ສະຖາບັນ​ຄົ້ນຄວ້າ​ ຊັບພະຍາກອນ​ທຳມະຊາດ​ ແລະ​ ສິ່ງແວດລ້ອມ

Natural Resources and Environment Research Institute (NRERI)

ກອງປະຊຸມໃຫຍ່ຄັັ້ງທີ II ຄຊປປລ ຂັັ້ນຮາກຖາານ ສະຖາບັນຄົ້ນຄວ້າ ຊັບພະຍາກອນທໍາມະຊາດ ແລະ ສິ່ງແວດລ້ອມ ໃນວັນທີ 16 ພືດສະພາ 2024

ໃນຕອນເຊົ້າຂອງວັນທີ 16 ພືດສະພາ 2024 ສະຖາບັນຄົ້ນຄວ້າ ຊັບພະຍາກອນທໍາມະຊາດ ແລະ ສິ່ງແວດລ້ອມ ໄດ້ຈັດກອງປະຊຸມໃຫຍ່ຄັັ້ງທີ II ຄຊປປລ ຂັັ້ນຮາກຖາານ ສຄຊສ ຂື້ນ, ໂດຍເປັນການເຂົ້າຮ່ວມ ສະຫາຍ ວິລະສັກ ສູນດາລາ ເລຂາ ຄະນະບໍລິຫານງານຊາວໜຸ່ມ ກຊສ ທີ່ເຄົາລົບ ແລະ ນັບຖືຢ່າງສູງ ສະຫາຍ ລຽນໄຊ ບຸນມະນີວົງ ຄະນະພັກຮາກຖານ ສຄຊສ, ສະຫາຍ ນາງ ຄູນທະວຽນ ບູລົມ ຄະນະບໍລິຫານງານຊາວໜຸ່ມ ສຄຊສ ຊຸດເກົ່າ ພ້ອມດວຍ ຄະນະຊາວໜຸ່ມຂັ້ນຮາກຖານ  ບັນດາສະຫາຍ ຜູູ້ແທນສົມບູນ.

 

ກອງປະຊຸມໃຫຍ່ຄັັ້ງທີ່ II ຂອງ ຄຊປປລ ຂັັ້ນຮາກຖານ ສຄຊສ ໄດ້ພ້ອມກັນຕີລາຄາສູງຕໍ່ຜົນງານອັນໃຫຍ່ຫຼວງ  ໄດ້ພ້ອມກັນຄົັ້ນຄວ້າ, ປະກອບຄໍາຄິດຄໍາເຫັນ ແລະ ຮັບຮອງເອົາບົດລາຍງານການເມືອງ, ທິດທາງແຜນການໃນຕໍ່ຫນ້າ  ແລະ ບົດສໍາຫຼວດການນໍາພາລວມ ຂອງ ຄຊປປລ,ສຄຊສ

ຈຸດປະສົງຂອງກອງປະຊຸມ ໃນຄັ້ງນີ້ ແມ່ນເພື່ອປະກອບຄໍາເຫັນຕໍ່ບົດລາຍງານການເມືອງ ຂອງຄະນະ ຊປປລ ຂັ້ນຮາກຖານ ສະຖາບັນຄົ້ນຄວ້າ ຊັບພະຍາກອນທໍາມະຊາດ ແລະ ສິ່ງແວດລ້ອມ ໄດ້ປ່ອນບັດເລືອກຕັ້ງເອົາຄະນະ ຊປປລ ຂັ້ນຮາກຖານກົມສິ່ງແວດລ້ອມ ຊຸດໃໝ່, ກອງປະຊຸມໄດ້ມີມະຕິຕົກລົງຮັບຮອງເອົາບົດລາຍງານການເມືອງ ແລະ ຮັບຮອງເອົາຄະນະ ຊປປລ ຂັ້ນຮາກຖານ ສະຖາບັນຄົ້ນຄວ້າ ຊັບພະຍາກອນທໍາມະຊາດ ແລະ ສິ່ງແວດລ້ອມ ຊຸດໃໝ່ ຊາວໜຸ່ມຊຸດໃຫມ່ ຈໍານວນ 5 ສະຫາຍ, ເພືີ່ອນໍາພາ-ຊີ້ນໍາ ຄຊປປລ, ສຂຊສ ໃນຕໍ່ຫນ້າ.

ຈາກນັ້ນ ກໍ່ໄດ້ຜ່ານ ແລະ ຮັບຮອງເອົາຮ່າງບົດລາຍງານການເມືອງ ແລະ ບົດສຳຫລວດການນຳພາລວມ ຂອງຊາວໝຸ່ມຮາກຖານ ສະຖາບັນຄົ້ນຄວ້າ ຊັບພະຍາກອນທໍາມະຊາດ ແລະ ສິ່ງແວດລ້ອມ ຊຶ່ງຮ່າງລາຍງານດັ່ງກ່າວ ໄດ້ສະຫຼຸບຕີລາຄາ ແລະ ສ່ອງແສງເຖິງການເຄື່ອນໄຫວວຽກງານໃນແຕ່ລະດ້ານຂອງຊາວໝຸ່ມຮາກຖານ ສຄຊສ ໃນໄລຍະທີ່ຜ່ານມາ, ພ້ອມທັງຍົກໃຫ້ເຫັນຈຸດດີຈຸດອ່ອນ ວິທີການໃນການແກ້ໄຂການຈັດຕັ້ງວຽກງານໃນໄລຍະຜ່ານມາ ແລະ ທິດທາງແຜນການເຄື່ອນໄຫວວຽກງານໃນຕໍ່ໜ້າ;

ຈາກນັ້ນ ກອງປະຊຸມໃຫຍ່ ໄດ້ຕົກລົງເຫັນດີ ໃຫ້ບັນດາສະຫາຍທີ່ໄດ້ຮັບການເລືອກຕັ້ງ ປຶກສາຫາລື ແລະ ແບ່ງຄວາມຮັບຜິດຊອບກັນ ແລ້ວສະເໜີໃຫ້ຂັ້ນເທິງພິຈາລະນາອອກ ຂໍ້ຕົກລົງ ຮັບຮອງການແຕ່ງຕັ້ງ ຢ່າງເປັນທາງການ. ພ້ອມດຽວກັນນັ້ນ ກໍ່ໄດ້ຮັບຟັງການໂອ້ລົມ ທີ່ມີຄວາມໝາຍຄວາມສຳຄັນຢ່າງໜັກແໜ້ນ ແລະ ທີ່ເຕັມໄປດ້ວຍບົດຮຽນອັນລໍ້າຄ່າ ຈາກ ສະຫາຍ ສະຫາຍ ວິລະສັກ ສູນດາລາ ເລຂາ ຄະນະບໍລິຫານງານຊາວໜຸ່ມ ກຊສ ຊຶ່ງບົດປະກອບຄໍາເຫັນດັ່ງກ່າວນີ້ ຈະເປັນຂີດໝາຍຊີ້ທິດເຍືອງທາງໃຫ້ແກ່ຄະນະ ແລະ ສະມາຊິກຊາວໝຸ່ມ ກສລ ທຸກສະຫາຍ ໄດ້ນຳໃຊ້ເຂົ້າໃນວຽກງານວິຊາສະເພາະຂອງຕົນ ໃຫ້ປະສົບຜົນສໍາເລັດຢ່າງມີປະສິດທິພາບ ແລະ ປະສິດທິຜົນ.