ສະຖາບັນ​ຄົ້ນຄວ້າ​ ຊັບພະຍາກອນ​ທຳມະຊາດ​ ແລະ​ ສິ່ງແວດລ້ອມ

Natural Resources and Environment Research Institute (NRERI)

ກອງປະຊຸມສຳມະນາກ່ຽວກັບການຈັດການສິິ່ງແວດລ້ອມໂຮງງານອຸດສາຫະກໍາຂະໜາດນ້ອຍ ແລະ ກາງ

ສະຖາບັນ ຄົ້ນນຄວ້າ ຊັບພະຍາກອນທໍາມະຊາດ ແລະ ສິິ່ງແວດລ້ອມ ໃນນາມຜູ້ຈັດຕັ້ງປະຕິບັດໂຄງການ LEN II ອົງປະກອບ 2 ໄດ້ຈັດກອງປະຊຸມສໍາມະນາ ກິ່ຽວກັບ ການຄຸ້ມຄອງ ແລະ ບໍາບັດນໍ້າເປື້ອນ ຈາກໂຮງງານອຸດສາຫະກໍາ ຢູ່ນະຄອນປາກເຊ, ແຂວງ ຈໍາປາສັກ ແລະ ເມືອງ ບໍລິຄັນ, ແຂວງ ບໍລິຄໍາໄຊ ໃນວັນທີ 18-24 ສິງຫາ 2019

, ພາຍໃຕ້ ການເປັນປະທານຂອງ ທ່ານ ຮອງສາດສະດາຈານ ປອ ສຸປານີ ສີລິປຸນໂຍ, ຫົວໜ້າ ພະແນກຊັບພະຍາກອນທໍາມະຊາດ ແລະ ສິິ່ງແວດລ້ອມແຂວງ ຈໍາປາສັກ ແລະ ທ່ານ ອຸທອນ ສິງຫາດວງປັນຍາ, ຮອງຫົວໜ້າ ພະແນກຊັບພະຍາກອນທໍາມະຊາດ ແລະ ສິິ່ງແວດລ້ອມແຂວງບໍລິຄຳໄຊ. ກອງປະຊຸມສໍາມະນາທາງດ້ານວິຊາການ ແມ່ນນໍາສະເໜີໂດຍ ນັກວິທະຍາກອນ ທ່ານ ປອ ນະວັດ ສຸຣິນກຸນ, ຊ່ຽວຊານດ້ານວິສາວະກໍາສິິ່ງແວດລ້ອມ ຈາກ ມະຫາວິທະຍາໄລມະຫິດດົນ, ປະເທດ ໄທ. ແລະ ນາງ ບຸນມະນີ ສຸລິເດດ, ຮອງຫົວໜ້າພະແນກຄົ້ນຄວ້າສິິ່ງແວດລ້ອມ, ສຄຊສ. ຊຶິ່ງແຂວງຈຳປາສັກມີຜູ້ເຂົ້າຮ່ວມທັງໝົດ 53 ທ່ານ, ຍິງ 09 ທ່ານ ແລະ ແຂວງບໍລິຄຳໄຊ ມີຜູ້ເຂົ້າຮ່ວມທັງໝົດ 36 ທ່ານ, ຍິງ 09 ທ່ານໃນນັ້ນມີບັນດາຜູ້ປະກອບການທາງດ້ານໂຮງແຮມ, ໂຮງງານຜະລິດຢ່າງພາລາ, ໂຮງງານແປ້ງມັນຕົ້ນ, ໂຮງານຜະລິດກາເຟດາວເຮືອງ, ໂຮງງານຜະລິດຢາCBFຈຳກັດ, ບໍລິສັດການຄ້າຕະຫຼາດປາກເຊ, ບໍ່ລິສັດ ກາວເຊີນຈຳກັດ ເຂົ້າຮ່ວມ. ກອງປະຊຸມສໍາມະນາໄດ້ນໍາສະເໜີຄວາມຮູ້ທາງດ້ານວິຊາການບາງຫົວຂໍ້ທີ່ສໍາຄັນ, ດັ່ງລຸ່ມນີ້:

