ສະຖາບັນ​ຄົ້ນຄວ້າ​ ຊັບພະຍາກອນ​ທຳມະຊາດ​ ແລະ​ ສິ່ງແວດລ້ອມ

Natural Resources and Environment Research Institute (NRERI)

ຄວາມຮູ້ກ່ຽວກັບ ຝຸ່ນລະອອງຂະໜາດນ້ອຍ PM2.5

ຝຸ່ນລະອອງທີມີຂະໜາດນ້ອຍກວ່າ 2.5 (PM 2.5): ເປັນອັນຕະລາຍຢ່າງຮຸນແຮງຕໍ່ສຸກຂະພາບປະຊາຊົນເນື່ອງຈາກເມື່ອເຂົ້້າສູ່ ຮ່າງກາຍຂອງມະນຸດທາງລະບົບທາງເດີນຫາຍໃຈຈະທໍາລາຍ ອະໄວຍະວະຂອງລະບົບທາງເດີນຫາຍໃຈໂດຍກົງ

ແລະ ຍັງກໍ່ໃຫ້ເກີດການຄັນຕາ, ຄັນຄໍ , ແໜ້ນໜ້າເອິກຫາຍໃຈຖິ່, ຫລອດລົມອັກເສບ, ແລະ ອາດກໍ່ໃຫ້ເກີດພະຍາດລະບົບທາງເດີນຫາຍໃຈ, ໂດຍເສັ້ນທາງຂອງຝຸ່ນລະອອງຂະໜາດນ້ອຍປົກກະຕິມົນພິດອາກາດທັງຫມົດ ຈະເຂົ້າສູ່ຮ່າງກາຍໂດຍການ ຫາຍໃຈຜ່ານລະບົບທາງເດີນຫາຍໃຈຈະແບ່ງເປັນ 2 ສ່ວນ ສ່ວນເທິງຄໍ : ຊ່ອງດັງ ແລະ ຫລອດລົມ ແລະ ລະບົບທາງເດີນຫາຍໃຈ ສ່ວນລຸ່ມຄໍຄື ທໍປອດ (bronchial tubes) ແລະ ປອດ ຊຶິ່ງຝຸ່ນ (respiration particulate matter, RPM) ຈະຣອດຈາກ ການກຼອງເຂົ້າໄປເຖິງປອດໄດ້ ສ່ວນຝຸ່ນທີ່ມີຂະໜາດນ້ອຍກວ່າ 2.5 ໄມຄຣອນ ຈະເຂົ້້າໄປເຖິງຖົງລົມປອດໄດ້ ແລະ ເກີດພະຍາດທາງເດີນຫາຍໃຈ

ແຜ່ນພັບ PM2.5 20 ມັງກອນ 2020 Update