ສະຖາບັນ​ຄົ້ນຄວ້າ​ ຊັບພະຍາກອນ​ທຳມະຊາດ​ ແລະ​ ສິ່ງແວດລ້ອມ

Natural Resources and Environment Research Institute (NRERI)

ການຕິດຕາມກວດກາຄຸນນະພາບອາກາດ ໃນພື້ນທີ່ໄຟໄໝ້ສະໜາມຂີ້ເຫຍື້ອຫຼັກ32 ນະຄອນຫຼວງວຽງຈັນ

ຕໍ່ກັບສະພາບການເກີດໄຟໄໝ້ສະໜາມຂີ້ເຫຍື້ອຫຼັກ32ນະຄອນຫຼວງວຽງຈັນ ທາງຕ່າງໜ້າຄະນະນຳ ກະຊວງຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມກໍຄືສະຖາບັນຄົ້ນຄວ້າຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມ ຮ່ວມກັບພະແນກຊັບພະຍາກອນມຳມະຊາດ ແລະ ສິ່ງແວດລ້ອມ ນະຄອນຫຼວງ ໂດຍການຊິ່ນຳຢ່າງໃກ້ສິດຂອງ ່ທານ ປອ ໄຊນະຄອນ ອິນທະວົງ ຮອງລັດຖະມົນຕິ ກະຊວງຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມພ້ອມຄະນະ ໄດ້ລົງຕິດຕາມຢ່າງໃກ້ສິດ ແລະ ເປັນຫ່ວງເປັນໄຍຕໍ່ສະຖານະການດັ່ງກ່າວ ແລະ ທິມງານວິຊາການຂອງ ສະຖາບັນຄົ້ນຄວ້າ ໄດ້ນຳເອົາອຸປະກອນ ແລະ ເຄື່ອງວັດແທກຄຸນນະພາບອາກາດທາງພາກສະໜາມລົງຕິດຕັ້ງ ໃນສະໜາມຂີ້ເຫຍື້ອຫຼັກ32ເພື່ອວັດແທກກ່ຽວກັບຄຸນນະພາບອາກາດໃນບໍລິເວນດັ່ງກ່າວໃນຕອນແລງວັນທີ່ 30/1/2022 ທີ່ຜ່ານມາ ໂຕວັດແທກປະກອບມີ ຝຸນລະອອງຂະໜາດນ້ອຍ PM2.5, PM10, TSP, ແລະ ອາຍແກັດຕ່າງໆCO2, NO, SO2 ແລະ ຂໍ້ມູນທາງດ້ານອຸຕຸນິຍົມຕ່າງໆ ທີ່ກ່ຽວຂອງກັບຄຸນນະພາບອາກາດກໍ່ຄືທິດທາງລົມ ອັດຕາການໄຫຼ່ຂອງລົມ  ແລະ ຕິດຕັ້ງຕາມພື້ນທີຊຸມໃກ້ຄຽງສະໜາມຂີ້ເຫຍືອ ຕາມທິດທາງລົມພັດຜ່ານເພື່ອຕິດຕາມສະຖານການຂອງອັກຄິໄຟຄັ້ງນີ້ ເທິງຢ່າງໃດກໍ່ຕາມເພື່ອສະດວກ ແລະ ຕິດຕາມຄຸນນະພາບອາກາດໃນພື້ນທີ່ໃກ້ຄຽງສາມາດເບິ່ງຂໍ້ມູນແບບອ່ອນລາຍຕາມເວບໄຊ www apm.monre.gov.la ຊຶ່ງມີສະຖານີໃກ້ຄຽງເຊັ່ນ:​ ສະຖານີບ້ານດົງໝາກຄາຍ, ນິຄົມອຸສາຫະກຳວິຕາ, ພາຍໃນຕົວເມືອງ ຫໍປະຊຸມແຫ່ງຊາດ ແລະ ສະຖານີອຶ່ນໆຕາມເວບໄຊໃນທີ່ໄດ້ລະບຸ ສ່ວນລາຍລະອຽດ ຂໍ້ມູນຄວາມເຂັ້ມຂຸ້ນຂອງມົນລະພິດ ຈະລາຍງານຕາມຜົນການວັດແທກຕົວຈິ່ງໃນໄວໆນີ້

ການຕິດຕັ້ງອຸປະກອນວັດແທກພາກສະໜາມ

www aqm.monre.gov.la