  • ຄວາມຮູ້ພື້ນຖານ ກ່ຽວກັບ ນໍ້າເປື້ອນ, ເຕັກໂນໂລຊີບໍາບັດນໍ້າເປື້ອນ ແລະ ຜົນກະທົບຕໍ່ສິິ່ງແວດລ້ອມ;
  • ນໍາສະເໜີກ່ຽວກັບຂະບວນການບໍາບັດນໍໍ້າເປື້ອນທາງດ້ານ ເຄມີ (Chemical WastewaterອTreatment Process);
  • ເຕັກໂນໂລຊີ ໃນການບໍາບັດນໍ້າເປື້ອນ (Wastewater Treatment Technology);
  • ມາດຕະຖານສິິ່ງແວດລ້ອມແຫິ່ງຊາດຂອງ ສປປ ລາວ;
  • ເຕັກນິກວິທີການບໍາບັດນໍ້າເປື້ອນທາງດ້ານອົງຄະທາດ, ອະນົງຄະທາດ ແລະ ເຄມີສໍາລັບອຸດສາຫະກໍາ ຢາງພາລາຜະລິດກາເຟ, ຟາມລ້ຽງໜູ, ໂຮງແຮມ, ຕະຫຼາດ ແລະ ຮ້ານອາຫານ.

ກ່ອນຈະປະຊຸມສຳມະນາທິມງານວິຊາການຍັງໄດ້ລົງຢ້ຽມຢາມເກັບຂໍ້ມຸນ ແລະ ສຶກສາລະບົບບໍາບັດນໍ້າເປື້ອນຈາກ 2 ໂຮງງານ 1) ການບໍບັດນ້ຳເປື້ອນ ຂອງໂຮງງານຮຸ່ນສ່ວນຢາງພາລາ ດັກລັກ ຈໍາກັດ ພາຍໃຕ້ການນໍາພາໂດຍ ທ່ານ ບຸນປອນ ບຸນວິໄລ, ຮອງຫົວໜ້າຂະແໜງສິິ່ງແວດລ້ອມ, ພຊສ ພ້ອມດ້ວຍພະນັກງານວິຊາການຂະແໜງສິິ່ງແວດລ້ອມ ເຂົ້າຮ່ວມ

ໂຮງງານ ຮຸ່ນສ່ວນຢາງພາລາ ດັກລັກ ຈໍາກັດ ແມ່ນ ກໍາລັງຢູ່ຊ່ວງການປັບປຸງອ່າງບໍາບັດນໍ້າເປື້ອນຂອງໂຮງງານ ປະກອບມີຫຼາຍກວ່າ 10 ອ່າງເພື່ອຫຼຸດປະລິມານຄວາມເຂັ້ມຂຸ້ນຂອງ BOD ລົງໃຫ້ໜ້ອຍທີິ່ສຸດ ແຕ່ໂຮງງານມີ ແຜນນໍາໃຊ້ນໍ້າໜູນວຽນຄືນ. ຫຼັກການໃນການບໍາບັດແມ່ນ ແບບປະສົມປະສານລະຫວ່າງອ່າງໜັກ ແລະ ເຕີມອາກາດທາງດ້ານເທີງ ແລະ ລຸ່ມເພື່ອລ້ຽງຈຸລີນຊີໃຫ້ກິນທາດອົງ ຄະທາດໃຫ້ໜົດ ແລະ ອ່າງສຸດທ້າຍແມ່ນອ່າງບໍາບັດທາງທໍາມະຊາດຄືການນໍາໃຊ້ພືດນ້ຳຈໍານວນໜຶິ່ງດູດຊັບທາດ ໄນໂຕເຈນ ແລະ ຝົດສະຟໍລັດທີິ່ຍັງເຫຼືອຢູ່ ແລະ ນຳເອົານ້ຳມານຳໃຊ້ຄືນ

2) ໂຮງງານ ກາເຟດາວເຮືອງ ຈໍາກັດ

ລະບົບບຳບັດນ້ຳເປື້ອນໂຮງງານ ກາເຟດາວເຮືອງ ຈໍາກັດ ແມ່ນນໍາໃຊ້ຂະບວນການບໍາບັດນໍ້າເປື້ອນ ໂດຍວິທີທາງເຄມີ, ຟີຊິກ ແລະ ຊີວະ, ມີປະລິມານນໍ້າເປື້ອນສະເລ່ຍ 450 ແມັດກ້ອນ/ວັນ ຜ່ານການປັບປຸງນໍ້າເປື້້ອນທີິ່ອອກຈາກການຜະລິດແມ່ນ ໄດ້ວັດແທກໂຕວັດແທກ ຕາມມາດຕະຖານສິິ່ງແວດລ້ອມແຫິ່ງຊາດ 2017.

