ສະຖາບັນ​ຄົ້ນຄວ້າ​ ຊັບພະຍາກອນ​ທຳມະຊາດ​ ແລະ​ ສິ່ງແວດລ້ອມ

Natural Resources and Environment Research Institute (NRERI)

ກອງປະຊຸມສະຫຼຸບການຈັດຕັ້ງປະຕິບັດວຽກງານປະຈຳປີ 2019ຂອງ ສຄຊສ

ໃນວັນທີ່ 3 ມັງກອນ ປີ 2019 ທີ່ຜ່ານມາ ສະຖາບັນ ຄົ້ນຄວ້າຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມໄດ້ຈັດກອງປະຊຸມສະຫຼຸບການຈັດຕັ້ງປະຕີບັດວຽກງານໃນໄລຍະຜ່ານມາປີ2019ໂດຍໃຫ້ກຽດເຂົ້າຮ່ວມຂອງ ທ່ານ ໄຊນະຄອນ ອິນທະວົງ ຮອງລັດຖະມົນຕີ ກະຊວງ ຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມ ແລະ ບັນດາກົມກອງອ້ອມຂ້າງພ້ອມດ້ວຍຄະນະນຳ ແລະ ພະນັກງານພາຍໃນສະຖາບັນເຂົ້າຮ່ວມ ຊຶ່ງແຕ່ລະພະແນກພາຍໃນ ສະຖາບັນ ໄດ້ຂື້ນລາຍງານຂໍ້ສະດວກ ແລະ ຂໍ້ຍຸກຍາກໃນການຈັດຕັ້ງປະຕິບັດວຽກງານໃນຫນຶ່ງປີຜ່ານມາດັ່ງຕໍ່ໄປນີ້

ການຕິດຕາມກວດກາຄຸນນະພາບນ້ຳ ແລະ ອາກາດ

  • ສໍາເລັດ ການຕິດຕາມຄຸນນະພາບນໍ້າຕາມລໍາແມ່ນໍ້າຂອງ ຢູ່ 5 ແຂວງ ຈໍານວນ 11 ຈຸດ, ຢູ່ 2 ອ່າງຮັບນໍ້າ (ອ່າງ ນໍ້າງື່ມຕອນລຸ່ມ ແລະ ອ່າງຮັບນໍ້າເຊກອງ) ແລະ 1 ເຂດດິນບໍລິເວນນໍ້າເຊຈໍາພອນ; ໄດ້ກໍານົດຈຸດຕິດຕາມຄຸນນະພາບນໍ້າໃນຂອບເຂດທົ່ວປະເທດ ຈໍານວນ 294 ຈຸດ;
  • ກໍານົດຈຸດເກັບຕົວຢ່າງຕິດຕາມຄຸນນະພາບນໍ້າໃຕ້ດິນ ໃນເຂດທົ່ງພຽງວຽງຈັນ ລວມທັງໝົດ 31 ຈຸດ ໂດຍການນໍາໃຊ້ເຕັກໂນໂລຊີ Isotope;
  • ຕິດຕາມສານເຄມີອົງຄະທາດທີ່ເປັນພິດຕົກຄ້າງໃນອາກາດ ແລະ ຮ່ວມມືກັບເຄືອຄ່າຍຕິດຕາມກວດກາການເປັນທາດກົດຢູ່ໃນຂົງເຂດອາຊີຕາວັນອອກ (EANET) ໃນການຕິດຕາມກວດກາ ຢູ່ ສປປ ລາວ ມີ2 ຈຸດ(ນະຄອນຫຼວງວຽງຈັນ);
  • ໄດ້ຕິດຕາມວັດແທກຄຸນນະພາບອາກາດ ໃນເທດສະບານ ໄດ້ 12 ແຂວງ ຈໍານວນ 26 ຈຸດ(ນະຄອນຫຼວງວຽງຈັນ, ແຂວງວຽງຈັນ, ບໍລິຄໍາໄຊ, ຄໍາມ່ວນ, ສະຫວັນນະເຂດ, ຈໍາປາສັກ, ໄຊຍະບຸລີ, ຫຼວງພະບາງ, ຜົງສາລີ, ຫຼວງນໍ້າທາ, ບໍ່ແກ້ວ ແລະ ອຸດົມໄຊ, ໄຊສົມບຸນ) ແລະ ສ້າງ 01 ສະຖານິວັດແທກຄຸນນະພາບອາກາດ ຢູ່ນະຄອນຫຼວງ (ກົມອຸຕຸ);

