ສະຖາບັນ​ຄົ້ນຄວ້າ​ ຊັບພະຍາກອນ​ທຳມະຊາດ​ ແລະ​ ສິ່ງແວດລ້ອມ

Natural Resources and Environment Research Institute (NRERI)

ສະພາບໝອກຄວັນໃນ ສປປ ລາວ ແລະ ຂົງເຂດອາຊຽນ 24 ມັງກອນ 2019

ຈາກຂໍ້ມູນຈາກສູນຊ່ຽວຊານດ້ານອຸຕຸນິຍົມວິທະຍາຂອງ ປະເທດສິ່ງກະໂປ Asian Specialist Metrological Centre (ASMC) ທັງເປັນຈຸດສູນກາງປະສານຂອງອາຊຽນໃນການເຝົ້າລະວັງເລືອງໝອກຄວັນຂ້າມຜ່ານຊາຍແດນ ໄດ້ລາຍງານວ່າສະພາບອາກາດຍັງຄົງແຫ້ງໃນເຂດອະນຸພາກພື້ນແມ່ນໍ້າຂອງໃນປະຈຸບັນ

ການແຈກຍາຍຂອງຈຸດເກີດຄວາມຮ້ອນ(hotspot) ໄດ້ຖືກກວດພົບຈຸດເກີດຄວາມຮ້ອນ ຫຼາຍກ່ວາໝູ່ແມ່ນ ປະເທດກຳປູເຈຍ ແລະ ຈຸດເກີດຄວາມຮ້ອນ(hotspot) ແຈກຍາຍນບັນດາປະເທດ ພາກພື້ນແມ່ນ້ຳຂອງ  ສັງເກດເຫັນໄດ້ວ່າໝອກຄວັນສ່ວນໜຶ່ງໄດ້ເກີດຂື້ນທີ່ປະເທດກຳປູເຈ່ຍ  ໝອກຄວັນບາງສ່ວນໄດ້ຖືກລົມພັດຜ່ານໄປທາງພາກຕາເວັນອອກ ແລະ ພາກຕາເວັນອອກສຽງເໜືອ ຂອງປະເທດໄທ. ສະພາບອາກາດທີ່ມີໝອກປົກຫຸ້ມຂອບຄຸມເປັນບໍລິເວນກວ້າງສັງເກດເຫັນ ໂດຍສະເພາະໃນເຂດພາກເໜືອ, ພາກຕາເວັນອອກສຽງເໜືອ ແລະ ພາກກາງຂອງປະເທດໄທ, ເຊິ່ງສະພາບອາກາດບໍ່ດີມີລາຍງານຢູ່ບາງເຂດ. ໝອກຄວັນບາງສ່ວນຈາກພາກເໜືອຂອງປະເທດໄທໄດ້ຖືກພັດຜ່ານທາງພາກເໜືອ ແລະ ພາກກາງຂອງ ສປປລາວ. ນອກຈາກນີ້ຍັງມີໝອກຄວັນຈາກເຂດພາກເໜືອ,ພາກໃຕ້ຂອງກຳປູເຈຍ ແລະ ພາກໃຕ້ຫຽດນາມໃນຈຸດດັ່ງກ່າວນີ້ອີງໃສ່ທິດທາງຂອງລົມແລ້ວຄາດວ່າໝອກຄວັນອາດພັດຜ່ານທາງພາກໃຕ້ຂອງລາວໃນມໍ່ໆນີ້

ສະເພາະ ສປປລາວມີຈຸດຄວາມຮ້ອນ (hotspot) ເກີດຂື້ນທັງໝົດ 164ຈຸດ ເກີດຂື້ນລາຍກວ່າໝູ່ແມ່ນທາງພາກໃຕ້ຂອງລາວ, ແຂວງຊຽງຂວາງ 24ຈຸດ ແລະ ແຂວງ ຫົວພັນ 22 ຈຸດ,

ສະຖານະການໝອກຄວັນໃນພາກພື້ນອາຊຽນ

                                           

ຮູບແຜ່ນທີຄວາມໜ້າແໜ້ນຂອງຈຸດເກີດຄວາມຮ້ອນ                             ການຄຳນວນຈຸດເກີດຄວາມຮ້ອນລາຍວັນໃນຂົງເຂດອາຊຽນ

                                               

ແຜ່ນທີ່ຈຸດເກີດຄວາມຮ້ອນໃນ ສປປລາວ

                                                                                                         

ລາຍງານສະພາບ ຜົນການວັດແທກຝຸ່ນລະອອງ PM 2.5 ປະຈໍາ ວັນທີ 24/01/2020 ຈາກຂໍ້ມູນສະ​ຖາ​ນີ​ວັດ​ແທກຝຸ່ນລະອອງ PM 2.5 ຂອງສະຖາບັນ ຄົ້ນຄວ້າ ຊັບພະຍາກອນ ທໍາມະຊາດ ແລະ ສິ່ງແວດລ້ອມທີ່ ກົມ​ອຸ​ຕຸນິ​ຍົມ​ ແລະ ອຸ​ທົກ​ກະ​ສາດ, ນະຄອນຫລວງວຽງຈັນ ໄດ້ຊີ້ໃຫ້ເຫັນວ່າຄ່າ​ຝຸ່ນ​ລະ​ອອງ PM 2.5, ໃນວັນທີ 23 ທີ່ຜ່ານມາຄ່າທີ່ໄດ້ ແມ່ນ ຕໍ່າກວ່າມາດຕະຖານສິ່ງແວດລ້ອມແຫ່ງຊາດ. ເຊິ່ງຄ່າທີ່ວັດແທກໄດ້ສະເລ່ຍແມ່ນ 33.9 µg/m3, ສໍາລັບໃນມື້ນີ້ເລີ້ມຕັ້ງແຕ່ 01:00 ໂມງເຊົ້າທີ່ຜ່ານມາ ຫາ 07:00 ໂມງເຊົ້າ ວັດແທກໄດ້ສະເລ່ຍແມ່ນ 32.1 µg/m3. ຄ່າສູງສຸດ ແມ່ນເວລາ 2:00ໂມງເຊົ້າແມ່ນ 39.9 µg/m3 ແລະ ຄ່າຕໍ່າສຸດແມ່ນເວລາ 5:00 ໂມງເຊົ້າແມ່ນ24.3 µg/m3. ການຈັດລະດັບຄຸນນະພາບອາກາດທີ່ມີຜົນກະທົບຕໍ່ສຸຂະພາບຕັ້ງແຕ່ເຊົ້າຂອງມື້ນີ້ສະເລ່ຍຖືວ່າຄຸນນະພາບອາກາດ ແມ່ນ ອາກາດ ດີຫຼາຍ.