ສະຖາບັນ​ຄົ້ນຄວ້າ​ ຊັບພະຍາກອນ​ທຳມະຊາດ​ ແລະ​ ສິ່ງແວດລ້ອມ

Natural Resources and Environment Research Institute (NRERI)

ຜົນການຕິດຕາມກວດກາຄຸນນະພາບນ້ຳງື່ມຕອນລຸ່ມ2015-2018

ສະຖາບັນຄົໍ້ນຄ້ວາ ຊັບພະຍາກອນທຳມະະຊາດ ແລະ ສິີ່ງແວດລ້ອມ (ສຄຊສ) ໄດ້ດຳເນີນຈັດຕັໍ້ງປະຕິບັດໂດຍໄດ້ຮັບການສະໜັບສະໜູນພາຍໃຕ້ອົງປະກອບຍ່ອຍ 2-2: ໂຄງການຄຸ້ມຄອງ ຊັບພະຍາກອນນ້ຳແບບປະສົມປະສານ ຂອງ ທະນາຄານໂລກ. ສຄຊສ ແລະ ພະແນກຊັບພະຍາກອນທາມະຊາດ ແລະ ສິີ່ງແວດລ້ອມ (ພຊສ) ແຂວງ ໄດ້ມີແຜນການຕິດຕາມກວດກາຄຸນນະພາບນໍ້າ

ໂດຍສະເພາະແມ່ນອ່າງນໍ້າທີ່ເປັນບູລິມະສິດ. ອີງຕາມແຜນດັ່ງກ່າວ, ການ ເກັບຕົວຢ່າງນໍ້າ ແລະ ການວັດແທກທາງພາກສະໜາມ ແມ່ນພະນັກງານຈາກສຄຊສ ແລະ ພຊສໄລຍະເວລາໃນການເກັບຕົວຢ່າງນ້ຳແມ່ນ3ເດືອນຕໍ່ຄັ້ງໃນປີ2015.ເປັນຕົ້ນມາ ຕົວຢ່າງນໍ້າທີ່ເກັບຈະສົ່ງເຂົ້າຫ້ອງທົດລອງສິີ່ງແວດລ້ອມແຫ່ງຊາດ, ພະແນກຕິດຕາມຄຸນນະພາບສິີ່ງແວດລ້ອມ,ສຄຊສ.ການຕິດຕາມກວດກາໃນຄັໍ້ງນ້ຳແມ່ນເພື່ອຮັກສາຄຸນນະພາບນໍ້າ ແລະ ລະບົບນິເວດວິທະຍາ ຂອງນ້ຳ. ໂດຍອີງຕາມຈັດຕັໍ້ງປະຕິບັດທີ່ຜ່ານມາສຳລັບການຕິດຕາມກວດກາໄດ້ຄັດເລືອກອ່າງນ້ຳງື່ມຕອນລຸ່ມສໍາລັບການ ຄົໍ້ນຄວ້າໃນການຕິດຕາມກວດກາຄຸນນະພາບນ້ຳໃນຄັໍ້ງນີ້ຊຶີ່ງໄດ້ເກັບຕົວຢ່າງນໍ້າ ແລະ ມີການວັດແທກທາງພາກສະໜາມເພື່ອເປັນຂໍ້ມູນພື້ນຖານ. ຂັໍ້ນຕອນໃນການເກັບຕົວຢ່າງ ແມ່ນໄດ້ປະຕິບັດຕາມມາດຖານການປະຕິບັດງານຂອງ ສາກົນ ISO/IEC 17025 ທຸກຂັ້ນຕອນ ເຊັ່ນ: ການເກັບຂໍ້ມູນທາງພາກສະໜາມ, ການວັດແທກ, ການສັງເກດຄຸນລັກສະນະທາງຟີຊິກ, ເຕັກນິກການ ເກັບຕົວຢ່າງ, ການຄວບຄຸມ ແລະ ການຮັບປະກັນຄຸນນະພາບໃນເວລາເກັບຕົວຢ່າງ ແລະ ການຂົນສົ່ງຕົວຢ່າງເຖິງ ຫ້ອງທົດລອງ ເພື່ອໃຫ້ຂໍ້ມູນເປັນທີ່ໜ້າເຊື່ອຖື ແລະ ກວດສອບຄືນໄດ້ ອ່າງນ້ຳງື່ມຕອນລຸ່ມ ຕັໍ້ງຢູ່ແຂວງວຽງຈັນ ແລະ ໄດ້ຖືກຄັດເລືອກເພື່ອເປັນຈຸດເກັບຕົວຢ່າງທ ີ່ປະກອບດ້ວຍ 3 ສະຖານ ເຊັ່ນ: ບ້ານແກ້ງໄຄ້, ບ້ານນາສະລາ ແລະ ຂົວປາກກະຍຸງ. ການຕິດຕາມກວດກາຄຸນນະພາບນ້ຳໜ້າດິນ ທີ່່ໄດ້ກໍານົດເປັນ 3 ສະຖານ ສະຖານີທີ 1: ບ້ານ ແກ້ງໄຄ ້ເມືອງໄຊທານ , 2: ບາ້ນນາສາລາ ເມືອງໄຊທານ (ເຂດດົງບັງ)ສະຖານທີ່ຈັກສູບນໍ້າຜະລິດນໍ້າປະປາ, 3: ຂົວປາກກະຍງຸ ເມືອງທຸລະຄົມ, ແຂວວຽງຈັນ. ເຊິີ່ງມີການກວດກາ ແລະ ວັດແທກພາກສະໜາມ, ບັນທຶກຂ ໍ້ມູນຈາກການສັງເກດສິີ່ງແວດລ້ອມອ້ອມຂ້າງ, ນອກຈາກນັ້ນຍັງໄດ້ເກັບຕົວຢ່າງເຂົ້າໄປວິໄຈ ທີ່ຫ້ອງທົດລອງສິີ່ງແວດລ້ອມສູນກາງ ທັງໝົດ 15 ໂຕວັດແທກ ເຊິີ່ງໄດ້ຈັດອອກ ເປັນ 4 ກຸ່ມຄື:

