ສະຖາບັນ​ຄົ້ນຄວ້າ​ ຊັບພະຍາກອນ​ທຳມະຊາດ​ ແລະ​ ສິ່ງແວດລ້ອມ

Natural Resources and Environment Research Institute (NRERI)

ພິທີມອບ-ຮັບ ເຄື່ອງມືວັດແທກຄຸນນະພາບນໍ້າພາກສະໜາມ ໃຫ້ພະແນກຊັບຊັບພະຍາກອນທໍາມະຊາດ ແລະ ສິ່ງແວດລ້ອມ ແຂວງ: ຜົ້ງສາລີ, ບໍ່ແກ້ວ, ຫລວງນໍ້າທາ, ອຸດົມໄຊ, ຫົວພັນ, ຈໍາປາສັກ ,ອັດຕະປື, ໄຊສົມບູນ, ວຽງຈັນ, ຄຳມ່ວນ, ບໍລິຄຳໄຊ.

ໃນ​ຕອນ​ເຊົ້າຂອງ​ວັນ​ທີ 5 ທັນວາ 2019 ​ເວລາ 08:30 ທີ່​ຫ້ອງ​ປະຊຸມໃຫຍ່ຊັ້ນ II, ກະຊວງ ຊັບພະຍາກອນທໍາມະຊາດ ແລະ ສິ່ງແວດລ້ອມ, ນະຄອນຫຼວງ​ວຽງ​ຈັນ. ໄດ້ຈັດພິທີ​ມອບ​-ຮັບ ອຸປະກອນວັດແທກຄຸນນະພາບນໍ້າພາກສະໜາມ Portable for Field Equipment Multi 3630 IDS SET G ຊຶ່ງປະກອບດ້ວຍບັນດາຕົວວັດແທກເຊັ່ນ:  ຄວາມເປັນກົດ-ດ່າງ (pH), ອຸນຫະພູມ (T.C), ອອກຊີເຈນລະລາຍໃນນໍ້າ (DO), ຄ່າຊັກນໍາກະແສໄຟຟ້າ (EC), ທາດແຂງລະລາຍໃນນໍ້າ (TDS) ແລະ ຄວາມເຄັມ(Salinity). https://www.facebook.com/311329149295689/videos/2635195806588340/

ໃຫ້ກຽດມອບອຸປະກອນດັ່ງກ່າວໂດຍ: ທ່ານ ປອ ໄຊນະຄອນ ອິນທະວົງ, ຮອງລັດຖະມົນຕີ, ກະຊວງ ຊັບພະຍາກອນທໍາມະຊາດ ແລະ ສິ່ງແວດລ້ອມ. ເປັນຜູ້ມອບ ແລະ ຕາງໜ້າຜູ້ຮັບ ພະແນກຊັບພະຍາກອນທໍາມະຊາດ ແລະ ສິ່ງແວດລ້ອມ ແຂວງ: ຜົ້ງສາລີ, ບໍ່ແກ້ວ, ຫລວງນໍ້າທາ, ອຸດົມໄຊ, ຫົວພັນ, ຈໍາປາສັກ ,ອັດຕະປື, ໄຊສົມບູນ, ວຽງຈັນ, ຄຳມ່ວນ, ບໍລິຄຳໄຊ.

ເປັນກຽດເຂົ້າຮ່ວມໃນ ພິທີດັ່ງກ່າວມີ:

–     ທ່ານ ປອ ໄຊນະຄອນ ອິນທະວົງ, ຮອງລັດຖະມົນຕີ, ກະຊວງ ຊັບພະຍາກອນທໍາມະຊາດ ແລະ ສິ່ງແວດລ້ອມ.

–     ທ່ານ ວີລະສັກ ຈຸນດາຣາ, ຫົວໜ້າ ສະຖາບັນຄົ້ນຄ້ວາ ຊັບພະຍາກອນທໍາມະຊາດ ແລະ ສິ່ງແວດລ້ອມ.

–     ທ່ານ ຜູ້ຕາງໜ້າພະແນກຊັບພະຍາກອນທໍາມະຊາດ ແລະ ສິ່ງແວດລ້ອມ ແຂວງ: ຜົ້ງສາລີ, ບໍ່ແກ້ວ, ຫລວງນໍ້າທາ, ອຸດົມໄຊ, ຫົວພັນ, ຈໍາປາສັກ ,ອັດຕະປື, ໄຊສົມບູນ, ວຽງຈັນ, ຄຳມ່ວນ, ບໍລິຄຳໄຊ.

