ສະຖາບັນ​ຄົ້ນຄວ້າ​ ຊັບພະຍາກອນ​ທຳມະຊາດ​ ແລະ​ ສິ່ງແວດລ້ອມ

Natural Resources and Environment Research Institute (NRERI)

ການວິໄຈສານຊືນໃນນໍ້າສີ ທີ່ຜະລິດພາຍໃນປະເທດ ແລະ ນໍາເຂົ້າຈາກຕ່າງປະເທດ. ສະຖາບັນ ຄົ້ນຄ້ວາຊັບພະຍາກອນທໍາມະຊາດ ແລະ ສິ່ງແວດລ້ອມ ກະຊວງ ຊັບພະຍາກອນທໍາມະຊາດ ແລະ ສິ່ງແວດລ້ອມ

ສານຊືນມີຢູ່ຕາມທຳມະຊາດທົ່ວໄປ ເປັນໂລຫະມີພິດຕໍ່ມະນຸດໂດຍສະເພາະເດັກນ້ອຍ, ໃນໄລຍະຫຼາຍປີທີ່ຜ່ານມາທົ່ວໂລກໄດ້ຕືນຕົວ ແລະ ຊຸກຍູ້ໃຫ້ມີການນໍາໃຊ້ນໍ້າມັນທີ່ປາສະຈາກສານຊືນ ເຮັດໃຫ້ສັງຄົມຕື່ນຕົວຈາກພິດຂອງສານຊືນ, ແຕ່ສານຊືນຍັງເປັນສານອັນຕະລາຍທີ່ຍັງປະປົນໃນອຸປະກອນເຄື່ອງໃຊ້ຕ່າງໆ ທີ່ໃກ້ຕົວເຮົາເປັນຕົ້ນແມ່ນ ນໍ້າສີທາບ້ານ, ໜໍ້ໄຟລົດຍົນ, ອຸປະກອນຄົວເຮືອນ, ນໍ້າມັນ, ເຄື່ອງຫຼິ້ນເດັກນ້ອຍ, ເຄື່ອງສຳອາງ. ອົງການອານາໄມໂລກ ແລະ ສະຫະປາຊາຊາດ ໄດ້ຂໍຄວາມຮ່ວມມືຈາກ ປະເທດສະມາຊິກທົ່ວໂລກອອກກົດໝາຍຄວບຄຸມການນໍາໃຊ້ສານຊືນ ໃນຜະລິດຕະພັນສີທາບ້ານ ເພື່ອຫຼຸດຜ່ອນຄວາມສູນເສຍຂອງສັງຄົມ ແລະ ງົບປະມານໃນການປິ່ນປົວການເຈັບປ່ວຍ ແລະ ຄວາມພິການທາງສະໝອງຂອງເດັກນ້ອຍຈາກພິດຂອງສານຊືນ

ສຄຊສ​ ໄດ້​ລົງ​ເກັບຂໍ້ມູນ ແລະ ​ຕົວຢ່າງນໍ້າສີທີ່ຜະລິດຢູ່ພາຍໃນ ສປປ ລາວ ແລະ ນໍາເຂົ້າຈາກຕ່າງປະເທດ, ສະເພາະຕົວຢ່າງນໍ້າສີທີ່ຜະລິດພາຍໃນປະເທດ ໃນນະຄອນຫຼວງວຽງຈັນ 5 ແຫ່ງ ແລະ ແຂວງ ຈໍາປາສັກ 1 ແຫ່ງ ແລະ ຊື້ຕົວຢ່າງນໍ້າສີທີ່ຈໍາໜ່າຍໃນຕະຫຼາດ ທີ່ນະຄອນຫຼວງວຽງຈັນ, ແຂວງ ບໍລິຄໍາໄຊ ແລະ ແຂວງ ຈໍາປາສັກ, ລວມທັງໝົດ 150 ຕົວຢ່າງ ໃນນີ້ສີນໍາເຂົ້າຈາກຕ່າງປະເທດມີ 95 ຕົວຢ່າງ.