ແຂວງ ບໍລິຄໍາໄຊໄດ້ລົງຢ້ຽມຢາມເກັບຂໍ້ມຸນ ແລະ ສຶກສາລະບົບບໍາບັດນໍ້າເປື້ອນຈາກ 2 ໂຮງງານ 1) ການບໍບັດນ້ຳເປື້ອນ ຂອງໂຮງງານຢາງກາວເຊີນ ຈໍາກັດ ພາຍໃຕ້ການນໍາພາໂດຍ ທ່ານ ບຸນເພັງ, ຫົວໜ້າຂະແໜງສິິ່ງແວດລ້ອມ, ພຊສ ພ້ອມດ້ວຍພະນັກງານວິຊາການຂະແໜງສິິ່ງແວດລ້ອມ ເຂົ້າຮ່ວມ

 

 

ບໍບຳບັດນ້ຳເປື້ອນໂຮງງານ ຢາງກາວເຊີນ, ຊຶິ່ງເປັນໂຮງງານທີິ່ຜະລິດຢາງພາລາເຄິິ່ງສໍາເລັດຮູບ ມີກໍາລັງການ ຜະລິດປະມານ 2-3 ໂຕນຕໍິ່ວັນ, ນໍາໃຊ້ນໍ້າລ້າງຢາງປະມານ 30 ແມັດກ້ອນຕໍ່ວັນ ຫຼັງຈາກນັ້ນ ແມ່ນນໍາມາອົບໃນອຸນຫະພູມ 50-90 ອົງສາເຊໃຊ້ເວລາ1ອາທິດ. ການບໍາບັດນໍ້າເປື້ອນແມ່ນນ້ຳໃຊ້ວິທີການໜັກໃນອ່າງຊີມັງ 12 ອ່າງ ແລະ ມຸງດ້ວຍສັງກະສີ ເພື່່ອປ້ອງກັນນໍ້າຝົນພາຍຫຼັງທີ່ຫຼຸດຄວາມເຂັ້ມຂຸ້ນແລ້ວແມ່ນໄດ້ນໍາກັບໄປໃຊ້ຄືນຢູ່ໂຮງງານ

2) ໂຮງງານ ແປ້ງມັນຕົ້ນລາວ ທີທີເອວ ຈໍາກັດ

ເປັນໂຮງງານຜະລິດແປ້ງມັນຕົ້ນສໍາເລັດຮູບ ດໍາເນີນການ ຜະລິດພຽງ 5 ເດືອນ (ພະຈິກ-ມີນາ) ຂອງທຸກປີຄວາມສາມາດຫຼືກໍາລັງການຜະລິດຂອງເຄື່ອງແມ່ນ 300 ໂຕນ/ວັນ ແຕ່ການຜະລິດຕົວຈິງແມ່ນ 180 ໂຕນ/ວັນ, ມີວັດຖຸດິບ (ມັນຕົ້ນປຽກ) 500 ໂຕນ/ວັນ ເສດທີິ່ິ່ປີບເອົາແຕ່ນໍ້າຈະຖືກສົ່ງເຂົ້າໂຮງງານອົບເຮັດຫົວອາຫານສັດ ແລະ ນໍ້າເປື້ອນແມ່ນຖືກສົ່ງໄປເກັບຢູ່ອ່າງທີິ່ປູດ້ວຍຢ່າງຂະໜາດ 100x200m ເລິກ 8 ແມັດ ເພື່ອໜັກບໍ່ໃຫ້ມີອາກາດເຂົ້າກາຍເປັນແກັດອາຍເມຕານ (CH4) ກາຍເປັນພະລັງງານທົດແທນ ທີິ່ເອີ້ນກັນວ່າໄບໂອແກັດ (Biogas) ຫຼັງຈາກນັ້ນ ແມ່ນປ່ອຍອອກສູ່ບໍ່ພັກບໍາບັດທາງທໍາມະຊາດ ຜົນຂອງການຈັດຕັ້ງປະຕິບັດຈິດຈະກຳດັ່ງກ່າວນີ້ຈະລາຍງານເປັນໄລຍະ,