                                                                                    ການສ້າງນິຕິກຳ ແລະ ຄູ່ມື

  • ສຳເລັດການສ້າງຄູ່ມືແນະນຳການວິໄຈຄຸນນະພາບນ້ຳໜ້າດິນ
  • ການສ້າງບົດແນະນຳກ່ຽວກັບດັດຊະນິຄຸນນະພາບອາກາດ AQI
  • ຄູ່ມືແນະນຳກ່ຽວກັບການວັດແທກຝຸ່ນລະອ່ອງໃນອາກາດ

                                                                          ການຄົ້ນຄວ້າ ສິ່ງແວດລ້ອມທົ່ວໄປ

  • ສໍາເລັດໃນການຕິດຕາມ ແລະ ສ້າງບົດລາຍງານກ່ຽວກັບມອກຄັວນ ແລະ ຈຸດຄວາມຮ້ອນ ຂອບເຂດທົ່ວປະເທດ
  • ສ້າງປື້ມຄູ່ມືວິຊາການກ່ຽວກັບເຕັກນິກ ບໍາບັດນໍ້າເປື້ອນ ໃນຂະແໜງວິສາຫະກິດຂະໜາດນ້ອຍ ແລະ ຂະໜາດກາງ ຈໍານວນ 15 ປະເພດໂຮງງານຄື: ໂຮງງານ ຍອມສີ, ດສາຫະກຳຜະຫຼິດນ້ຳສີ, ອຸດສາຫະກຳເມັດກາເຟ, ຮ້ານຫາຫານ, ໂຮງແຮມ, ຕະຫຼາດ, ຟາມລ້ຽງໝູ, ໂຮງງານຂ້າສັດ, ໂຮງງານຜະຫູິດເຈ້ຍ, ເຄື່ອງດືມນ້ຳໝາກໄມ້, ໂຮງງານຜະຫູິດແປ້ງມັນຕົ້ນ, ອູ່ລົດ ແລະ ຮ້ານລ້າງລົດ, ລິໄຊເຄີນພຼາສະຕິກ, ພາຍໃຕ້ໂຄງການ LENs-2;
  • ຄົ້ນຄ້ວາການນໍາໃຊ້ເຕັກໂນໂລຊີທີ່ເໝາະສົມ ແລະ ເປັນມິດກັບສິ່ງແວດລ້ອມ ຂອງອຸດສາຫະກໍາຜະລິດຊີມັງ ເມືອງວັງວຽງ ແຂວງວຽງຈັນ;
  • ສຶກການຄຸ້ມຄອງການນໍາໃຊ້ສານເຄມີອົງຄະທາດທີ່ເປັນພິດຕົກຄ້າງ ແລະ ຜົນກະທົບຕໍ່ສິ່ງແວດ ລ້ອມ
  • ສຶກສາຄຸນນະພາບນໍ້າເປື້ອນຕາມຮ່ອງລະບາຍນໍ້າ 30 ຈຸດ ຢູ່ນະຄອນຫຼວງວຽງຈັນ;
  • ປະສານສົມທົບກັບກອງທຶນປົກປັກຮັກສາສິ່ງແວດ ລ້ອມ ໄດ້ຮັບທຶນສະໜັບສະໜູນຈາກທະນາຄານໂລກເພື່ອຈັດຕັ້ງປະຕິບັດໂຄງການສ້າງຄວາມເຂັ້ມແຂງ LENs II; ປະສານສົມທົບກັບອົງການສະຫະປະຊາຊາດເພື່ອການພັດທະນາອຸດສາຫະກໍາ (UNIDO) ໃນຈັດຕັ້ງປະຕິບັດໂຄງການສາ ທິດການນໍາໃຊ້ເຕັກໂນໂລຊີທີ່ດີເລີດ ແລະ ເປັນມິດກັບສິ່ງແວດລ້ອມ ຂອງບັນດາກິດຈະກໍາການເຜົາໄໝ້ທີ່ບໍ່ມີການຄວບຄຸມ ພາຍໃຕ້ສົນທິສັນຍາ ສະຕອກໂຮມ ວ່າດ້ວຍ ສານເຄມີອະນົງຄະທາດ ທີ່ເປັນພິດຕົກຄ້າງ; ໄດ້ຮັບການສະໝັບສະໝູນຈາກໂຄງການຄຸ້ມຄອງຊັບພະຍາກອນນໍ້າແບບເຊື່ອມສານໃນຂົງເຂດແມ່ນໍ້າຂອງຕອນລຸ່ມ