ຈາກຜົນການວິໄຈ ທັງໝົດ 150 ຕົວຢ່າງ ພົບສານຊືນໃນນໍ້າສີຈໍານວນ 8 ຕົວຢ່າງ, ໃນນັ້ນເປັນຕົວຢ່າງນໍ້າສີທີ່ຜະລິດພາຍໃນປະເທດຈໍານວນ 6 ຕົວຢ່າງ (ມີຄ່າຄວາມເຂັ້ມຂຸ້ນທີ່ 440mg/kg; 457mg/kg; 710mg/kg; 1033mg/kg; 1375mg/kg; 31897mg/kg) ແລະ ນໍ້າສີທີ່ນໍາເຂົ້າຈໍານວນ 2 ຕົວຢ່າງ (ມີຄ່າຄວາມເຂັ້ມຂຸ້ນທີ່ 1948mg/kg; 2215mg/kg).  ນອກນັ້ນໃນຈໍານວນອີກ 142 ຕົວຢ່າງແມ່ນມີຄ່າບໍ່ເກີນມາດຕະຖານ, ມາດຕະຖານສາກົນໄດ້ກຳນົດປະລິມານສານຊືນໃນນໍ້າສີເຊັ່ນ: (1) ປະເທດສະຫະລັດອາເມລິກາ ໄດ້ກໍານົດ ຄ່າມາດຕະຖານ ຜະລິດຕະພັນນໍ້າສີປະເພດຕ່າງໆ ໃຫ້ມີສານໂລຫະໜັກປະເພດອັນຕະລາຍ (ສານຊືນ) ໃຫ້ຕໍ່າກ່ວາ 90mg/kg (ppm); (2) ປະເທດໄທ ໄດ້ກໍານົດ ຄ່າມາດຕະຖານນໍ້າສີ ແລະ ສີທາອາຄານ ປະເພດຕ່າງໆ ໃຫ້ມີສານໂລຫະໜັກປະເພດອັນຕະລາຍ (ສານຊືນ, ບາຫຼອດ, ແຄດມ້ຽມ, ໂຄຣມ້ຽມ) ໃຫ້ຕໍ່າກ່ວາ 100mg/kg (ppm); (3) ປະເທດສິ່ງກະໂປ ແລະ ສີລັງກາ ໄດ້ກໍານົດ ຄ່າມາດຕະຖານນໍ້າສີ ໃຫ້ມີສານໂລຫະໜັກປະເພດອັນຕະລາຍ (ສານຊືນ) ໃຫ້ຕໍ່າກ່ວາ 600mg/kg (ppm).

ຂໍ້​ສະ​ເໜີ (1) ສະເໜີໃຫ້ກົມຄວບຄຸມມົນລະພິດ ສົມທົບກັບ ກະຊວງອຸດສາຫະກໍາ ແລະ ການຄ້າ ແລະ ພາກສ່ວນທີ່ກ່ຽວຂ້ອງ ອອກຂໍ້ກໍານົດ ແລະ ລະບຽບການກ່ຽວກັບມາດຕະຖານການຜະລິດ ແລະ ປຸງແຕ່ງນໍ້າສີ; (2) ສະເໜີໃຫ້ມີການຕິດຕາມກວດກາ ຄຸນນະພາບ ແລະ ມາດຕະຖານການຜະລິດນໍ້າສີພາຍໃນປະເທດ ແລະ ການນໍາເຂົ້າຈາກຕ່າງປະເທດ; (3) ສະເໜີສືບຕໍ່ລົງເກັບກໍາຕົວຢ່າງ ແລະ ວິໄຈນໍ້າສີໃນບັນດາແຂວງພາກເໜືອໂດຍສະເພາະບັນດາແຂວງຊາຍແດນ.

ບົດຄັດຫຍໍ້ ສານຊືນ 22 NOV 2019