ສະຖາບັນ​ຄົ້ນຄວ້າ​ ຊັບພະຍາກອນ​ທຳມະຊາດ​ ແລະ​ ສິ່ງແວດລ້ອມ

Natural Resources and Environment Research Institute (NRERI)

ກອງປະຊຸມເຜີຍແຜ່ຂໍ້ມູນ ແລະ ປຶກສາຫາລື ກ່ຽວກັບການພັດທະນາ ແບບຈໍາລອງອຸທົກກະສາດອ່າງຮັບນ້ຳ ນ້ຳງືມ

ອີງ​ຕາມ​ແຜນການເຄື່ອນໄຫວອົງປະກອບ2.3: ການວິເຄາະຊັບພະຍາກອນນໍ້ຳ ສົກປີ 2019 ຂອງໂຄງການຄຸ້ມຄອງຊັບພະຍາກອນນ້ຳແບບເຊື່ອມສານ ໃນ​ວັນທີ 05 ຫາ 09 ສິງຫາ 2019, ທີ່ຜ່ານມາ ສະຖາ​ບັນຄົ້ນຄ້ວາຊັບພະ​ຍາກ​ອນທຳມະຊາດ ແລະ ສິ່ງ​ແວດ​ລ້ອມ ພ້ອມດ້ວຍພະແນກຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມ ແຂວງ​ ຊຽງຂວາງ, ໄຊສົມບູນ ແລະ ວຽງຈັນໄດ້ຈັດກອງປະຊຸມປຶກສາຫາລືກ່ຽວກັບຄວາມຕ້ອງການຂໍ້ມູນ ແລະ ຂໍ້ຫຍຸ້ງຍາກ ໃນການປະຕິບັດວຽກງານຂອງຂະແໜ່ງນ້ຳ ແລະ ແບບຈຳລອງອຸທົກກະສາດ ອ່າງຮັບນ້ຳງືມ

ໃຫ້ພາກສ່ວນທີ່ກ່ຽວຂ້ອງໄດ້ຮັບຮູ້ ແລະ ນຳສະເໜີໜ້າວຽກ ຂອງການພັດທະນາ ແບບຈໍາລອງອຸທົກກະສາດ ອ່າງຮັບນ້ຳງືມ ທີ່ແຂວງ​ ຊຽງຂວາງໄຊສົມບູນ ແລະ ວຽງຈັນ, ໂດຍການເຂົ້າຮ່ວມຂອງ ທ່ານ ເພັດສະໜອນ ດາຣາລົມ ຮອງຫົວໜ້າ ສະຖາບັນ ພ້ອມທິມງານວິຊາການຊຶ່ງເນື້ອໃນຂອງກອງປະຊຸມປະກອບດ້ວຍ ການນຳສະ​ເຫ​ນີ​ໂດຍ​ຫ​ຍໍ້​ກ່ຽວ​ກັບຄວາມເປັນມາຂອງວຽກງານແບບຈຳລອງ ແລະ ພາລະບົດບາດຂອງ ສະ​ຖາ​ບັນຄົ້ນຄ້ວາ ຊັບພະຍາກອນ​ທຳ​ມະ​ຊາດ ​ແລະ ສິ່ງ​ແວດ​ລ້ອມ,  ບັນ​ດາ​ກິດ​ຈະ​ກຳ​ ແລະ ແບບຈໍຳລອງຕ່າງໆ ທີ່​ໄດ້ຈັດ​ຕັ້ງ​ປະ​ຕິ​ບັດໄລຍະຜ່ານ​ມາ​ຂອງ​ອ່າງຮັບນ້ຳ, ລາຍງານຜົນການສັງລວມ ແລະ ການລົງເກັບກຳຂໍ້ມູນອ່າງຮັບນ້ຳງືມທີ່ຜ່ານມາ, ນຳສະເໜີສະພາບລວມຂອງອ່າງຮັບນ້ຳງືມ ແລະ ແນວທາງການພັດທະນາແບບຈຳລອງອ່າງຮັບນ້ຳງືມ, ພາກສ່ວນກ່ຽວຂ້ອງໄດ້ຮັບຮູ້ ໜ້າທີ ແລະ ພາລະບົດບາດ ສະຖາ​ບັນຄົ້ນຄ້ວາຊັບພະ​ຍາກ​ອນທຳມະຊາດ ແລະ ສິ່ງ​ແວດ​ລ້ອມ ທີ່ກ່ຽວຂ້ອງກັບ ວຽກງານແບບຈຳລອງອຸທົກກະສາດອ່າງຮັບນ້ຳ

