ສະຖາບັນ​ຄົ້ນຄວ້າ​ ຊັບພະຍາກອນ​ທຳມະຊາດ​ ແລະ​ ສິ່ງແວດລ້ອມ

Natural Resources and Environment Research Institute (NRERI)

ກຊສ ຈັດກອງປະຊຸມເຜີຍແຜ່ ມະຕິກອງປະຊຸມຄົບຄະນະ ຄັ້ງທີ 7 ຂອງຄະນະບໍລິຫານງານສູນກາງພັກ ສະໄໝທີ X

ໃນວັນທີ 7-8  ກຸມພາ 2019 ຢູ່ ​ກະ​ຊວງ​ ຊັບ​ພະ​ຍາ​ກອນ​ທຳ​ມະ​ຊາດ ແລະ ສິ່ງ​ແວດ​ລ້ອມ ໄດ້​ມີ​ການ​ຈັດ​ກອງ​ປະ​ຊຸມ​ເຜີຍ​ແຜ່ ມະ​ຕິ​ກອງ​ປະ​ຊຸມ​ຄົບ​ຄະ​ນະ ຄັ້ງ​ທີ 7 ຂອງ​ຄະ​ນະ​ບໍ​ລິ​ຫານ​ງານ​ສູນ​ກາງ​ພັກ ສະ​ໄໝ​ທີ X, ພາຍ​ໃຕ້​ການ​ເປັນ​ປະ​ທານໂດຍ ສະ​ຫາຍ ສົມ​ມາດ ພົ​ລ​ເສ​ນາ, ກຳ​ມ​ະ​ການ​ສູນກ​າງ​ພັກ, ເລ​ຂາ​ຄະ​ນະ​ພັກ, ລັດ​ຖະ​ມົນ​ຕີ​ກະ​ຊວງ. ຊຶ່ງ​ມີ​ຄະ​ນະ​ພັກ-ຄະ​ນະ​ນຳ​ທຸກ​ຂັັ້ນ ພ້ອມ​ທັ​ງ​ສະ​ມາ​ຊິກ​ພັກ ແລະ​ ພະນັກ​ງານ-ລັດ​ຖະ​ກອນ ພາຍ​ໃນກະ​ຊວງ ເຂົ້າ​ຮ່ວມ​ທັງ​ໝົດ ຈຳ​ນວນ 230 ສະ​ຫາຍ, ຍິງ 57 ສະ​ຫາຍ.

ຈຸດປະສົງຂອງການຈັດກອງປະຊຸມເຜີຍແຜ່ໃນຄັ້ງນີ້, ກໍ່ເພື່ອຮັບປະກັນ ເຮັດໃຫ້ການຈັດຕັ້ງແຜນເຊື່ອມຊຶມມະຕິກອງປະຊຸມຄົບຄະນະ ບໍລິຫານງານສູນກາງພັກ ຄັ້ງທີ 7 ສະໄໝທີ X ໃຫ້ບັນລຸຕາມຈຸດປະສົງ, ຄາດໝາຍທີ່ວາງໄວ້, ທັງເປັນການຜັນຂະຫຍາຍ ເນື້ອໃນມະຕິກອງປະຊຸມ ດັ່ງກ່າວ ໃຫ້ມີຄວາມໝາຍຄວາມສຳຄັນ ແລະ ມີເນື້ອໃນເລິກເຊິ່ງໄດ້ຮັບການເຜີຍແຜ່ ຢ່າງກວ້າງຂວາງທົ່ວເຖິງທຸກເປົ້າໝາຍ.

