ສະຖາບັນ​ຄົ້ນຄວ້າ​ ຊັບພະຍາກອນ​ທຳມະຊາດ​ ແລະ​ ສິ່ງແວດລ້ອມ

Natural Resources and Environment Research Institute (NRERI)

ສະພາບການເກີດຈຸດສະສົມຮ້ອນພາຍໃນເດືອນ ມິນາ ປີ 2020 ໃນຂອບເຂດທົ່ວປະເທດ

ຜ່ານການຕິດຕາມຈຸດສະສົມຄວາມຮ້ອນຈາກພາບຖ່າຍດາວທຽມ Aqua/Terra ໃນລະບົບເຊັນເຊີ MODISເຫັນວ່າພາຍໃນເດືອນມີນາ ປີ 2020 ທົ່ວປະເທດ ມີຈຸດສະສົມຄວາມຮ້ອນທັງໝົດ 24921 ຈຸດ. ທຽບໃສ່ເດືອນກຸມພາທີ່ຜ່ານມາພົບ 6.047ຈຸດ ເຫັນວ່າເພີ່ມຂື້ນ 2.237 ຈຸດ ເກີດຂື້ນຫຼາຍກວ່າໝູ່ແມ່ນ: ແຂວງພາກເໜືອ ຄື: ແຂວງຫຼວງພະບາງ ມີ 3899 ຈຸດ, ແຂວງຫົວພັນ ມີ 2637 ຈຸດ, ແຂວງອຸດົມໄຊ ມີ 2270 ຈຸດ. ແຂວງພາກກາງ ຄື: ແຂວງສະຫວັນນະເຂດ ມີ 1904 ຈຸດ, ແຂວງຊຽງຂວາງ ມີ 1830 ຈຸດ, ແຂວງວຽງຈັນ ມີ 1426 ຈຸດ. ແຂວງພາກໃຕ້ ຄື: ແຂວງອັດຕະປື ມີ 962 ຈຸດ, ແຂວງສາລະວັນ ມີ 843 ຈຸດ.