ຜົນໄດ້ຮັບຈາກການຈັດກອງປະຊຸມດັ່ງກ່າວເພື່ອເຮັດໃຫ້ຜູ້ເຂົ້າຮ່ວມຝຶກອົບຮົມຮັບຮູ້ ແລະ ເຂົ້າໃຈ ສະພາບລວມຂອງອ່າງ, ບັນດາກິດຈະກຳຕ່າງໆທີ່ມີຢູ່ໃນປະຈຸບັນ ແລະ ສິ່ງທ້າທາຍອືນໆທີ່ອາດຈະເກີດຂື້ນໃນອານາຄົດ ໃນອ່າງຮັບນ້ຳງືມ. ການນຳໃຊ້ແບບຈຳລອງຕ່າງໆ ເພື່ອການວິເຄາະຕ່າງໆ ທີ່ໃຊ້ເຂົ້າໃນການຄຸ້ມຄອງ ແລະ ພັດທະນາອ່າງຮັບນ້ຳງືມ; ເຂົ້າໃຈ ກ່ຽວກັບ ບັນດາຄວາມສຳຄັນຂອງຂໍ້ມູນຕ່າງໆ ທີ່ຈຳເປັນໃນການນຳໃຊ້ເຂົ້າໃນແບບຈຳລອງ ເຊັ່ນ: ແບບຈຳລອງອຸທົກກະສາດ (SWAT), ແບບຈຳລອງ ການຈັດສັນນ້ຳ (IQQM/Sources) ແລະ ແບບຈໍຳລອງ ການເຂືອນທີຂອງນ້ຳ (Hec-Ras); ໄດ້ຮັບຮູ້ ຄວາມຕ້ອງການຂອງ ຂະແໜ່ງການນ້ຳ ແລະ ຂໍ້ຫຍຸ້ງຍາກ ສຳລັບການຄຸ້ມຄອງ ແລະ ວາງແຜນ ຊັບພະຍາກອນນ້ຳ ຂອງແຂວງ ເພື່ອເປັນບ່ອນອີງໃຫ້ແກ່ ວຽກງານການວິເຄາະ ຊັບພະຍາກອນນ້ຳ ຂອງສະຖາ​ບັນຄົ້ນຄ້ວາຊັບພະ​ຍາກ​ອນທຳມະຊາດ ແລະ ສິ່ງ​ແວດ​ລ້ອມ. ນອກນັ້ນ ຜູ້ເຂົ້າປະຊຸມຍັງໄດ້ສະເໜິຕໍ່ກອງປະຊຸມດັ່ງກ່າວໃນການຈັດຕັ້ງປະຕີບັດ

  1. ໃຫ້ທີມງານສ້າງແບບຈຳລອງ ຄວນໃຊ້ຂໍ້ມູນລະລຽດ ໃນການສ້າງແບບຈຳລອງ ເພື່ອເປັນຂໍ້ມູນພື້ນ ຖານໃຫ້ແກ່ບັນດາແຂວງທີ່ນອນຢູ່ໃນອ່າງຮັບນ້ຳງືມ ໂດຍສະເພາະ ແມ່ນ້ຳສາຂາຫຼັກຂອງມັນ;
  2. ແບບຈຳລອງຊົນລະສາດ ແມ່ນຢາກໃຫ້ຈຳລອງ ການເພີ່ມຂື້ນຂອງປະລິມານການໄຫຼຂອງນ້ຳ ລວມທັງການປ່ອຍນ້ຳອອກຈາກເຂື່ອນ ເພື່ອຈະວາງແຜນຄຸ້ມຄອງນ້ຳຖ້ວມ (ແຜນທີ່ນ້ຳຖ້ວມ);
  3. ສະເໜີ ໃຫ້ທາງທີມງານ ແບບຈຳລອງສ້າງຄວາມເຂັ້ມແຂງໃຫ້ພະນັກງານວິຊາການ ແລະ ສະຫນອງເຄື່ອງມື ເພາະປັດຈຸບັນເຫັນວ່າ ພະນັກງານວິຊາການຢູ່ໃນພະແນກຍັງຂາດປະສົບການ, ງົບປະມານ ແລະ ການປະສານງານກັບບັນດາຂະແໜ່ງການທີ່ກ່ຽວຂ້ອງ
  4. ສະເໜີໃຫ້ມີການເກັບຂໍ້ມູນອືໆມີຄວາມຈຳເປັນ ເຊັ່ນ: ຂໍ້ມູນໄພພິບັດ, ປ່າສະຫງວນ ແລະ ນ້ຳໄຕ້ດິນ ເພື່ອໃຊ້ໃນການວຶເຄາະ;
  5. ຢາກໃຫ້ທີມງານຈັດຝຶກອົບຮົມ ສ້າງຄວາມເຂັ້ມແຂງ ໃຫ້ພະນັກງານວິຊາການ ໃນການນຳໃຊ້ ໂປແກຣມ (Softwaes) ເພື່ອປະເມີນຄິດໄລ່ປະລິມານນໍ້ຳ ໃຫ້ແກ່ຂະແໜ່ງນໍ້ຳ ເພື່ອເປັນຂໍ້ມູນພື້ນຖານພາຍໃນແຂວງ;

ບັນ​ຍາ​ກາດ​ກອງປະຊຸມ ປຶກສາຫາລື ກ່ຽວກັບ ແບບຈໍາລອງອ່າງຮັບນ້ຳ ນ້ຳງືມ ກ່ຽວກັບວຽກງານອຸທົກກະສາດ, ທີ່ແຂວງຊຽງຂວາງ.

ບັນ​ຍາ​ກາດ​ກອງປະຊຸມ ປຶກສາຫາລື ກ່ຽວກັບ ແບບຈໍາລອງອ່າງຮັບນ້ຳ ນ້ຳງືມ ກ່ຽວກັບວຽກງານອຸທົກກະສາດ, ທີ່ແຂວງໄຊສົມບູນ.

ບັນ​ຍາ​ກາດ​ກອງປະຊຸມ ປຶກສາຫາລື ກ່ຽວກັບ ແບບຈໍາລອງອ່າງຮັບນ້ຳ ນ້ຳງືມ ກ່ຽວກັບວຽກງານອຸທົກກະສາດ, ທີ່ແຂວງວຽງຈັນ.