ສະຖາບັນ​ຄົ້ນຄວ້າ​ ຊັບພະຍາກອນ​ທຳມະຊາດ​ ແລະ​ ສິ່ງແວດລ້ອມ

Natural Resources and Environment Research Institute (NRERI)

ກອງປະຊຸ່ມວິທະຍາສາດການຄົ້ນຄວ້າ ຂອງ ສະຖາບັນຄົ້ນຄວ້າ ແລະ ສະຖິຕິ ຊສ

ກອງປະຊຸມ ວິທະຍາສາດ ການຄົ້ນຄວ້າ ແລະ ສະຖິຕິ ຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມຄັ້ງວັນທີ ວັນທີ 13 ສິ່ງຫາ 2020ໄດ້ໄຂ້ຂື້ນຢ່າງເປັນທາງການໂດຍການເຂົ້າຮ່ວມຂອງ ທ່ານ ປອ ໄຊນະຄອນ ອິນທະວົງ ຮອງລັດຖະມົນຕີ ກະຊວງຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມ, ທ່ານ ວິລະສັກ ຈຸນດາຣາ ຫົວໜ້າສະຖາບັນຄົ້ນຄວ້າ ແລະ ສະຖິຕິຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມ ພ້ອມດ້ວຍຄະນະ ແລະ ບັນຄະນະພະແນກ ອ້າຍນ້ອງວິຊາການ, ມີບັນແຂກທີ່ຖືກເຊີນຈາກດາກົມກອງອ້ມຂາງກຊສ ແລະ ຈາກມະຫາວິທະຍາໄລແຫ່ງຊາດ ເຊິ່ງເນື້ອໃນຂອງກອງປະຊຸ່ມ ປະກອບມີ: ການຄົ້ນຄວ້າ ແລະ ນຳໃຊ້ແບບຈຳລອງການປະເມີນຊັບພະຍາກອນນ້ຳຂອງ4ອ່າງ ຮັບນ້ຳເຊບັງຫຽງ ເຊບັງໄຟ ເຊໂດນ ເຊກອງ, ການປະເມີນນ້ຳຖ້ວມເມືອງໜອງບົກແຂວງຄຳມວນໂດຍການນຳໃຊ້ພາບຖາຍດາວທຽມ, ກໍລະນິສືກສາ ບັນຫານ້ຳເປືອນຢູ່ນະຄອນຫຼວງວຽງຈັນ, ການສືກສາເບື້ອງຕົ້ນກ່ຽວກັບ ການປົນເປື້ອນຂອງໂລຫະໜັກຢູ່ໃນເຄື່ອງຫຼິ້ນເດັກນ້ອຍ(ກໍລະນິສືກສາຢູ່ນະຄອນຫູວງວຽງຈັນ, ອຸດົມໄຊ, ຫຼວງຍ້ຳທາ), ການສ້າງ ແລະ ພັດທະນາສະຖິຕິ ແລະ ຂໍ້ມູນຂ່າວສານດ້ານຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມ, ຫ້ອງທົດລອງສິ່ງແວດລ້ອມສູນກາງ ແລະ ການຕິດຕາມກວດກາຄຸນນະພາບນ້ຳ, ການຕິດຕາມກວດກາ ແລະ ວິໄຈຄຸນນະພາບອາກາດ.ໃນກອງປະຊຸ່ມໄດ້ປະກອບຄຳຄິດເຫັນແລກປ່ຽນບົດຮຽນເພື່ອນຳໄປໃຊ້ໃນວຽກງານຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມໃນໄລຍະຕໍ່ໄປ.