ສະຖາບັນ​ຄົ້ນຄວ້າ​ ຊັບພະຍາກອນ​ທຳມະຊາດ​ ແລະ​ ສິ່ງແວດລ້ອມ

Natural Resources and Environment Research Institute (NRERI)

ກຊສ ຈັດຕັ້ງພິທີປາຖະກະຖາ ເນື່ອງໃນວັນສ້າງຕັ້ງກອງທັບປະຊາຊົນລາວ ຄົບ ຮອບ 70 ປີ

ໃນຕອນເຊົ້າຂອງວັນທີ 4 ກຸມພາ 2019 ຢູ່ ກະຊວງ ຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມ ໄດ້ມີການ ຈັດຕັ້ງພິທີປາຖະກະຖາ ເນື່ອງໃນວັນສ້າງຕັ້ງກອງທັບປະຊາຊົນລາວ ຄົບ ຮອບ 70 ປີ (20/1/1949 – 20/1/2019), ພາຍໃຕ້ການເປັນປະທານໂດຍ ສະຫາຍ ສົມມາດ ພົລເສນາ, ກໍາມະການສູນກາງພັກ, ເລຂາ ຄະນະພັກ, ລັດຖະມົນຕີກະຊວງ ແລະ ໄດ້ກ່າວ ຕ້ອນຮັບ ສະຫາຍ ພົນເອກ ຈັນສະໝອນ ຈັນຍາລາດ, ກໍາມະການກົມການເມືອງ ສູນກາງພັກ, ລັດຖະມົນຕີ ກະຊວງ ປ້ອງກັນປະເທດ ເຊິ່ງໃຫ້ກຽດມາປາຖະກະຖາໃນຄັ້ງນີ້. ຜູ້ເຂົ້າຮ່ວມ ຮັບຟັງປາຖະກະຖາມີ ຄະນະປະຈໍາພັກ, ຄະນະພັກ, ຄະນະພັກຮາກຖານ, ບັນດາຄະນະໜ່ວຍ ພັກ, ສະມາຊິກພັກສົມບູນ, ສໍາຮອງ ແລະ ພະນັກງານ-ລັດຖະກອນທັງໝົດພາຍໃນກະຊວງ.

ຈຸດປະສົງຂອງການປາຖະກະຖາໃນຄັ້ງນີ້ແມ່ນ ໄດ້ຍົກໃຫ້ເຫັນເຖິງມູນເຊື້ອການສ້າງຕັ້ງ, ສູ້ຮົບ ມີໄຊ ແລະ ການເຕີບໃຫຍ່ຂະຫຍາຍຕົວຂອງ ກອງທັບປະຊາຊົນລາວ ນັບແຕ່ມື້ສ້າງຕັ້ງ ຮອດ ປະຈຸບັນ ພາຍໃຕ້ການຊີ້ນໍາ-ນໍາພາ ຂອງພັກປະຊາຊົນປະຕິວັດລາວ, ຜົນງານ ແລະ ໄຊຊະນະ ຢ່າງໃຫຍ່ຫຼວງຂອງກອງທັບປະຊາຊົນລາວ ໃນການຕໍ່ສູ້ປົດປ່ອຍປະເທດຊາດ ຈົນໄດ້ສະຖາປະນາ ເປັນປະເທດ ສປປ ລາວ ໃນວັນທີ 2 ທັນວາ 1975 ຢ່າງສະຫງ່າງາມ. ນອກຈາກນີ້ ທ່ານ ຍັງຍົກໃຫ້ເຫັນພາລະບົດບາດ, ໜ້າທີ່ຂອງກອງທັບປະຊາຊົນລາວໃນການປະຕິບັດສອງໜ້າທີ່ ຍຸດທະສາດຂອງພັກຄື:  ປົກປັກຮັກສາ ແລະ ພັດທະນາປະເທດຊາດ, ຍົກໃຫ້ເຫັນ ເຖິງທາດແທ້ ແລະ ມູນເຊື້ອອັນພິລະອາດຫານຂອງ ກອງທັບປະຊາຊົນລາວ, ລວມທັງທິດທາງ ການພັດ ທະນາກອງທັບໃນຕໍ່ໄປ. ການປາຖະກະຖາ ໃນຄັ້ງນີ້ເຫັນວ່າ ມີບັນຍາກາດດີ ແລະ ເຮັດໃຫ້ ສະມາຊິກພັກ, ພະນັກງານ-ລັດຖະກອນ ພາຍ ໃນກະຊວງ ໄດ້ມີຄວາມເຂົ້າໃຈ ຢ່າງເລິກເຊິ່ງ ຕໍ່ ປະຫວັດຄວາມເປັນມາ ແລະ ເຫັນໄດ້ ທາດແທ້ ມູນເຊື້ອ, ຜົນງານ ແລະ ໄຊຊະນະ ອັນໃຫຍ່ຫຼວງ ທີ່ກອງທັບຍາດມາໄດ້ ຕະຫຼອດໄລຍະ 70 ປີ ຜ່ານມາ.