ສະຖາບັນ​ຄົ້ນຄວ້າ​ ຊັບພະຍາກອນ​ທຳມະຊາດ​ ແລະ​ ສິ່ງແວດລ້ອມ

Natural Resources and Environment Research Institute (NRERI)

ການປະເມີນລະດັບຊາດກ່ຽວກັບສາເຫດຂອງມົນລະພິດທາງອາກາດທີ່ຫຼາກຫຼາຍໃນ ສປປ ລາວ

ນະຄອນຫຼວງວຽງຈັນ, ສປປ ລາວ ວັນທີ 20 ທັນວາ 2022, ອົງການອາຫານ ແລະ ການກະເສດ ແຫ່ງ ສະຫະປະຊາຊາດ (FAO), ກົມຄຸ້ມຄອງ ແລະ ພັດທະນາທີ່ດິນກະສິກໍາ ແລະ ສະຖາບັນຄົ້ນຄວ້າ ແລະ ສະຖິຕິ ຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມ (NRERI) ໄດ້ຮ່ວມກັນຈັດກອງປະຊຸມ ເພື່ອນຳສະເໜີ ສະພາບຄວາມຫຼາກຫຼາຍຂອງມົນລະພິດທາງອາກາດຕາມຊ່ວງເວລາ ຢູ່ ສປປ ລາວ ແລະ ການປະກອບສ່ວນຈາກຂະແໜງການຕ່າງໆ, ລວມທັງຂະແໜງກະສິກຳ, ໂດຍການນຳໃຊ້ເຕັກໂນໂລຍີພູມີສາດ. ການສຶກສານີ້ແມ່ນຄວາມພະຍາຍາມສາມຝ່າຍລະຫວ່າງ FAO, ກະຊວງກະສິກໍາ ແລະ ປ່າໄມ້ (MAF) ແລະ ກະຊວງຊັບພະຍາກອນທໍາມະຊາດ ແລະ ສິ່ງແວດລ້ອມ (MONRE) ໂດຍຜ່ານ ສະຖາບັນຄົ້ນຄວ້າ ແລະ ສະຖິຕິ ຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມ (NRERI) ເພື່ອສໍາຫຼວດສະພາບຄວາມຫຼາກຫຼາຍຂອງມົນລະພິດທາງອາກາດຂອງ ສປປ ລາວ ພາຍໃຕ້ການພັດທະນາທາງດ້ານອຸດສາຫະກຳ ແລະ ເສດຖະກິດທີ່ເພີ່ມຂຶ້ນ ແລະ ການນຳໃຊ້ການເຜົາຜານຊີວະມວນເປັນປະຈໍາ ເຊິ່ງເປັນກິດຈະກໍາດ້ານກະສິກຳໜຶ່ງ.

ການສຶກສາໄດ້ລວມເອົາແຫຼ່ງຂໍ້ມູນຕ່າງໆໃນລະດັບຊາດ ແລະ ລະດັບໂລກ ແລະ ນຳໃຊ້ເຕັກໂນໂລຍີພູມີສາດເພື່ອສະໜັບສະໜູນຍຸດທະສາດການຫຼຸດຜ່ອນມົນລະພິດ. ການສຶກສາໄດ້ສຸມໃສ່ຫ້າອົງປະກອບທີ່ສໍາຄັນ ເຊິ່ງລວມທັງ ການແບ່ງເຂດພູມີສາດຕາມຊ່ວງເວລາ, ການກໍານົດຈຸດສຸມມົນລະພິດທາງອາກາດ, ການກໍານົດຕົວຂັບເຄື່ອນທີ່ມີທ່າແຮງ, ການວິເຄາະສະຖິຕິຂອງຕົວຊີ້ວັດມົນລະພິດ ແລະ ຕົວຂັບເຄື່ອນທີ່ມີທ່າແຮງ ແລະ ການເກັບຂໍ້ມູນພາກສະໜາມ.

ທ່ານ ໂລນຄຳ ອັດສະນະວົງ, ຫົວໜ້າສະຖາບັນຄົ້ນຄວ້າ ແລະ ສະຖິຕິ ຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມ (NRERI) ໄດ້ເນັ້ນໜັກເຖິງຄວາມສຳຄັນຂອງການສຶກສາ ເພາະມັນສອດຄ່ອງກັບພາລະບົດບາດຂອງ NRERI ໃນການຕິດຕາມ, ຄວບຄຸມ ແລະ ຫຼຸດຜ່ອນມົນລະພິດທາງອາກາດພາຍໃນປະເທດ ເຊິ່ງຍັງເປັນສ່ວນໜຶ່ງຂອງ ຂໍ້ຕົກລົງອາຊຽນ ວ່າດ້ວຍ ມົນລະພິດ ໝອກຄວັນ ຂ້າມແດນ ທີ່ ສປປ ລາວ ເປັນສະມາຊິກເຂົ້າຮ່ວມ.

