ສະຖາບັນ​ຄົ້ນຄວ້າ​ ຊັບພະຍາກອນ​ທຳມະຊາດ​ ແລະ​ ສິ່ງແວດລ້ອມ

Natural Resources and Environment Research Institute (NRERI)

ສະພາບໝອກຄວັນໃນ ສປປ ລາວ ແລະ ຂົງເຂດອາຊຽນ 7 ກຸມພາ 2019

ຈາກຂໍ້ມູນຈາກສູນຊ່ຽວຊານດ້ານອຸຕຸນິຍົມວິທະຍາຂອງ ປະເທດສິ່ງກະໂປ Asian Specialist Metrological Centre (ASMC) ໃນວັນທີ 6 ກຸມພາ ປີ2020 ທັງເປັນຈຸດສູນກາງປະສານຂອງອາຊຽນໃນການເຝົ້າລະວັງເລືອງໝອກຄວັນຂ້າມຜ່ານຊາຍແດນ ໄດ້ລາຍງານວ່າສະພາບອາກາດຍັງຄົງແຫ້ງໃນເຂດອະນຸພາກພື້ນແມ່ນໍ້າຂອງໃນປະຈຸບັນ. ສະພາບອາກາດແຫ້ງແລ້ງໃນພາກພື້ນແມ່ນ້ຳຂອງແມ່ນໄດ້ເພີ່ມຂື້ນເລືອຍໆ  ການແຜ່ກະຈາຍຂອງຈຸດເກີດຄວາມຮ້ອນ(hotspot) ແລະ ໝອກຄວັນປົກຫົມຫຼາຍຂົງເຂດໃນພາກພື້ນແມ່ນ້ຳຂອງເປັນບໍລິເວນກ້ວງ

ສັງເກດເຫັນໄດ້ວ່າໝອກຄວັນໄດ້ປົກຫຸ້ມຫຼາຍພື້ນທີທາງພາກເໜືອ ແລະ ພາກຕາເວັນອອກສຽງເໜືອ ຂອງປະເທດໄທ. ສະພາບອາກາດທີ່ບໍ່ດີມີລາຍງານຢູ່ບາງເຂດ. ໝອກຄວັນບາງສ່ວນຈາກພາກເໜືອຂອງປະເທດໄທໄດ້ຖືກພັດຜ່ານ ແລະ ປົກຫຸ້ມທາງພາກເໜືອ ແລະ ພາກກາງຂອງ ສປປລາວ. ນອກນັ້ນໝອກຄວັນຍັງປົກຄຸມທາງພາກເໜືອ ແລະ ພາກຕາເວັນອອກສຽງເໜືອ ຂອງກຳປຸເຈຍ, ບາງພື້ນທີ່ຂອງປະເທດພະມາ ແລະ ທາງພາກໃຕ້ຂອງຫວຽດນາມ ໃນຂົງເຂດອາຊຽນຍັງສັງເກດເຫັນວ່າມີໝອກຄວັນປົກຫຸ້ມນໃນບາງເຂດທາງກາງຂອງ ປະເທດຟິລິບປິນ ອີງໃສ່ທິດທາງຂອງລົມແລ້ວຄາດວ່າໝອກຄວັນອາດພັດຜ່ານທາງພາກກາງ ແລະ ພາກເໜືອຂອງລາວໃນມໍ່ໆນີ້

ລາຍງານການເກີດຈຸດສະສົມຄວາມຮ້ອນໃນ ສປປ ລາວ ຂອງວັນທີ 06 ກຸມພາ 2020 ລວມທັງໝົດມີ 131ຈຸດ ໂດຍການນຳໃຊ້ຂໍ້ມູນຈາກພາບຖ່າຍ  Aqua/Terra ໃນລະບົບເຊັນເຊີ MODIS ລາຍງານໂດຍ ພະແນກສຶບຢັງທາງໄກ ແລະ ຂໍ້ມູນຂ່າວສານ, ສຄຊສ. ກຊສ. ໃນວັນທີ 06 ກຸມພາ 2020 ມີຈຸດສະສົມຄວາມຮ້ອນທັງໝົດ 131 ຈຸດ. ເກີດຂື້ນລາຍກວ່າໝູ່ແມ່ນ ແຂວງ ຈຳປາສັກ ມີ 29  ຈຸດ, ແຂວງ ສະຫວັນນະເຂດ ມີ 21 ຈຸດ ແລະ ແຂວງ ສາລະວັນ ມີ 15 ຈຸດ.

          ສະພາບໝອກຄວັນ ໃນພາກພື້ນແມ່ນ້ຳຂອງ6/2/2020

ການແຜ່ກະຈາຍຂອງຈຸດເກີດຄວາມຮ້ອນ ໃນພາກພື້ນ6/2/2020

ການຄຳນວນຈຸດເກີດຄວາມຮ້ອນລະຫວ່າງປະເທດໃນພາກພື້ນ6/2/2020

                                                           

ແຜ່ນທີຈຸດເກີດຄວາມຮ້ອນ ວັນທີ 6 ເດືອນ ກຸມພາ ປີ2020

ສະພາບ ຜົນການວັດແທກຝຸ່ນລະອອງ PM 2.5 ປະຈໍາ ວັນທີ 07/02/2020 ຈາກຂໍ້ມູນສະ​ຖາ​ນີ​ວັດ​ແທກຝຸ່ນລະອອງ PM 2.5 ຂອງສະຖາບັນ ຄົ້ນຄວ້າ ຊັບພະຍາກອນ ທໍາມະຊາດ ແລະ ສິ່ງແວດລ້ອມທີ່ ກົມ​ອຸ​ຕຸນິ​ຍົມ​ ແລະ ອຸ​ທົກ​ກະ​ສາດ, ນະຄອນຫລວງວຽງຈັນ ໄດ້ຊີ້ໃຫ້ເຫັນວ່າຄ່າ​ຝຸ່ນ​ລະ​ອອງ PM 2.5, ໃນວັນທີ 06 ທີ່ຜ່ານມາຄ່າທີ່ໄດ້ ແມ່ນ ຕໍ່າກວ່າມາດຕະຖານສິ່ງແວດລ້ອມແຫ່ງຊາດ. ເຊິ່ງຄ່າທີ່ວັດແທກໄດ້ສະເລ່ຍແມ່ນ 24.3 µg/m3, ສໍາລັບໃນມື້ນີ້ເລີ້ມຕັ້ງແຕ່ 01:00 ໂມງເຊົ້າທີ່ຜ່ານມາ ຫາ 07:00 ໂມງເຊົ້າ ວັດແທກໄດ້ສະເລ່ຍແມ່ນ 30.8 µg/m3. ຄ່າສູງສຸດ ແມ່ນເວລາ 3:00ໂມງເຊົ້າແມ່ນ 36.5 µg/m3 ແລະ ຄ່າຕໍ່າສຸດ ແມ່ນເວລາ 6:00ໂມງເຊົ້າແມ່ນ 24.6 µg/m3.ການຈັດລະດັບຄຸນນະພາບອາກາດທີ່ມີຜົນກະທົບຕໍ່ສຸຂະພາບຕັ້ງແຕ່ເຊົ້າຂອງມື້ນີ້ສະເລ່ຍຖືວ່າຄຸນນະພາບອາກາດ ແມ່ນ ອາກາດດີຫຼາຍ.

ບົດລາຍງານ ສະພາບ PM2.5 ຈາກ ສຄຊສ ປະຈຳວັນທີ 07 02-2020

ບົດລາຍງານHotspot-06-02-2020