ສະຖາບັນ​ຄົ້ນຄວ້າ​ ຊັບພະຍາກອນ​ທຳມະຊາດ​ ແລະ​ ສິ່ງແວດລ້ອມ

Natural Resources and Environment Research Institute (NRERI)

Vision & Mission

ໜ້າທີ່ ແລະ ຂອບເຂດສິດ

ໜ້າທີ່

  1. ປະ​ຕິ​ບັດ​ກົດ​ໝາຍ ແລະ ມະ​ຕິ​ຕົກ​ລົງ, ດຳ​ລັດ, ຂໍ້​ຕົກ​ລົງ, ຄຳ​ສັ່ງ ແລະ ແຈ້ງ​ການ​ ກ່ຽວ​ກັບ ວຽກ​ງານ ​   ຊັບ​ພະ​ຍາ​ກອນ​ທຳ​ມະ​ຊາດ ແລະ ສິ່ງ​ແວດ​ລ້ອມ​ວາງ​ອອກ;
  2. ຄົ້ນຄວ້າ, ຫັນ​ເອົາ​ແນວ​ທາງນະໂຍບາຍຂອງ​ພັກ, ນະ​ໂຍ​ບາຍ, ຍຸດທະສາດ, ແຜນ​ການ ແລະ ມະຕິຕົກ​ລົງ ຂອງ​ລັດ​ຖະ​ບານ, ຂອງ​ກະ​ຊວງ ຊັບ​ພະ​ຍາ​ກອນ​ທຳ​ມະ​ຊາດ ແລະ ສິ່ງ​ແວດ​ລ້ອມ ກ່ຽວ​ກັບ ວຽກງານ ຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມ ມາ​ເປັນ​ແຜນ​ຍຸດ​ທະ​ສາດ, ແຜນ​ການ, ແຜນ​ງານ ແລະ ໂຄງ​ການ​ລະ​ອຽດ​ຂອງ​ຕົນ ພ້ອ​ມທັງ​ຮັບ​ຜິດ​ຊອບ ໃນ​ການ​ຈັດ​ຕັ້ງ​ປະ​ຕິ​ບັດ​ໃຫ້​ໄດ້​ຮັບ​ຜົນ​ດີ ແລະ ປາ​ກົດ​ຜົນ​ເປັນ​ຈິງ;
  3. ຕິດຕາມ ແລະ ວິໄຈຄຸນນະພາບສິ່ງແວດລ້ອມ: ອາ​ກາດ, ດິນ, ນ້ຳ, ສິ່ງລົບກວນ (ສຽງ, ແສງ, ກິ່ນ, ຄວາມ​ສັ່ນ​ສະ​ເທືອນ), ສານເຄມີ ແລະ ສ້າງເຄືອຂ່າຍຕິດຕາມຄຸນນະພາບສິ່ງແວດລ້ອມ;
  4. ຄົ້ນຄ້ວາ, ນໍາສະເໜີຂັ້ນເທິງ ອອກໃບຢັ້ງຢືນການສ້າງຕັ້ງ ແລະ ຂຶ້ນທະບຽນຫ້ອງທົດລອງສິ່ງແວດລ້ອມ ຂອງພາກລັດ ແລະ ເອກະຊົນ ໃນຂອບເຂດທົ່ວປະເທດ;