ຜົນການສຶກສາໄດ້ເປີດເຜີຍວ່າ ຕົວຊີ້ວັດມົນລະພິດໂດຍທົ່ວໄປແມ່ນສູງສຸດຢູ່ລະດູແລ້ງ (ເດືອນ ພະຈິກ – ເດືອນ ເມສາ), ແລະ ໂດຍສະເພາະແມ່ນ ການຈູດ (ເດືອນ ກຸມພາ – ເດືອນ ເມສາ) ແລະ ຢູ່ເຂດພາກເໜືອ ແລະ ພາກກາງຂອງປະເທດ. ແຂວງບໍ່ແກ້ວ, ຜົ້ງສາລີ, ອຸດົມໄຊ, ຫຼວງພະບາງ ແລະ ສະຫວັນນະເຂດ ເປັນຈຸດສຸມມົນລະພິດທາງອາກາດ, ໃນຂະນະທີ່ສະພາບອາກາດ, ການຜະລິດກະສິກຳ ແລະ ວຽກງານດັບເພີງ ເຫັນວ່າມີຜົນກະທົບຢ່າງແຮງທີ່ສຸດຕໍ່ຕົວຊີ້ວັດມົນລະພິດ. ສາເຫດທີ່ພາໃຫ້ເກີດໄຟໄໝ້ທີ່ພົບເຫັນທົ່ວໄປຫຼາຍທີ່ສຸດທີ່ເກີດຈາກກິດຈະກໍາຕ່າງໆໃນສະໜາມແມ່ນການຈູດເພື່ອຈັດໜ້າດິນ ແລະ ສິ່ງເສດເຫຼືອຈາກການປູກພືດຫຼັງການເກັບກ່ຽວ, ສໍາລັບຢູ່ແຂວງ ຫຼວງພະບາງ ແລະ ສະຫວັນນະເຂດ ຕາມລຳດັບ. ມົນລະພິດຂ້າມແດນຈາກປະເທດເພື່ອນບ້ານເປັນອີກປັດໃຈໜຶ່ງທີ່ສຳຄັນທີ່ພາໃຫ້ເກີດມົນລະພິດທາງອາກາດໃນ ສປປ ລາວ.

ໃນກອງປະຊຸມ, ທ່ານ ທັດເທວາ ສະພັງທອງ, ຮອງຫົວໜ້າກົມຄຸ້ມຄອງ ແລະ ພັດທະນາທີ່ດິນກະສິກໍາ, ກະຊວງກະສິກຳ ແລະ ປ່າໄມ້ ໄດ້ມີຄຳເຫັນຕໍ່ຜົນການສຶກສາ ກ່ຽວກັບຕົວຂັບເຄື່ອນການຜະລິດກະສິກຳ ແລະ ພຶດຕິກຳການປູກຝັງ ຢູ່ ສປປ ລາວ ເຊິ່ງໄຟໄໝ້ເປັນຕົວບົ່ງບອກໜຶ່ງ ສໍາລັບການຕິດຕາມຈຸດສຸມຕ່າງໆ.

ທ່ານ ຈັນທະລາດ ປອງມາລາ, ຜູ້ຊ່ວຍຜູ້ຕາງໜ້າອົງການ FAO ປະຈຳ ສປປ ລາວ ໄດ້ເນັ້ນໜັກວ່າ: ໃນຂະນະທີ່ພວກເຮົາຮັບຮູ້ເຖິງຮູບແບບການປູກຝັງແບບດັ້ງເດີມຂອງປະຊາຊົນທ້ອງຖິ່ນ, ແຕ່ການເພີ່ມສະຕິລະວັງຕົວຕໍ່ມົນລະພິດທາງອາກາດ ແລະ ຜົນກະທົບຈາກການຈູດໃນພື້ນທີ່ເປີດແມ່ນມີຄວາມສໍາຄັນສໍາລັບຊຸມຊົນທ້ອງຖິ່ນ, ພະນັກງານລະດັບຊາດ ແລະ ຂົງເຂດ ລວມທັງ ວິທີການທາງເລືອກຕ່າງໆຕໍ່ກັບມົນລະພິດ, ການທົດແທນການຈູດຊີວະມວນໃນພື້ນທີ່ເປີດໃນໄລຍະຍາວ ແລະ ການແນະນໍາກິດຈະກໍາການປູກຝັງທາງເລືອກທີ່ເໝາະສົມໃນສະພາບການທ້ອງຖິ່ນ.

ທ່ານ ມາທິວ ເຮັນຣີ, ເຈົ້າໜ້າທີ່ດ້ານວິຊາການຂອງອົງການ FAO ກ່າວວ່າ, ການສຶກສານີ້ແມ່ນການຄົ້ນຄວ້າບົນພື້ນຖານຂໍ້ມູນ, ມີຫົວຄິດປະດິດສ້າງ ແລະ ສະລັບສັບຊ້ອນ ເຊິ່ງໄດ້ຮວບຮວມເອົາຂໍ້ມູນຈາກຂະແໜງການຕ່າງໆ ແລະ ເປັນການສຶກສາຄັ້ງທໍາອິດໃນພາກພື້ນ ພາຍໃຕ້ຫົວຂໍ້ດັ່ງກ່າວ. ທ່ານໄດ້ຊຸກຍູ້ໃຫ້ນໍາໃຊ້ແນວທາງ ແລະ ເຕັກໂນໂລຍີທີ່ມີຫົວຄິດປະດິດສ້າງ ເພື່ອການຕິດຕາມຄຸນນະພາບອາກາດ ແລະ ຕົວຂັບເຄື່ອນ ພ້ອມທັງ ການນຳໃຊ້ຂໍ້ມູນຂ່າວສານທີ່ຄົບຖ້ວນໃນການຕັດສິນໃຈ ແລະ ສະໜັບສະໜູນກະສິກໍາ. ຜົນການສຶກສາໄດ້ແນະນຳໃຫ້ປັບປຸງລະບົບຖານຂໍ້ມູນແຫ່ງຊາດ ເພື່ອຕື່ມຊ່ອງວ່າງດ້ານຂໍ້ມູນຂ່າວສານ ແລະ ເພື່ອທົດລອງກິດຈະກໍາເພື່ອຫຼຸດຜ່ອນມົນລະພິດທາງອາກາດໃນຂະແໜງກະສິກຳ ພ້ອມທັງ ຫຼຸດຜ່ອນຄວາມທຸກຍາກ ແລະ ຄວາມບໍ່ໝັ້ນຄົງດ້ານສະບຽງອາຫານ.