ສະຖາບັນ​ຄົ້ນຄວ້າ​ ຊັບພະຍາກອນ​ທຳມະຊາດ​ ແລະ​ ສິ່ງແວດລ້ອມ

Natural Resources and Environment Research Institute (NRERI)

ກອງປະຊຸມໃຫຍ່ຄັັ້ງທີ II ກໍາມະບານຮາກຖານ ສະຖາບັນຄົ້ນຄວ້າ ຊັບພະຍາກອນທໍາມະຊາດ ແລະ ສິ່ງແວດລ້ອມ ໃນວັນທີ 17 ພືດສະພາ 2024

ໃນຕອນເຊົ້າຂອງວັນທີ 17 ພືດສະພາ 2024 ສະຖາບັນຄົ້ນຄວ້າ ຊັບພະຍາກອນທໍາມະຊາດ ແລະ ສິ່ງແວດລ້ອມ ໄດ້ຈັດກອງປະຊຸມໃຫຍ່ຄັັ້ງທີ II ກໍາມະບານຮາກຖານ ສະຖາບັນຄົ້ນຄວ້າ ຊັບພະຍາກອນທໍາມະຊາດ ແລະ ສິ່ງແວດລ້ອມ, ໂດຍເປັນການເຂົ້າຮ່ວມ ທ່ານ ອານົງສອນ ພົມມະຈັນຄະນະບໍລິຫານງານ ສູນກາງສະຫະພັນກຳມະບານລາວ, ກຳມະການພັກ ກຊສ, ທ່ານ ແກ້ວປະດິດ ສົມບັດ ຄະນະບໍລິຫານງານສະຫະພັນກໍາມະບານ ສະຖາບັນຄົ້ນຄວ້າ ຊັບພະຍາກອນທໍາມະຊາດ ແລະ ສິ່ງແວດລ້ອມ ຊຸດເກົ່າ ພ້ອມດວຍ ຄະນະກໍາມະບານຂັ້ນຮາກຖານ  ບັນດາສະຫາຍ ຜູູ້ແທນສົມບູນ ແລະ ແຂກຖືກເຊີນ.

ຈຸດປະສົງຂອງກອງປະຊຸມໃຫຍ່ຄັ້ງທີ II ນີ້ ແມ່ນ ເພື່ອຮັບຟັງ ແລະ ຕົກລົງຮັບຮອງເອົາບັນຫາ ສຳຄັນ ດັ່ງລຸ່ມນີ້:

  1. ຜ່ານ ແລະ ຮັບຮອງເອົາຮ່າງບົດລາຍງານການເມືອງ ແລະ ບົດສຳຫລວດການນຳພາລວມ ຂອງກຳມະບານຮາກຖານສະຖາບັນຄົ້ນຄວ້າ ຊັບພະຍາກອນທໍາມະຊາດ ແລະ ສິ່ງແວດລ້ອມ ຊຶ່ງຮ່າງລາຍງານດັ່ງກ່າວ ໄດ້ສະຫຼຸບຕີລາຄາ ແລະ ສ່ອງແສງເຖິງການເຄື່ອນໄຫວວຽກງານໃນແຕ່ລະດ້ານຂອງກຳມະບານຮາກຖານ ສຄຊສ ໃນໄລຍະທີ່ຜ່ານມາ, ພ້ອມທັງຍົກໃຫ້ເຫັນຈຸດດີຈຸດອ່ອນ ວິທີການໃນການແກ້ໄຂການຈັດຕັ້ງວຽກງານໃນໄລຍະຜ່ານມາ ແລະ ທິດທາງແຜນການເຄື່ອນໄຫວວຽກງານໃນຕໍ່ໜ້າ;
  2. ດຳເນີນການເລືອກຕັ້ງເອົາຄະນະກຳມະບານຮາກຖານ ຊຸດໃໝ່ ເພື່ອມາເຮັດໜ້າທີ່ໃນການສືບຕໍ່ຊີ້ນຳໆພາວຽກງານຂອງ ກຳມະບານຮາກຖານ ສຄຊສ ໃຫ້ໄດ້ສູ່ຜົນສຳເລັດໃໝ່ທີ່ໃຫຍ່ຫຼວງກວ່າເກົ່າ;
  3. ຮັບຮອງເອົາມະຕິກອງປະຊຸມຄັ້ງປະຖົມມະລຶກຂອງກອງປະຊຸມໃຫຍ່ຄັ້ງທີ II ຂອງກໍາມະບານຮາກຖານ ສຄຊສ;
  4. ຈະໄດ້ຮັບຟັງການໂອ້ລົມ ແລະ ຊີ້ທິດເຍືອງທາງຂອງ ສະຫາຍ ອານົງສອນ ພົມມະຈັນ ປະທານສະຫະພັນກຳມະບານ ກຊສ ຕໍ່ກັບການເຄື່ອນໄຫວວຽກງານ ຂອງກຳມະບານຮາກຖານ ກຊສ.

ພ້ອມກັນນັ້ນຜູູ້ ແທນກອງປະຊຸ່ມໃຫຍ່ກໍ່ໄດ້ໃຊ້ສິດປະຊາທິປະໄຕ ຂອງຕົນ ປ່ອນບັດຄັດເລືອກເອົາຄະນະກໍາມະບານຊຸດໃຫມ່ ຈໍານວນ 5 ສະຫາຍ, ເພືີ່ອນໍາພາ-ຊີ້ນໍາ ສະຫະພັນກໍາມະບານ ກຊສ, ສຄຊສ ໃນຕໍ່ຫນ້າ.

ຈາກນັ້ນ ກອງປະຊຸມໃຫຍ່ ໄດ້ຕົກລົງມອບ ໃຫ້ບັນດາສະຫາຍທີ່ໄດ້ຮັບການເລືອກຕັ້ງ ປຶກສາຫາລື ແລະ ແບ່ງຄວາມຮັບຜິດຊອບກັນ ແລ້ວສະເໜີໃຫ້ຂັ້ນເທິງພິຈາລະນາອອກ ຂໍ້ຕົກລົງ ຮັບຮອງການແຕ່ງຕັ້ງ ຢ່າງເປັນທາງການ. ພ້ອມດ້ວຍກັນນັ້ນ ກໍ່ໄດ້ຮັບຟັງການໂອ້ລົມ ທີ່ມີຄວາມໝາຍຄວາມສຳຄັນຢ່າງໜັກແໜ້ນ ແລະ ເຕັມໄປດ້ວຍບົດຮຽນອັນລໍ້າຄ່າ ຈາກ ສະຫາຍ ທ່ານ ລຽນໄຊ ບຸນມະນີວົງ ກໍາມະການພັກ ກະຊວງ, ເລຂາຄະນະພັກຮາກຖານ ຄະນະພັກຮາກຖານ ສຄຊສ ຊຶ່ງບົດປະກອບຄໍາເຫັນດັ່ງກ່າວນີ້ ຈະເປັນຂີດໝາຍຊີ້ທິດເຍືອງທາງໃຫ້ແກ່ຄະນະ ແລະ ສະມາຊິກກຳມະບານ ສຄຊສ ທຸກສະຫາຍ ໄດ້ນຳໃຊ້ເຂົ້າໃນວຽກງານວິຊາສະເພາະຂອງຕົນ ໃຫ້ປະສົບຜົນສໍາເລັດຢ່າງມີປະສິດທິພາບ ແລະ ປະສິດທິຜົນ.