ສະຖາບັນ​ຄົ້ນຄວ້າ​ ຊັບພະຍາກອນ​ທຳມະຊາດ​ ແລະ​ ສິ່ງແວດລ້ອມ

Natural Resources and Environment Research Institute (NRERI)

ຕາງໜ້າ ກຊສ ໄປທັດສະນະຢ້ຽມຢາມບັນດາສູນປະຕິບັດງານໝອກຄວັນ ແລະ ຮຽນຮູ້ລະບົບຄຸ້ມຄອງຄຸນນະພາບອາກາດ ທີ່ປະເທດໄທ

ໃນວັນທີ 22 -29 ພຶດສະພາ 2024 ຜ່ານມາ, ທີ່ບາງກອກ ປະເທດໄທ ຕາງໜ້າ ກະຊວງຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມ (ກຊສ) ນໍາໂດຍທ່ານ ລຽນໄຊ ບຸນມະນີວັນ, ຫົວໜ້າສະຖາບັນຄົ້ນຄວ້າ ຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມ ພ້ອມດ້ວຍ ພະນັກງານວິຊາການທີ່ກ່ຽວຂ້ອງຈາກ ກົມປ່າໄມ້, ກະຊວງ ກະສິກໍາ ແລະ ປ່າໄມ້, ກົມອະນາໄມ ແລະ ສົ່ງເສີມສຸຂະພາບ, ກະຊວງ ສາທາລະນະສຸກ, ອົງການແຄຣິຕັສ ລຸກຊໍາບວກ ປະຈໍາລາວ (ໂຄງການຕົວແບບປ່າຂຽວເມືອງສັງທອງ) ເຂົ້າຮ່ວມທັດສະນະສຶກສາ ແລະ ແລກປ່ຽນບົດຮຽນ ກ່ຽວກັບ ລະບົບຄຸ້ມຄອງຄຸນນະພາບອາກາດ ພາຍໃຕ້ການຕ້ອນຮັບ ຂອງ ທ່ານ ນາງ ປີຍາພອນ ສຸວັນນະເກດ, ຫົວໜ້າກົມຄວບຄຸມມົນລະພິດ, ກະຊວງ ຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມ ປະເທດໄທ (Preeyaporn Suwanaged, Director General of Pollution Control Department, PCD) ພ້ອມດ້ວຍ ທ່ານ ນາງ ອາຣູນີ ຫຽມ, ຮອງຫົວໜ້າອົງການຮ່ວມມືສາກົນແຫ່ງປະເທດໄທ (Arunee Hiam, Deputy Director General, TICA), ທ່ານ ນາງ ລິນດາ ມາກອຣອຍ, ຮອງຜູ້ອໍານວຍການອົງການຊ່ວຍເຫຼືອສະຫະລັດອາເມລິກາ (Linda McElroy, Deputy Mission Director), ທ່ານ ຮັນສ ຄັດທແມນ, ອໍານວຍການອົງການກະກຽມຄວາມພ້ອມໄພພິບັດ (Mr. Hans Guttman, Executive Director, adpc) ມີຜູ້ເຂົ້າຮ່ວມທັງໜົດຈຳນວນ 20 ທ່ານ, ຍິງ 7 ທ່ານ.

ການໄປທັດສະນະສຶກສາ ຄັ້ງນີ້ ແມ່ນໜຶ່ງໃນການຈັດຕັ້ງປະຕິບັດກິດຈະກໍາ ຂອງໂຄງການ ຄຸ້ມຄອງຄຸນນະພາບອາກາດຂ້າມຜ່ານຊາຍແດນ ພາຍໃຕ້ຂອບການຮ່ວມມືໄຕພາຄີ ລະຫວ່າງ ອົງການ TICA, USAID, PCD (ປີ2024 – 2026) ຄະນະຜູ້ແທນໄດ້ຢ້ຽມຢາມ, ຮຽນຮູ້ ແລະ ແລກປ່ຽນປະສົບການ ກັບ ບັນດາສູນປະຕິບັດງານທີ່ສໍາຄັນຂອງປະເທດໄທເຊັ່ນ: ສູນປະຕິບັດງານຄວບຄຸມໝອກຄວັນ (Command Center) ເຮັດໜ້າທີ່ໃນການວິເຄາະຂໍ້ມູນຄຸນນະພາບອາກາດ, ປະມວນຜົນ, ລາຍງານ ແລະ ສື່ສານຂໍ້ມູນຄຸນນະພາບອາກາດ, ສະຖາບັນເຕັກໂນໂລຊີອາເຊຍ (AIT) ແລະ ສູນປັນຍາປະດິດ (Artificial Intelligence Center), ສະຖານີຮັບດາວທຽມ ຂອງ ບໍລິສັດໄທຄອມ (Thaicom), ອົງການ GISTDA ອົງກອນທີ່ນໍາໃຊ້ດາວທຽມເຂົ້າໃນການຕິດຕາມມົນລະພິດທາງອາກາດ ແລະ ສ້າງວິທີການກວດກາຂໍ້ມູນພື້ນທີ່ໄຟໄຫມ້ນໍາໃຊ້ຜ່ານເທິງມືຖື (Burn Check application), ສູນກະກຽມຄວາມພ້ອມຮັບມືໄພພິບັດ (adpc) ດໍາເນີນການຕິດຕາມ ແລະ ພະຍາກອນຄຸນນະພາບອາກາດ ຜ່ານການນໍາໃຊ້ດາວທຽມ (satellite). ພ້ອມດຽວກັນນັ້ນ, ຍັງໄດ້ຢ້ຽມຢາມ ກົມອຸທະຍານແຫ່ງຊາດສັດປ່າ ແລະ ການອະນຸລັກ ເພື່ອຮຽນຮູ້ກ່ຽວກັບການຄຸ້ມຄອງໄຟປ່າ ແລະ ກະຊວງ ສາທາລະນະສຸກ ເພື່ອແລກປ່ຽນປະສົບການ ກ່ຽວກັບ ພະຍາດທີ່ເກີດຈາກຝຸ່ນລະອອງ ແລະ ຈໍານວນຄົນເຈັບທີ່ເຂົ້າມາປິ່ນປົວ ໃນຊ່ວງລະດູການທີີເກີດມົນລະພິດໝອກຄວັນ.

ຜ່ານທັດສະນະຢ້ຽມຢາມ ແລະ ແລກປ່ຽນບົດຮຽນ ຄະນະຜູ້ແທນຮັບຮູ້ ແລະ ເຂົ້າໃຈລະອຽດ ກ່ຽວກັບ ລະບົບການຄຸ້ມຄອງມົນລະພິດໝອກຄວັນຂອງປະເທດໄທ ແລະ ຈະໄດ້ນໍາເອົາບົດຮຽນອັນລໍ້າຄ່າ ມາຜັນຂະຫຍາຍ ແລະ ຈັດຕັ້ງປະຕິບັດໃນການຄຸ້ມຄອງມົນລະພິດໝອກຄວັນ ຢູ່ສປປ ລາວ ໃຫ້ປະກົດຜົນເປັນຈິງ ໂດຍອີງຕາມພາລະບົດບາດຂອງແຕ່ລະພາກສ່ວນທີ່ກ່ຽວຂ້ອງ.

ຂຽນຂ່າວໂດຍ: ບົວແສງປະເສີດ

ພາບໂດຍ: ບົວແສງປະເສີດ