  5. ຄົ້ນຄວ້າການນຳ​ໃຊ້​ເຕັກໂນໂລຊີສືບຢັ່ງທາງໄກ ແລະ ລະ​ບົບຂໍ້ມູນ​ຂ່າວ​ສານ​ພູມ​ສາດ ເຂົ້າໃນການວາງແຜນຄຸ້ມຄອງ ແລະ ຕິດຕາມການນໍາໃຊ້ທີ່ດິນ, ນໍ້າ, ປ່າໄມ້, ແຮ່ທາດ, ສິ່ງແວດລ້ອມ ແລະ ໄພທໍາມະຊາດ;
  6. ຄົ້ນຄົ້ວາ ແລະ ພັດທະນາແບບຈໍາລອງ, ອຸທົກກະສາດ, ການນໍາໃຊ້ນໍ້າ, ການເຄື່ອນທີ່ຂອງນໍ້າ, ນໍ້າໃຕ້ດິນ, ຄຸນນະພາບນໍ້າ, ອາກາດ ແລະ ອື່ນໆ ເພື່ອຮັບໃຊ້ວຽກງານຄົ້ນຄ້ວາຊັບພະຍາກອນທໍາມະຊາດ ແລະ ສິ່ງແວດລ້ອມ ລວມທັງໄພທໍາມະຊາດ;
  7. ຄົ້ນຄ້ວາ ເຕັກ​ໂນ​ໂລ​ຊີ​ທີ່​ເໝາະ​ສົມ ແລະ ເປັນມິດກັບສິ່ງແວດລ້ອມ, ການປັບຕົວ ແລະ ຫຼຸດຜ່ອນຜົນກະທົບຂອງການປ່ຽນແປງດິນຟ້າອາກາດ, ລະບົບນິເວດວິທະຍາ ແລະ ພູມປັນຍາພື້ນບ້ານທີ່ເປັນທ່າແຮງໃຫ້ແກ່ການພັດທະນາເສດຖະກິດ-ສັງຄົມ;
  8. ຄົ້ນ​ຄ້ວາ ​ແລະ ນໍາ​ສະ​ເໜີຂັ້ນ​ເທີ​ງປັບປຸງ​ກົງຈັກ​ການຈັດ​ຕັ້ງ​ຂອງສະ​ຖາ​ບັນ, ຄຸ້ມ​ຄອງ, ກໍານົດ​ຕໍາ​ແໜ່ງງານ, ສ້າງ​ແຜນການ​ບໍາລຸງ, ກໍ່ສ້າງ, ສັບ​ຊ້ອນ​ພະນັກງານ-ລັດຖະກອນ ລວມທັງ​ການສົ່ງ​ເສີມບົດບາດຍິງ-ຊາຍ, ການ​ປະຕິບັດ​ນະ​ໂຍບາຍ ​ແລະ ວິ​ໄນ​ຕໍ່​ພະນັກງານ-ລັດຖະກອນ ​ຂອງສະ​ຖາ​ບັນ ​ໂດຍ​ປະສານ​ສົມທົບ​ກັບ​ພາກສ່ວນ​ທີ່​ກ່ຽວຂ້ອງ ​ຕາມ​ລະບຽບທີ່​ກໍານົດ;