ສຳຫຼັບເດືອນມີນາ ປີ 2020(ເລີ່ມແຕ່ວັນທີ 01-31) ທົ່ວປະເທດມີຈຸດສະສົມຄວາມຮ້ອນທັງໝົດ 24921 ຈຸດ  ແລະ ເກີດຂື້ນຫຼາຍກວ່າໝູ່: ແຂວງຫຼວງພະບາງ ມີ 3899 ຈຸດ, ແຂວງຫົວພັນ ມີ 2637 ຈຸດ, ແຂວງອຸດົມໄຊ ມີ 2270 ຈຸດ.ສຳຫຼັບປີ 2019 ທົ່ວປະເທດ ມີຈຸດສະສົມຄວາມຮ້ອນທັງໝົດ 20849 ຈຸດ ແລະ ເກີດຂື້ນຫຼາຍກວ່າໝູ່ ແມ່ນແຂວງຫຼວງພະບາງ ມີ 3784 ຈຸດ. ສະແດງໃຫ້ເຫັນວ່າ ການເກີດຈຸດສະສົມຄວາມຮ້ອນໃນ ປີ 2020 ມີຫຼາຍກວ່າ ປີ 2019 ຈຳນວນ 4.072 ຈຸດ. ຜ່ານການຕິດຕາມໃນໄລຍະ ເດືອນມັງກອນ ຫາ ເດືອນມີນາ ປີ 2020 ທົ່ວປະເທດມີຈຸດສະສົມຄວາມຮ້ອນທັງໝົດ 32397 ຈຸດ ແລະ ປີ 2019 ມີ 31711 ຈຸດ, ສະແດງໃຫ້ເຫັນວ່າ ການເກີດຈຸດສະສົມຄວາມຮ້ອນໃນທົ່ວປະເທດ ປີ 2020 ມີຫຼາຍກວ່າ ປີ 2019 ຈຳນວນ 689 ຈຸດ. ຈຸດສະສົມຄວາມຮ້ອນໃໄລຍະາມເດືອນຕົ້ນມີເຫັນວ່າເພີ່ມຂື້ນຫຼາຍກວ່າປີຜ່ານມາ. ໃນເດືອນມີນາ ເກີດຂື້ນຫຼາຍໃນຊ່ວງວັນທີ່ 27 ຫາ 31 ທົ່ວປະເທດມີ 9.576 ຈຸດ ເກີດຂື້ນຫຼາຍກວ່າໝູ່ແມ່ນພາກເໜືອເຊັ່ນ: ແຂວງຫຼວງພະບາງ, ອຸດົມໄຊ, ໄຊຍະບູລີ, ຫຼວງນ້ຳທາ ແລະ ບາງແຂວງທາງພາກກາງ. ບັນຈຸດສະສົມຄວາມຮ້ອນເພີ່ມຂື້ນໃນຊ່ວງເດືອນມີນາ ເຮັດໃຫ້ປະລິມານຝຸນລະອອງຂະໜາດໜ້ອຍ PM2.5  ເພີ່ມຂື້ນເກີນມາດຕະຖານສິ່ງແວດລ້ອມແຫ່ງຊາດ ທີ່ລະບຸໄວ້ (PM2.5 = 50 µg/m3/24h). ໃນການຈັດລະດັບຄຸນນະພາບອາ ກາດທີ່ມີຜົນກະທົບຕໍ່ສຸຂະພາບຂອງທັງ 5 ສະຖານີເຊັ່ນ: ສະຖານີບ້ານພູຊ້າງຄຳ ເຂດສະໜາມບີນຫຼວງພະບາງ, ນະຄອນຫຼວງວຽງຈັນ ເຂດສ່ວນເຈົ້າອານຸວົງ, ເຂດດົງໝາກຄາຍ, ເຂດຫຼັກ 21,  ເຂດ ວັດໄຕ( ອຸຕຸນິຍົມອຸທົກກະສາດ)  ໃນຊ່ວງວັນ 28 ເດືອນ ມີນາ ຫາ ວັນທີ່ ວັນທີ 2 ເມສາ ຊຶ່ງປະຈຸບັນນີ້ ທາງພາກເໜືອຍັງພົບເຫັນຈຸດສະສົມຄວາມຮ້ອນເກີດຂື້ນຫຼາຍໃນວັນທີ່ 1 ເມສາພົບ 3.325ຈຸດ, ວັນທີ່ 2 ເມສາພົບ 1.088 ຈຸດ ເກີດຂື້ນຫຼາຍທີ່ສຸດ ແມ່ນແຂວງຫຼວງພະບາງ ແລະ ອຸດົມໄຊ ຊຶ່ງສົງຜົນກະທົບຕໍ່ຄຸນນະພາບອາກາດ ເຮັດໃຫ້ປະລິມານຝຸ່ນລະອອງຂະໜາດໜ້ອຍກວ່າ2,5ໄມຄຼອນເກີນມາດຕະຖານ ດັດສະນີຄຸນນະພາບອາກາດຢູ່ໃນເກດເລີ່ມມີຜົນກະທົບຕໍ່ສຸກຂະພາບ ແລະ ມີຜົນຕໍ່ສຸກຂະພາບໃນລະດັບສູງ.ໂດຍສະເພາະແຂວງ ຫຼວງພະບາງ.

ສະພາບການປົກຫຸ້ມຂອງໝອກຄວັນໃນວັນທີ່31ມີນາ ພາບຈາກສູນ(ASMC)

ລະດັບ AQI ວັນທີ່31ມີນາ

ສະພາບການປົກຫຸ້ມຂອງໝອກຄວັນໃນວັນທີ່ 1ເມສາ ພາບຈາກສູນ(ASMC)

ລະດັບ AQI ວັນທີ່ 1 ເມສາ

ແຜ່ນທີຈຸດສະສົມຄວາມຮ້ອນ ວັນທີ່1 ເມສາ

 

 

ໝາຍເຫດ: ສາມາດເຂົ້າເຖິງຂໍ້ມູນໄດ້ທີ

http://43.252.244.90:8086/nreri/

http://aqm.monre.gov.la/

www.facebook.com/nreri.monre

ໂທ: +856-30-5208055