–     ບັນດາທ່ານ ຫົວໜ້າກົມ, ຮອງກົມ, ພາຍໃນ ກຊສ;

ນໍ້າຄືປັດໃຈສໍາຄັນໃນການດໍາລົງຊີວິດຂອງຄົນ ແລະ ສິ່ງມີຊີວິດ ເປັນແຫຼ່ງກໍາເນີດຂອງສັດນໍ້າ ແລະ ພືດຫຼາຍຊະນິດ, ນອກຈາກນັ້ນ, ນໍ້າຍັງມີປະໂຫຍດໃນດ້ານ ກະສິກໍາ, ອຸດສາຫະກໍາ ແລະ ໃນຄົວເຮືອນ ໃນການດື່ມກິນ ແລະ ປຸງແຕ່ງອາຫານ, ສະລ້າງຮ່າງກາຍ ແລະ ນໍ້າຍັງເຮັດໃຫ້ເກີດຄວາມອຸດົມສົມບູນແກ່ສິ່ງທີ່ມີຊີວິດ.

ຄືດັ່ງທີ່ພວກເຮົາຮູ້ແລ້ວວ່າບັນຫາມົນລະພິດທາງນໍ້າເຊັ່ນ: ຈາກໂຮງງານອຸດສະຫະກໍາ, ການນໍາໃຊ້ສານເຄ ມີເຂົ້າໃນການກະສິກໍາ, ການລ້ຽງສັດ, ການຖິ້ມຂີ້ເຫຍື້ອຊະຊາຍ ລົງສູ່ແຫຼ່ງນໍ້າ, ນໍ້າເສຍຈາກຊຸມຊົນ, ການຂຸດ ຄົ້ນບໍ່ແຮ່, ໂດຍບໍ່ໄດ້ຜ່ານການບໍາບັດ, ການກໍ່ສ້າງເຂື່ອນໄຟຟ້ານໍ້າຕົກ,  ເປັນສາຍເຫດພາໃຫ້ແຫຼ່ງນໍ້າເຊື່ອມໂຊມ ຖ້າບໍ່ມີການຮັກສາແຫຼ່ງນໍ້າ ໃຫ້ມີຄຸນນະພາບດີແລ້ວ ພວກເຮົາກໍ່ຈະນໍາໃຊ້ນໍ້າທີ່ບໍ່ມີຄຸນນະພາບ ແລະ ນັບມຶ້ແຫຼ່ງ ນໍ້າກໍ່ຍິ່ງຈະຊຸດໂຊມລົງ.

ສະນັ້ນ, ເພື່ອເຮັດໃຫ້ການຄຸ້ມຄອງ ແລະ ການຊົມໃຊ້ນໍ້າມີຄວາມຍືນຍົງ ແລະ ເພື່ອເປັນການຜັນຂະຫຍາຍພາລະບົດບາດຂອງ ສະຖາບັນຄົ້ນຄ້ວາ ຊັບພະຍາກອນທໍາມະຊາດ ແລະ ສິ່ງແວດລ້ອມ, ກຊສ ແລະ ເພື່ອສ້າງຄວາມເຂັ້ມແຂງໃຫ້ບັນດາ ພະແນກຊັບພະຍາກອນທໍາມະຊາດ ແລະ ສິ່ງແວດລ້ອມ ແຂວງ. ໃນວຽກງານການຕິດຕາມ ແລະ ວິໄຈຄຸນນະພາບນໍ້າ ເພື່ອໃຫ້ບັນລຸໄດ້ ແຜນການ 5 ປີ ສົກປີ 2021-2025 ພ້ອມທັງຮັບປະກັນການບັນລຸວິໄສທັດ ຮອດປີ 2030 ແລະ ຍຸດທະສາດ 10 ປີ (2016-2025) ຂອງ ຂະແຫນງຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມ. ນອກຈາກນັ້ນບັນດາຜູ້ຕ່າງນ້າຈາກບັນດາແຂວງຍັງໄດ້ຮັບຟັງການ ການຈັດຕັ້ງປະຕິບັດວຽກງານຕິດຕາມ ແລະ ວິໄຈຄຸນນະພາບສິ່ງແວດລ້ອມເຊັ່ນ: ຄຸນນະພາບນ້ຳ ແລະ ອາກາດ ພ້ອມທັງຢ້ຽມຍາມຫ້ອງວິໄຈຄຸນນະພາບສິ່ງແວດລ້ອມ ສູນກາງ ແລະ ບັນດາຜູ້ຕ່າງໜ້າທາງດ້ານວິຊາການໄດ້ຝຶກອົບຮົບການນຳໃຊ້ເຄື່ອງມືພາກສະໜາມ Portable for Field Equipment Multi 3630 IDS SET G. ໃຫ້ນຳໃຊ້ໄດ້ຖືກຕ້ອງຕາມຫຼັກວິຊາການ

ພາບການມອບຮັບ ແຂວງຜົງສາລີ

ແຂວງບໍແກ້ວ

ແຂວງຫຼວງນ້ຳທາ

ແຂວງ ອຸດົມໄຊ

ແຂວງຫົວພັນ

ແຂວງໄຊສົມບຸນ

 

ແຂວງ ວຽງຈັນ

ແຂວງ ບໍລິຄຳໄຊ

ແຂວງ ຄຳມວນ

ແຂວງ ຈຳປາສັກ

ແຂວງ ອັດຕະປື