                                                                           ການພັດທະນາແບບຈຳລອງອ່າງຮັບນ້ຳ

  • ສໍາເລັດບົດສຶກສາຄົ້ນຄ້ວາພັດທະນາແບບຈໍາລອງ ແລະ ປະເມີນສະ ພາບນໍ້າ ແລະ ບັນຫາທີ່ຕິດພັນກັບນໍ້າ ເຊັ່ນ: ນໍ້າຖ້ວມ ແລະ ແຫ້ງແລ້ງ ຈໍານວນ 04 ອ່າງຮັບນໍ້າ: ເຊບັ້ງໄຟ, ເຊບັ້ງຫຽງ, ເຊໂດນ ແລະ ເຊກອງ;
  • ເກັບກໍາ ແລະ ສັງລວມຂໍ້ມູນ: ຂໍ້ມູນອຸຕຸນິຍົມ ແລະ ທົກກະສາດ, ເຂື່ອນໄຟຟ້າພະລັງນໍ້າ, ໂຮງງານອຸດສາຫະກໍາ, ປະຊາກອນ, ຊົນລະປະທານ, ນໍ້າປະປາ, ຂໍ້ມູນແຜນທີ່: ສາຍນໍ້າ, ຂອບເຂດການປົກຄອງແຂວງ ແລະ ເມືອງ, ຈຸດທີ່ຕັ້ງຫ້ອງການປົກຄອງແຂວງ, ເມືອງ ແລະ ບ້ານ.
  • ພັດທະນາແບບຈໍາລອງອຸທົກະສາດ SWAT ອ່າງຮັບນໍ້າງຶ່ມ ແລະ ນໍ້າງຽບ ແລະ ແບບຈໍາລອງຊົນລະສາດ (ນໍ້າຖ້ວມ) ທົ່ງພຽງວຽງຈັນ.
  • ສໍາເລັດການອອກແບບ ອາຄານຄົ້ນຄ້ວາຊັບພະຍາກອນນໍ້າ ແລະ ພັດທະນາແບບຈໍາລອງ.
  • ກໍາລັງປະກາດເຊີນເຂົ້າຮ່ວມປະມູນການກໍ່ສ້າງ ອາຄານຄົ້ນຄ້ວາຊັບພະຍາກອນນໍ້າ ແລະ ພັດທະນາແບບຈໍາລອງ.
  • ວຽກງານສໍາຫຼວດພູມສາດ ແລະ ໜ້າຕັດແມ່ນໍ້າເຊບັ້ງໄຟ ແລະ ເຊບັ້ງຫຽງ. ໄດ້ເຊັນສັນຍາ ກັບບໍລິສັດ VGS.
  • ວຽກງານສໍາຫຼວດພູມສາດ ແລະ ໜ້າຕັດແມ່ນໍ້າເຊໂດນ ແລະ ເຊກອງ. ສໍາເລັດການປະກາດຮັບສະໝັກບໍລິສັດສໍາຫຼວດ, ປະຈຸບັນກໍາລັງ ປະເມີນບໍລິສັດທີ່ສະໝັກວຽກດັ່ງກ່າວ (ມີ 6 ບໍລິສັດ).
  • ວຽກພັດທະນາແບບຈໍາລອງອ່າງຮັບນໍ້າບູລິມະສິດ (8 ອ່າງຮັບນໍ້າ). ໄດ້ປະກາດຮັບສະໝັກບໍລິສັດທີ່ປຶກສາ ແລະ ໄດ້ເລືອກເອົາ ບໍລິສັດ Earth System, ປະຈຸບັນກໍາລັງກວດ ບົດສະເໜີດ້ານເຕັກນິກ ແລະ ການເງິນ ເພື່ອກະກຽມເຈລະຈາ.

