ສະຖາບັນ​ຄົ້ນຄວ້າ​ ຊັບພະຍາກອນ​ທຳມະຊາດ​ ແລະ​ ສິ່ງແວດລ້ອມ

Natural Resources and Environment Research Institute (NRERI)

ກຊສ ໄດ້ຮັບການຊ່ວຍເຫລືອ ເຄຶ່ອງວັດແທກຄຸນນະພາບອາກາດ ຈາກລັດຖະບານ ສ ເກົາຫຼີ

ໃນຕອນເຊົ້າຂອງວັນທີ 14 ສິງຫາ 2024 ທີ່ຫ້ອງການ ຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມ ເມືອງຈັນທະບູລີ, ນະຄອນຫຼວງວຽງຈັນ ໄດ້ມີພິທີມອບ-ຮັບ ເຄື່ອງວັດແທກຄຸນນະພາບອາກາດ ຈາກລັດຖະບານ ສ ເກົາຫຼີ ພາຍໃຕ້ໂຄງການອາກາດສະອາດ ເພື່ອຄວາມຍືນຍົງຂອງອາຊຽນ. ມອບໂດຍ ທ່ານ Jongmin KIM ທີ່ປຶກສາທູດ ສະຖານທູດ ສ ເກົາຫຼີ ປະຈໍາ ສປປ ລາວ ຮັບໂດຍ ທ່ານ ລຽນໄຊ ບຸນມະນີວັນ ຫົວໜ້າ ສະຖາບັນ ຄົ້ນຄວ້າ ຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມ, ມີ ທ່ານ ສາດສະດາຈານ Kiyoung Lee ຫົວໜ້າວິໄຈ ວິທະຍາໄລສາທາລະນະສຸກສາດ, ມະຫາວິທະຍາໄລແຫ່ງຊາດ ເຊອູນ ສ ເກົາຫຼີ, ທ່ານ ພວງມະໄລ ແສງມີໄຊ ຮອງຫົວໜ້າຫ້ອງວ່າການນະຄອນຫຼວງວຽງຈັນ ແລະ ທ່ານ ແກ້ວປະເສີດ ໄຊປັນຍາ ຮອງເຈົ້າເມືອງຈັນທະບູລີ ແລະ ຜູ້ຕາງໜ້າຈາກ ພາກສ່ວນກ່ຽວ ຂ້ອງເຂົ້າຮ່ວມ.

 

 


ການຊ່ວຍເຫລືອເຄື່ອງວັດແທກຄຸນນະພາບອາກາດ ຢູ່ ສປປ ລາວ ພາຍໃຕ້ໂຄງການອາກາດ ສະອາດ ເພື່ອຄວາມຍືນຍົງຂອງອາຊຽນ ໂດຍການສະໜັບສະໜູນ ຈາກລັດຖະບານ ສ ເກົາຫຼີ ໃນຄັ້້ງນີ້ ເປັນຄັ້ງທຳອິດ ຊຶ່ງປະກອບມີ 4 ເຄື່ອງ ໂດຍມີການຕິດຕັ້ງ ແລະ ນຳໃຊ້ ເປັນສະຖານີວັດແທກຄຸນນະພາບອາກາດ ຢູ່ 4ຈຸດ ຄື: ເມືອງຈັນທະບູລີ ນະຄອນຫຼວງວຽງຈັນ, ເມືອງວັງວຽງ ແຂວງວຽງຈັນ, ນະຄອນຫຼວງບາງ ແຂວງຫຼວງພະບາງ ແລະ ນະຄອນປາກເຊ ແຂວງຈຳປາສັກ, ລວມມູນຄ່າ ການຊ່ວຍເຫລືອທັງໝົດ 10 ກວ່າ ລ້ານ ໂດລາສະຫະລັດ, ເພື່ອໃຫ້ການສະໜັບສະໜູນ ໃນການຄວບຄຸມວັດແທກຄຸນນະພາບອາກາດໃຫ້ແກ່ປະເທດສະມາຊິກອາຊຽນ ລວມເຖິງ ສປປ ລາວ.


ຂ່າວໂດຍ: ພິກຸນທອງ ບຸນໃສ

ທ່ານສາມາດ ຕິດຕາມ ຂ່າວສານປະຊາສຳພັນ ຂອງ ຂະແໜງຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມ ໄດ້ທີ່:
Website: www.monre.gov.la
Facebook: MONRE ກຊສ
Youtube: www.youtube.com/@monrelaopdr9573
ໂທລະສັບ: +856 21 263799
ໂທລະສັບ: +856 21 263799