ກູຸ່ມທີ 1 ຕົວດັແທກພາກສະໜາມ: ອ໋ອກຊີເຈນທີ່ລະລາຍໃນນ້ຳ (Dissolved Oxygen, DO), ຄວາມເປັນກົດ-ດ່າງ (Potential of hydrogen, pH), ການຊັກນຳໄຟຟ້າຂອງນ້ຳ (Electro-conductivity, EC), ອຸນຫະພູມ (Temperature, Temp).

ກຸ່ມທີ 2 ຕົວວັດແທກພື້ນຖານ: ຂອງແຂງແຂວນລອຍທັງໝົດ (Total Suspended Solid, TSS), ຂອງແຂງທັງໝົດທີ່ລະລາຍໃນນ້ຳ (Total Dissolvent Solid,TDS)

ກຸ່ມທີ 3 ໝວດສານອາຫານ: ແອມໂມເນຍ (Ammonium, NH4), ໄນເຕຼດ (Nitrate, NO3), ໄນໂຕຼ ເຈນທັງໝົດ (Total Nitrogen, TN), ໂຟດຟ ຣັດທັງໝົດ (Total Phosphorus, TP), ໂຟດເຟດ (Phosphate, PO4). –

ກຸ່ມທີ 4 ໝວດໄອອ່ອນ: ໂຊດ້ຽມ (Sodium, Na), Potassium ( K ), ແຄວຊ້ຽມ (Calcium , Ca), ແມັກນິຊ້ຽມ (Magnesium, Mg), ຊັນເຟດ (Sulphate, SO4), ຄຼຼໍໄຣດ໌ (Chloride, Cl-), ຄວາມກະດ້າງຂອງນໍ້າ(Alkalinity, Alk).

ຜ່ານການການສຶກສາໃນຄັ້ງນີ້ ໄດ້ສະແດງໃຫ້ເຫັນຄຸນນະພາບນ້ຳຂອງອ່າງນໍ້າງື່ມຕອນລຸ່ມໃນລະຫວ່າງປີ 2015-2016 ແລະ 2018 ໂດຍອີງໃສ່ຂໍ້ມູນທີ່ໄດ້ສາມາດປະເມີນໄດ້ວ່າການປ່ຽນແປງຄຸນນະພາບນໍ້າຂອງອ່າງນໍ້າງື່ມຕອນລຸ່ມ. ຍັງຖື ວ່ານໍ້າຍັງມີຄຸນນະພາບດີ ທຸກຕົວວັດແທກໂດຍອີງຕາມມາດຕະຖານຄຸນນະພາບສິີ່ງແວດລ້ອມແຫ່ງຊາດ 2017. ສ່ວນລາຍລະອຽດບົດລາຍງານສາມາດດາວໂລດໄດ້ໃນເວບໄຊ