີ່ 4: ບ້ານລາວີ/ບ້ານຜາແດງ, ເມືອງລະມາມ, ແຂວງເຊກອງ, ຈຸດທີ່ 5: ບ້ານດອນສິມ, ເມືອງໄຊເສດຖາ, ແຂວງອັດຕະປື, ຈຸທີ່ 6: ບ້ານວັດຫຼວງ, ເມືອງສາມັກຄີໄຊ, ແຂວງອັດຕະປື ຄວມຖີ່ຂອງເກັບຕົວຢ່າງ 4 ຄັ້ງຕໍ່ປີປະກອບຕົວຕົວວັດແທກຄຸນນະພາບນ້ຳດັ່ງນີ້: ຄ່າຄວາມເປັນກົດ-ດ່າງ (pH), ອອກຊີເຈນທີີ່ລະລາຍໃນນໍ້າ (DO), ການຊັກນໍາໄຟຟ້າ (EC), ອຸນຫະພູມ (T) ແລະ ຄວາມໃສຂອງນໍ້າ, ຊັລເຟດ (Sulphate, SO4), ແຄລຊ້ຽມ (Calcium, Ca), ໂຊດ້ຽມ (Sodium, Na), ໂປຕາຊ້ຽມ(Potassium, K), ຄວາມຕ້ອງການອ໊ອກຊິເຈນທາງເຄມີ (COD), ຄຼໍໄຮດ໌ (Chloride, Cl), ຄວາມເປັນດ່າງ(Alkalinity), ຄວາມກະດ້າງ (Hardness), ຟອດເຟດ (Phosphate, PO4), ອາໂມນ້ຽມ (Ammonium, NH4), ຟອດຟ ຮັດທັງໝົດ (Total Phosphate, TP), ໄນໂຕເຈນທັງໝົດ (Total Nitrogen, TN), ໄນເຕດ-ໄນໄຕ (Nitrate, NO3), ຂອງແຂງທັງໝົດທີີ່ລະລາຍໃນນໍ້າ (Total Dissolvent Solid, TDS) ແລະ ຂອງແຂງແຂວນລອຍທັງໝົດ (Total Suspended Solid, TSS).ການສຶກສາຄັ້ງນີ້ແມ່ນໄດ້ໃຫ້ຂໍ້ມູນກ່ຽວກັບຄຸນະພາບນໍ້າປະຈໍາປີ ແລະ ແນວໂນ້ມ ຂອງຄຸນນະພາບນໍ້າ 3 ປີ ຂອງອ່າງຮັບນໍ້າເຊກອງ. ຍັງເປັນຜົນດີໃຫ້ແກ່ສະຖາບັນຄົໍ້ນຄວ້າຊັບພະຍາກອນທໍາມະຊາດແລະສິີ່ງແວດລ້ອມແລະພາກສ່ວນອື່ນໆທີີ່ກ່ຽວຂ້ອງຮັບຮູ້ໄດ້ເຖິງການປ່ຽນແປງແລະຄວາມແຕກຕ່າງໃນແຕ່ລະໄລຍະຂອງຄຸນນະພາບນໍ້າພ້ອມດຽວກັນນີ້ການສຶກສາຍັງໄດ້ໃຫຸ້ລາຍລະອຽດກ່ຽວກັບລັກສະນະແລະຄຸນນະພາບຂອງນໍ້າໃນແມ່ນໍ້າກໍ່ຄືອ່າງເກັບນໍ້າເຊກອງລວມໄປເຖີງຂໍ້ມູນແນວໂນ້ມການເພີ້ມຂຶ້ນແລະຫຼຸດລົງຂອງມົນລະພິດໃນແມ່ນ້ຳທີ່ມີສະຖານີຈຸດຕິດຕາມຕັ້ງ

ຢູ່