ໜ້າທີ່ ແລະ ຂອບເຂດສິດ
ໜ້າທີ່
- ປະຕິບັດກົດໝາຍ ແລະ ມະຕິຕົກລົງ, ດຳລັດ, ຂໍ້ຕົກລົງ, ຄຳສັ່ງ ແລະ ແຈ້ງການ ກ່ຽວກັບ ວຽກງານ ຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມວາງອອກ;
- ຄົ້ນຄວ້າ, ຫັນເອົາແນວທາງນະໂຍບາຍຂອງພັກ, ນະໂຍບາຍ, ຍຸດທະສາດ, ແຜນການ ແລະ ມະຕິຕົກລົງ ຂອງລັດຖະບານ, ຂອງກະຊວງ ຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມ ກ່ຽວກັບ ວຽກງານ ຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມ ມາເປັນແຜນຍຸດທະສາດ, ແຜນການ, ແຜນງານ ແລະ ໂຄງການລະອຽດຂອງຕົນ ພ້ອມທັງຮັບຜິດຊອບ ໃນການຈັດຕັ້ງປະຕິບັດໃຫ້ໄດ້ຮັບຜົນດີ ແລະ ປາກົດຜົນເປັນຈິງ;
- ຕິດຕາມ ແລະ ວິໄຈຄຸນນະພາບສິ່ງແວດລ້ອມ: ອາກາດ, ດິນ, ນ້ຳ, ສິ່ງລົບກວນ (ສຽງ, ແສງ, ກິ່ນ, ຄວາມສັ່ນສະເທືອນ), ສານເຄມີ ແລະ ສ້າງເຄືອຂ່າຍຕິດຕາມຄຸນນະພາບສິ່ງແວດລ້ອມ;
- ຄົ້ນຄ້ວາ, ນໍາສະເໜີຂັ້ນເທິງ ອອກໃບຢັ້ງຢືນການສ້າງຕັ້ງ ແລະ ຂຶ້ນທະບຽນຫ້ອງທົດລອງສິ່ງແວດລ້ອມ ຂອງພາກລັດ ແລະ ເອກະຊົນ ໃນຂອບເຂດທົ່ວປະເທດ;
- ຄົ້ນຄວ້າການນຳໃຊ້ເຕັກໂນໂລຊີສືບຢັ່ງທາງໄກ ແລະ ລະບົບຂໍ້ມູນຂ່າວສານພູມສາດ ເຂົ້າໃນການວາງແຜນຄຸ້ມຄອງ ແລະ ຕິດຕາມການນໍາໃຊ້ທີ່ດິນ, ນໍ້າ, ປ່າໄມ້, ແຮ່ທາດ, ສິ່ງແວດລ້ອມ ແລະ ໄພທໍາມະຊາດ;
- ຄົ້ນຄົ້ວາ ແລະ ພັດທະນາແບບຈໍາລອງ, ອຸທົກກະສາດ, ການນໍາໃຊ້ນໍ້າ, ການເຄື່ອນທີ່ຂອງນໍ້າ, ນໍ້າໃຕ້ດິນ, ຄຸນນະພາບນໍ້າ, ອາກາດ ແລະ ອື່ນໆ ເພື່ອຮັບໃຊ້ວຽກງານຄົ້ນຄ້ວາຊັບພະຍາກອນທໍາມະຊາດ ແລະ ສິ່ງແວດລ້ອມ ລວມທັງໄພທໍາມະຊາດ;
- ຄົ້ນຄ້ວາ ເຕັກໂນໂລຊີທີ່ເໝາະສົມ ແລະ ເປັນມິດກັບສິ່ງແວດລ້ອມ, ການປັບຕົວ ແລະ ຫຼຸດຜ່ອນຜົນກະທົບຂອງການປ່ຽນແປງດິນຟ້າອາກາດ, ລະບົບນິເວດວິທະຍາ ແລະ ພູມປັນຍາພື້ນບ້ານທີ່ເປັນທ່າແຮງໃຫ້ແກ່ການພັດທະນາເສດຖະກິດ-ສັງຄົມ;