​ກອງ​ປະ­ຊຸມ​ໄດ້​ເຊື່ອມ​ຊຶມ 2 ເອ­ກະ­ສານ​ສຳ­ຄັນຄື: 1). ມະ​​ຕິການ​ເພີ່ມ​ທະ​ວີ​ການ​ນຳ​ພາ​ແກ້​ໄຂ​ຄວາມ​ຫຍຸ້ງ​ຍາກ​ດ້ານ​ເສດ​ຖະ​ກິດ-ການ​ເງິນ ແລະ ສ້າງ​ຄວາມ​ເຂັ້ມ​ແຂງ​ຂອງ​ການ​ຄຸ້ມ​ຄອງ​ມະ​ຫາ​ພາກ, ສະບັບເລກ​ທີ 057/ຄບ​ສ​ພ, ລົງ​ວັນ​ທີ 19 ທັນ​ວາ 2018, ໃຫ້​ກຽດ​ສະ​ເໜີ​ໂດຍ ສະ​ຫາຍ ນາງ​ ບຸນ​ຄຳ ວໍ​ລະ​ຈິດ, ກຳ​ມະ​ການ​ສຳຮອງ​ສູນ​ກາງ​ພັກ, ປະ​ທານກວດກ​າ​ພັກ, ຮອງ​ລັດ​ຖະ​ມົນ​ຕີ ແລະ 2). ມະ​ຕິ​ວ່າ​ດ້ວຍ​ການ​ປັບ​ປຸງ​ຮາກ​ຖານ​ການ​ເມືອງ​ຂອງ​ລະ​ບອບ​ປະ​ຊາ​ທິ​ປະ​ໄຕ​ປະ​ຊາ​ຊົນ​ໃຫ້​ເຂັ້ມ​ແຂງ ແລະ ໜັກ​ແໜ້ນ, ເລກ​ທີ 056/ຄບ​ສ ລົງ​ວັນ​ທີ 19 ທັນ​ວາ 2018, ເປັນ​ກຽດ​ສະ​ເໜີ​ໂດຍ ສະ​ຫາຍ ບຸນ​ມີ ພຸດ​ທະ​ວົງ, ຮອງ​ເລ​ຂາ​ຄະ​ນະ​ພັກ, ຮອງ​ລັດ​ຖະ​ມົນ​ຕີ; ພາຍ​ຫຼັງ​ສຳ​ເລັດ​ການ​ເຊື່ອ​ມ​ຊຶມ​ແລ້ວ ບັນ​ດາ​ສະ​ຫາຍ​ຜູ້​ເຂົ້າ​ຮ່ວມ​ຈະ​ໄດ້​ຄົ້ນ​ຄວ້າ​ປະ​ກອບ​ຄຳ​ເຫັນ​ພາຍ​ໃນ​ກຸ່ມ​ຕາມ​ຄຳ​ແນະ​ນຳ​ເຈາະ​ຈິ້ມ ຊຶ່ງ​ແຕ່​ລະ​ກຸ່ມ​​ມີຄະ​ນະ​ປະ​ຈຳ​ພັກ​ຊີ້​ນຳ-ນຳ​ພາ ​ໃນ​ການ​ຄົ້ນ​ຄວ້າ. ນອກ​ນີ້, ຍັງ​ມີ​ການ​ປະ​ກອບ​ຄຳ​ຄິດ​ເຫັນ​ລວມ​ໃນ​ທີ່​ປະ​ຊຸມ.

ໂອກາດ​ດັ່ງກ່າວ, ສະຫາຍ​ ສົມ​ມາດ ພົ​ລ​ເສ​ນາ, ຍັງຮຽກຮ້ອງ​ໃຫ້ຄະນະ​ພັກ-ຄະນະ​ນໍ​າ ແຕ່ລະ​ຂັ້ນ ເປັນ​ເຈົ້າ​ການ ໃນການຈັດ​ຕັ້ງ​ເຊື່ອມ​ຊຶມ ​ມະຕິ​ກອງ​ປະຊຸມ​ຄົບ​ຄະນະ ​ບໍລິ​ຫານງານສູນກາງ​ພັກ ຄັ້ງທີ 7 ສະໄໝທີ X ພ້ອມ​ທັງໃຫ້​ສຸມ​ໃສ່​ແກ້​ໄຂບັນ­ຫາ​ທີ່​ສຳ­ຄັນ ​ໃນ​ຂົງ­ເຂດເສດ​ຖະ​ກິດ-ການ​ເງິນ ກໍຄື ການ​ກໍ່ສ້າງຮາກ​ຖານ​ການ­ເມືອງ​ ຂອງ​ລະ­ບອບ​ປະ­ຊາ­ທິ­ປະ­ໄຕ​ປະ­ຊາ­ຊົນ ທີ່​ຕິດ​ພັນ​ກັບ​ພຶດ­ຕິ​ກຳ​ຕົວ​ຈິງ​ຂອງ​ຂະແໜງການຂອງຕົນ, ແກ້​ໄຂ​ບັນດາ​ຈຸດ​ອ່ອນຂໍ້ຄົງຄ້າງ, ຊອກ​ໃຫ້​ເຫັນ​ບັນດາ ​ສາ​ເຫດ​ທີ່​ເປັນ​ພື້ນຖານ ​ແລະ ​ຕົ້ນຕໍ ​ເພື່ອ​ວາງ​ມາດ​ຕະການ, ​ທິດ​ທາງ, ວິທີ​ການແກ້ໄຂ​ທີ່​ຖືກຕ້ອງ ສາມາດ​ປະ​ຕິ​ບັດໄດ້​ຢ່າງ​ມີ​ປະສິດທິພາບ ແລະ ປະສິດທິຜົນ.