ສະຖາບັນ​ຄົ້ນຄວ້າ​ ຊັບພະຍາກອນ​ທຳມະຊາດ​ ແລະ​ ສິ່ງແວດລ້ອມ

Natural Resources and Environment Research Institute (NRERI)

ການຕອນຮັບສາມອົງກາດຈັດຕັ້ງມະຫາຊົນ ກົມສົ່ງເສີມຄຸນນະພາບສິ່ງແວດລ້ອມ

ໃນໄລຍະຜ່ານມາພະແນກຕິດຕາມ ແລະ ວິໄຈຄຸນນະພາບສິ່ງແວດລ້ອມ( ຫ້ອງທົດລອງສິ່ງແວດລ້ອມສູນກາງ) ໄດ້ຮັບຕອນການມາຍຽມຍາມ ແລະ ທັດສະນະຂອງສາມອົງການຈັດຕັ້ງມະຫາຊົນ ກົມສົງເສີມຄຸນນະພາສິ່ງແວດ້ອມ (ກສສ)

ຊຶ່ງການຍຽມຍາມຄັ້ງນີ້ກໍ່ເປັນການເຄື່ອນໄຫວຂອງສາມອົງການຈັດຕັ້ງມະຫາຊົນໃນການສ້າງຂະບວນການເພື່ອຄຳນັບຮັບຕອນກອງປະຊຸ່ມໃຫຍ່ຂອງອົງຄະນະພັກຂອງຕົນ ຊຶ່ງໄດ້ຮັບຟັງການບັນຍາຍກ່ຽວກັບ ເຕັກນິກການວິໄຈຄຸນນະພາບສິ່ງແວດລ້ອມທີ່ທາງຫ້ອງົດລອງປະຕິບັດເຊັ່ນ: ການຕິດຕາມຄຸນນະພາບອາກາດ, ຄຸນນະພາບນ້ຳເປື້ອນ, ຄຸນນນະພາບນ້ຳທຳມະຊາດ, ສານເຄມີອັນຕະລາຍ, ນ້ຳໃຕ້ດິນ ແລະ ການຈັດວາງພື້ນທີ່ຫ້ອງທົດລອງາມມມາດຕະຖານສາກົນແລະຍຽມຊົມພາຍໃນຫ້ອງທົດລອງທາງສອງຝ່າຍໄດ້ແລກປ່ຽນຄຳຄິດເຫັນຕໍ່ກັບເນື້ອໃນຕ່າງໆ ຢ່າງເປັນກັນເອງ ແລະ ຟົດຟື້ນ