                                                                 ການພັດທະນາແບບຈຳລອງຄຸນນະພາບອາກາດ

  • ສໍາເລັດການກໍານົດຂອບເຂດສຶກສາ ຕາມເສັນທາງຖະນົນໄກສອນເລີ່ມຈາກອະນຸສາວະລີ ຫາ ດອນໜຸນ
  • ສໍາເລັດໂຄງສ້າງການສ້າງເສັ້ນທາງຫຼັກຂອງ ນະຄອນຫຼວງວຽງຈັນ
  • ນໍາເຂົ້າຂໍ້ມູນຜູ້ຮັບຜົນກະທົບງ່າຍ Sensitive Receptors (ໄດ້ 50%)
  • ຈັດປະເພດ ແລະ ສ້າງຂໍ້ມູນການນໍາໃຊ້ທີ່ດິນ(ຕາມເສັ້ນທາງໄກສອນ ພົມວິຫານ) ໃຫ້ລະອຽດ ສໍາລັບແບບຈໍາລອງ AERMOD (ໄດ້ 20%)
  • ລວບລວມຂໍ້ມູນ Upper Met ທີ່ ອຸດອນ (2014-2016)
  • ຂໍ້ມູນ Surface Met ທີ່ ສະຖານີ ກົມອຸຕຸ (ວິເຄາະລາຍຊົ່ວໂມງ 2007-2016

ວຽກງານສືບຍັງທາງໄກ ແລະ ຂໍ້ມຸນຂ່າວສານ

  • ສໍາເລັດສ້າງຄຸ່ມືການປະຍຸກໃຊ້ລະບົບ 3 G, Google Earth ເຂົ້າໃນການຄຸ້ມຄອງຊັບພະຍາກອນທໍາມະຊາດ ແລະ ສິ່ງແວດລ້ອມ;
  • ສຳເລັດການສ້າງແບບຈຳລອງນ້ຳຖ້ວມ ໂດຍນຳໃຊ້ແບບຈຳລອງທາງພື້ນທີ່ ຢູ່ ເຂດອ່າງຮັບນ້ຳເຊບັ້ງໄຟ, ເມືອງຫນອງບົກ ແຂວງຄຳມ່ວນ;
  • ສຳເລັດການເກັບ ແລະ ສັງລວມຂໍ້ມູນຈຸດສະສົມຄວາມຮ້ອນທົ່ວປະເທດ ເດືອນ1 ຫາ ເດືອນ 12 ປີ 219 ຈາກພາບຖ່າຍດາວທຽມ Terra/Aqua-MODIS;
  • ສຳເລັດການສ້າງແຜນທີ່ຄວາມໜາແໜ້ນຂອງຮອຍແນວເສັ້ນຊື່ “Lineaments” ຢູ່ ເມືອງແກ້ວອຸດົມ, ແຂວງວຽງຈັນ;
  • ສຳເລັດການປັບປຸງເວັບໄຊທຂອງ ສຄຊສ (http://43.252.244.90:8086/nreri/)