  9. ຕິດຕາມ​ການ​ປະຕິບັດ​ສິດ, ໜ້າທີ່ ​ແລະ ຄວາມ​ຮັບຜິດຊອບ​ຂອງ​​ພະນັກງານ-ລັດຖະກອນ ທີ່​ຂຶ້ນ​ກັບ​ສິດ​ຄຸ້ມ​ຄອງ​ຂອງສະ​ຖາ​ບັນ ​ເພື່ອ​ສະ​ກັດ​ກັ້ນ​ປາກົດການ​ລະ​ເມີດ​ມະຕິ, ຄໍາ​ສັ່ງ, ​ກົດໝາຍ ​ແລະ ລະບຽບການ​ຕ່າງໆຂອງ​ລັດ;
  10. ຄຸ້ມ​ຄອງ, ຊີ້​ນໍາ, ຊຸກຍູ້, ຕິດຕາມ, ກວດກາ-ກວດກາ​ນ ​ແລະ ປະ​ເມີນ​ຜົນ​ການຈັດ​ຕັ້ງ​ປະຕິບັດ​ນະ​ໂຍບາຍ, ​ແຜນ​ຍຸດ​ທະ​ສາດ ​ແລະ ​ແຜນ​ງານ​ຕ່າງໆທີ່​ຕິດ​ພັນ​ກັບ​ວຽກງານຄົ້ນ​ຄວ້າ​ຊັບ​ພະ​ຍາ​ກອນ​ທຳ​ມະຊາດ ແລະ ສິ່ງ​ແວດ​ລ້ອມທີ່ວາງ​ອອກ​ໃນ​ແຕ່ລະ​ໄລຍະ;
  11. ພົວພັນ​ຮ່ວມ​ມື​ທັງ​ພາຍ​ໃນ, ​ຕ່າງປະ​ເທດ ​ແລະ ອົງການ​ຈັດ​ຕັ້ງ​ສາກົນຕ່າງໆ ​ເພື່ອ​ຂົນຂວາຍ​ການສະໜັບສະໜູນດ້ານ​ເຕັກນິກ​-ວິຊາ​ການ ​ແລະ ທຶນຮອນ​ເຂົ້າ​ໃນ​ວຽກງາ​ນການ​ຄົ້​ນ​ຄວ້າ​ຊັ​ບ​ພະ​ຍາ​ກອນ​ທຳ​ມະ​ຊາດ ແລະ ສິ່ງ​ແວດ​ລ້ອມ ຕາມ​ການ​ມອບໝາຍ ​ແລະ ການ​ເຫັນ​ດີ​ຂອງ​ຂັ້ນ​ເທີ​ງ;
  12. ຄຸ້ມ​ຄອງ, ບໍລິຫານ​ການ​ເງິນ, ຊັບ​ສິນ ​ແລະ ​ເອກະສານ​ຂອງສະ​ຖາ​ບັນ ພ້ອມ​ທັງ​ຂຶ້ນ​ແຜນການ, ງົບປະມານ ​ແລະ ສະຫຼຸບສັງ​ລວມການ​ເຄື່ອນ​ໄຫວ​ວຽກງານ​​ ຂອງສະ​ຖາ​ບັນ ​ຕໍ່​ຄະນະ​ນໍາກະຊວງ​ເປັນ​ແຕ່ລະ​ໄລຍະ;
  13. ປະຕິບັດໜ້າທີ່​ອື່ນ ຕາມ​ທີ່​ໄດ້​ກໍານົດ​ໄວ້​ໃນ​ກົດໝາຍ, ລະບຽບການ ​ແລະ ຕາມ​ການ​ມອບໝາຍຂອງຄະນະ​ນໍາ​ກະຊວງ.

