ສະຖາບັນ​ຄົ້ນຄວ້າ​ ຊັບພະຍາກອນ​ທຳມະຊາດ​ ແລະ​ ສິ່ງແວດລ້ອມ

Natural Resources and Environment Research Institute (NRERI)

ການແຂງຂັນກິລາເພື່ອຊິງຂັນເລຂາພັກກະຊວງຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມປະຈຳປີ2019

ໃນຊ່ວງວັນທີ່ 23 ຫາ 30 ທັນວາ ປີ2019 ກະຊວງ ຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມ ໄດ້ຈັດການແຂງຂັນກິລາບານເຕະເພື່ອຊິງຂັນເລຂາພັກກະຊວງ ຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມຂື້ນ ເພື່ອເປັນການສ້າງຄວາມສາມັກຄີຂອງຊາວໜຸ່ມ ແລະ ພະນັກງານລວມທັງສາມອົງການຈັດຕັ້ງມະຫາຊົນພາຍໃນ ກຊສ ໃຫ້ມີຄວາມແໜ້ນແຟນຂື້ນກວ່າເກົ່າ ທິມບານເຕະເຂົ້າແຂ່ງຂັນທັງໝົດ 22 ທິມ

ຍິງ10 ທິມ ຊາຍ12 ທິມ ຊຶ່ງການແຂງຂັ້ນໄດ້ດຳເນີນໄປຢ່າງຟົດຝື້ນ ແລະ ຫ້າວຫັນ ໃນການແຂງຂັນຄັ້ງນີ້ທິມຊາຍ ສະຖາບັນ ຄົ້ນຄວ້າຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມ ໄດ້ໂຮມກັບ ສູນຂໍ໊ມຸນ ຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມ ສາມາດຍາດມາໄດ້ເປັນຮອງຊະນະເລີດ ເປັນອັນດັບ 2 ຂອງທັບນັກກິລາທັງໝົດ 12 ທິມ ສ້າງຜົນງານ ແລະ ຄວາມພາກພຸມໃຈໃຫ້ແກ່ ທັບນັກກິລາ ລວມທັງອ້າຍນ້ອງພະນັກງານຂອງ ສະຖາບັນ ແລະ ສູນຂໍ້ມຸນໄດ້ເປັນຢ່າງດີ