ສະຖາບັນ​ຄົ້ນຄວ້າ​ ຊັບພະຍາກອນ​ທຳມະຊາດ​ ແລະ​ ສິ່ງແວດລ້ອມ

Natural Resources and Environment Research Institute (NRERI)

ການລົງສຳຫຼວດໜ້າຕັດນໍ້າຊອງ ສຳລັບ ວຽກງານແບບຈຳລອງຊົນລະສາດ ນ້ຳຊອງ ເມືອງວັງວຽງ, ແຂວງວຽງຈັນ.

ອິງຕາມ ແຜນການເຄື່ອນໄຫວ ປະຈຳປີ 2021 ຂອງອົງປະກອບ 2.3: ການວິເຄາະຊັບພະຍາກອນນໍ້າ (ຫົວຂໍ້ເລກທີ 2.3-15- ເກັບກຳຂໍ້ມູນພາກສະໜາມ) ຂອງອົງປະກອບ 2.3: ການວິເຄາະຊັບພະຍາກອນນໍ້າ, ໜ່ວຍງານຄຸ້ມຄອງ ໂຄງການຄຸ້ມຄອງຊັບພະຍາກອນນໍ້າ ແບບ ເຊື່ອມສານ (N-IWRM) ຂໍ​ລາຍ​ງານ​ຜົນຂອງການລົງເກັບກຳຂໍ້ມູນພາກສະໜາມ ຈຸດປະສົງຂອງການສືກສາແລະ ເກັບກຳຂໍ້ມູນຄັງນີ້ມີ  1)ເພື່ອສ້າງຄວາມເຂັ້ມແຂງໃຫ້ແກ່ ພະນັກງານໃນການນຳໃຊ້ເຄື່ອງມື ແລະ ການສຳຫຼວດໜ້າຕັດແມ່ນໍ້າຕົວຈິິງ; 2)ເພື່ອສໍາຫຼວດບັນດາອາຄານທາງນໍ້າ, ລະດັບຄວາມສູງເສັ້ນທາງ ແລະ ຄູກັນນໍ້າ, ຄວາມສູງຈຸດສູນຂອງສະ ຖານນີອຸທົກກະສາດ ແລະ ລະດັບຄວາມສູງພູມີສາດ ຂອງພື້ນທີ່; 3)ເພື່ອເປັນຂໍ້ມູນພື້ນຖານໃຫ້ແກ່ການສ້າງແບບຈຳລອງຊົນລະສາດ ແລະ ສ້າງແຜນທີ່ນໍ້າຖ້ວມ ເພື່ອປະເມີນເນື້ອທີ່ ທີ່ຖືກຜົນກະທົບຈາກໄພນໍ້າຖ້ວມ. ເຄື່ອງມື ແລະ ອຸປະກອນປະກອບມີ: ກ້ອງລະດັບ; ກ້ອງສຳຫຼວດພື້ນທີ່ ລະບົບ RTK GNSS; ເຄື່ອງບິນບໍມີຄົນຂັບ (Drone); ເຮືອສຳຫຼວດພື້ນນ້ຳ APACHE 3; ບັນດາເຄື່ອງມື ແລະ SOFTWARE ຕ່າງໆ. ການຈັດຕັ້ງປະຕິບັດຕົວຈິງແບງອອກເປັນສາມໄລຍະ ລວມໄລຍະຕາມຄວາມຍາວຂອງແມ່ນ້ຳຊອງ 10ກລ ໄລຍະທີ່2 ຍາວ15 ກລ ໄລຍະທີ່3 ຍາວ 10 ກລ ຜົນສຳເລັດຂອງການລົງສະໜາມມີດັ່ງນີ້: ດ້ານບຸກຄະລາກອນ ສາມາດສ້າງຄວມຮັບຮູ້ ແລະ ເຂົ້າໃຈ ກ່ຽວກັບ ຈຸດປະສົງ, ວຽກງານ ໃນການລົງສຳຫຼວດໃນຄັ້ງນີ້ ໃຫ້ແກ່ພະນັກງານ ຂັ້ນສູນກາງ, ພະແນກການ, ຫ້ອງການ ແລະ ປະຊາຊົນພາຍໃນບ້ານທີ່ໄດ້ມີການລົງສຳຫຼວດພື້ນທີ່ ໃຫ້ມີຄວາມຮັບຮູ້ ແລະ ເຂົ້າໃຈເຖິງຄວາມໝາຍຄວາມສຳຄັນ ຂອງວຽກງານ; ໄດ້ສ້າງຄວາມເຂັ້ມແຂງໃຫ້ທີມງານຂັນສູນກາງ ແລະ ທ້ອງຖິ່ນໃນການນຳໃຊ້ເຄື່ອງມື ອຸປະກອນຕ່າງໆ ເພື່ອນຳໃຊ້ເຂົ້າໃນການສຳຫຼວດພື້ນທີ່ຕົວຈິງ.

ດ້ານໜ້າວຽກພາກສະໜາມ: ໄດ້ສ້າງຈຸດອ້າງອີງ ເພື່ອນຳໃຊ້ເຂົ້າໃນວຽກງານສຳຫຼວດພາຍໃນພື້ນທີ່ຂອງໂຄງການ ທັງໝົດ 8ຈຸດ, ສຳຫຼວດໜ້າຕັດຂອງນ້ຳຊອງໄດ້ທັງໝົດ 47 ໜ້າຕັດ, ໄດ້ຂໍ້ມູນບັນດາອາຄານທາງນໍ້າ, ລະດັບຄວາມສູງເສັ້ນທາງ ແລະ ຄູກັນນໍ້າ ແລະ ລະດັບຄວາມສູງພູມີສາດ ຂອງພື້ນທີ່; ສຳເລັດການສ້າງຈຸດ GCP (Ground Control Point) ແລະ ຖ່າຍພາບທາງອາກາດ ໃນພື້ນທີ່ເຂດເທດສະບານ, ໄດຂໍ້ມູນພື້ນຖານໃຫ້ແກ່ການສ້າງແບບຈຳລອງຊົນລະສາດ ແລະ ສ້າງແຜນທີ່ນໍ້າຖ້ວມ ເພື່ອປະເມີນເນື້ອທີ່ ທີ່ຖືກຜົນກະທົບຈາກໄພນໍ້າຖ້ວມ.

ຮູບພາບພາບການລົງສຳຫຼວດໜ້າຕັດນໍ້າຊອງ, ເມືອງວັງວຽງ, ແຂວງວຽງຈັນ ແລະ ການສ້າງສ້າງຈຸດ BM

ການສຳຫຼວດທາງນໍ້າໂດຍໃຊ້ເຮືອ APPACHE 3 ແລະການສຳຫຼວດທາງພື້ນທີ່ໂດຍໃຊ້ເຄື່ອງມື RTK

 

 

 

 

 

 

 

 

 

 

 

 

 

 

 

 

ແຜ່ນທີ່ໜ້າຕັດນ້ຳຊອງ

ພາບຖາຍຈາກໂດນ