ຂອບເຂດສິດ

  1. ອອກ​ຂໍ້​ຕົກລົງ, ຄຳສັ່ງ, ​ແຈ້ງ​ການ, ຄຳ​ແນະນຳ ແລະ ຄູ່ມືດ້ານ​ວິຊາ​ການ​ ກ່ຽວ​ກັບ​​ ວຽກ​ງານການຄົ້ນຄວ້າຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມຕາມຂອບເຂດສິດຂອງຕົນ;
  2. ເຊັນໜັງສືສະເໜີ,​ ບົດປະກອບຄຳເຫັນ,​ ບັດເຊີນ, ແຈ້ງການ, ສະໂໜດນຳສົ່ງ,​ ບົດລາຍງານ,​ ບົດບັນທຶກ ແລະ ອື່ນໆທີ່ກ່ຽວຂ້ອງກັບພາລະ​ບົດບາດ​ຂອງ ສະ​ຖາ​ບັນ;
  3. ສະ​ເໜີ​ຍ້ອງ​ຍໍ​ບຸກ​ຄົນ, ນິ​ຕິ​ບຸກ​ຄົນ ຫລື ອົງ​ການ​ຈັດ​ຕັ້ງ​ທີີ່​ມີຜົນ​ງານ​ດີ​ເດັ່ນ ໃນ​ການ​ຈັດ​ຕັ້ງ​ປະ​ຕິ​ບັດ​ວຽກ​ງານ ການ​ຄົ້ນ​ຄວ້າ​ຊັບ​ພະ​ຍາ​ກອນ​ທຳ​ມະ​ຊາດ ແລະ ສິ່ງ​ແວດ​ລ້ອມ;
  4. ຄຸ້ມຄອງ, ນຳໃຊ້ສຳນັກງານ, ວັດຖຸ-ອຸປະກອນ, ພາຫະນະຂອງລັດ, ງົບປະມານ ແລະ ລາຍຮັບວິຊາການ ຕາມລະບຽບການ;
  5. ອອກໃບຢັ້ງຢືນການສ້າງຕັ້ງ ແລະ ຂຶ້ນທະບຽນ ພ້ອມທັງກວດສອບ, ຢັ້ງຢືນ​​ຄຸນນະພາບ ແລະ ຄວາມຊັດ​ເຈນ ຫ້ອງທົດລອງສິ່ງແວດລ້ອມ ຂອງພາກລັດ ແລະ ເອກະຊົນ ໃນຂອບເຂດທົ່ວປະເທດ;
  6. ສະ​ເໜີ​ວ່າ​ຈ້າງ​ຊ່ຽວ​ຊານ, ພະ​ນັກ​ງານ​ຕາມ​ສັນ​ຍາ ຫລື ແຮງ​ງານ​ຊົ່ວ​ຄາວ ທັງ​ພາຍ​ໃນ ແລະ ຕ່າງ​ປະ​ເທດ ເພື່ອ​ຊວ່ຍ ແລະ ຮັບ​ໃຊ້​ວຽກ​ງານ​ວິ​ຊາ​ສະ​ເພາະ​ຕາມ​ສັນ​ຍາ ແລະ ແຫລ່ງ​ທຶນ​ຂອງ​ໂຄງ​ການ ຕາ​ມຄວາມ​ຮຽກ​ຮ້ອງ​ຕ້ອງ​ການ​ຂອງວຽກ​ງານ​ຕົວ​ຈິງ;
  7. ສະເໜີແຕ່ງຕັ້ງ, ຍົກຍ້າຍ, ປົດຕຳແໜ່ງ, ເລື່ອນຊັ້ນ, ເລື່ອນຂັ້ນ, ຍ້ອງຍໍ, ປະຕິບັດວິໄນ ແລະ ປະຕິບັດນະໂຍບາຍອື່ນໆ ຕໍ່ພະນັກງານ-ລັດ​ຖະ​ກອນ ທີ່ຢູ່ໃນຄວາມຮັບຜິດຊອບຂອງຕົນ;
  8.  ແຕ່ງຕັ້ງ ແລະ ສະ​ເໜີ​ແຕ່ງ​ຕັ້ງ​ພະນັກງານ-ລັດ​ຖະ​ກອນ ພາຍໃນ ສະ​ຖ​າ​ບັນ ເຂົ້າຮ່ວມກອງປະຊຸມ, ສໍາມະນາ, ຝຶກອົບຮົມ, ທັດສະນະສຶກສາ ຢູ່ພາຍໃນ ແລະ ຕ່າງປະເທດ;
  9. ເຈລະຈາ ແລະ ເຊັນສັນຍາ, ບົດບັນທຶກຄວາມເຂົ້າໃຈ ການຮວ່ມມືທາງດ້ານວິຊາການຂອງຂະແໜງການ ກັບອົງການຈັດຕັ້ງຕ່າງໆທັງພາຍໃນ ແລະ ຕ່າງປະເທດ ຕາມການມອບໝາຍ ຂອງລັດຖະມົນຕີວ່າການ;
  10. ປະຕິບັດສິດອື່ນໆຕາມ​ທີ່​ໄດ້​ກຳ​ນົດ​ໄວ້​ໃນ​ກົດ​ໝາຍ, ລະ​ບຽບ​ການ ແລະ ຕາມ​ການມອບ​ໝາຍ​ຂອງ​ຄະ​ນະ​ນຳ​ກະ​ຊວງ.