- ຄົ້ນຄ້ວາ ແລະ ນໍາສະເໜີຂັ້ນເທີງປັບປຸງກົງຈັກການຈັດຕັ້ງຂອງສະຖາບັນ, ຄຸ້ມຄອງ, ກໍານົດຕໍາແໜ່ງງານ, ສ້າງແຜນການບໍາລຸງ, ກໍ່ສ້າງ, ສັບຊ້ອນພະນັກງານ-ລັດຖະກອນ ລວມທັງການສົ່ງເສີມບົດບາດຍິງ-ຊາຍ, ການປະຕິບັດນະໂຍບາຍ ແລະ ວິໄນຕໍ່ພະນັກງານ-ລັດຖະກອນ ຂອງສະຖາບັນ ໂດຍປະສານສົມທົບກັບພາກສ່ວນທີ່ກ່ຽວຂ້ອງ ຕາມລະບຽບທີ່ກໍານົດ;
- ຕິດຕາມການປະຕິບັດສິດ, ໜ້າທີ່ ແລະ ຄວາມຮັບຜິດຊອບຂອງພະນັກງານ-ລັດຖະກອນ ທີ່ຂຶ້ນກັບສິດຄຸ້ມຄອງຂອງສະຖາບັນ ເພື່ອສະກັດກັ້ນປາກົດການລະເມີດມະຕິ, ຄໍາສັ່ງ, ກົດໝາຍ ແລະ ລະບຽບການຕ່າງໆຂອງລັດ;
- ຄຸ້ມຄອງ, ຊີ້ນໍາ, ຊຸກຍູ້, ຕິດຕາມ, ກວດກາ-ກວດການ ແລະ ປະເມີນຜົນການຈັດຕັ້ງປະຕິບັດນະໂຍບາຍ, ແຜນຍຸດທະສາດ ແລະ ແຜນງານຕ່າງໆທີ່ຕິດພັນກັບວຽກງານຄົ້ນຄວ້າຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມທີ່ວາງອອກໃນແຕ່ລະໄລຍະ;
- ພົວພັນຮ່ວມມືທັງພາຍໃນ, ຕ່າງປະເທດ ແລະ ອົງການຈັດຕັ້ງສາກົນຕ່າງໆ ເພື່ອຂົນຂວາຍການສະໜັບສະໜູນດ້ານເຕັກນິກ-ວິຊາການ ແລະ ທຶນຮອນເຂົ້າໃນວຽກງານການຄົ້ນຄວ້າຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມ ຕາມການມອບໝາຍ ແລະ ການເຫັນດີຂອງຂັ້ນເທີງ;
- ຄຸ້ມຄອງ, ບໍລິຫານການເງິນ, ຊັບສິນ ແລະ ເອກະສານຂອງສະຖາບັນ ພ້ອມທັງຂຶ້ນແຜນການ, ງົບປະມານ ແລະ ສະຫຼຸບສັງລວມການເຄື່ອນໄຫວວຽກງານ ຂອງສະຖາບັນ ຕໍ່ຄະນະນໍາກະຊວງເປັນແຕ່ລະໄລຍະ;
- ປະຕິບັດໜ້າທີ່ອື່ນ ຕາມທີ່ໄດ້ກໍານົດໄວ້ໃນກົດໝາຍ, ລະບຽບການ ແລະ ຕາມການມອບໝາຍຂອງຄະນະນໍາກະຊວງ.
ຂອບເຂດສິດ
- ອອກຂໍ້ຕົກລົງ, ຄຳສັ່ງ, ແຈ້ງການ, ຄຳແນະນຳ ແລະ ຄູ່ມືດ້ານວິຊາການ ກ່ຽວກັບ ວຽກງານການຄົ້ນຄວ້າຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມຕາມຂອບເຂດສິດຂອງຕົນ;
- ເຊັນໜັງສືສະເໜີ, ບົດປະກອບຄຳເຫັນ, ບັດເຊີນ, ແຈ້ງການ, ສະໂໜດນຳສົ່ງ, ບົດລາຍງານ, ບົດບັນທຶກ ແລະ ອື່ນໆທີ່ກ່ຽວຂ້ອງກັບພາລະບົດບາດຂອງ ສະຖາບັນ;
- ສະເໜີຍ້ອງຍໍບຸກຄົນ, ນິຕິບຸກຄົນ ຫລື ອົງການຈັດຕັ້ງທີີ່ມີຜົນງານດີເດັ່ນ ໃນການຈັດຕັ້ງປະຕິບັດວຽກງານ ການຄົ້ນຄວ້າຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມ;
- ຄຸ້ມຄອງ, ນຳໃຊ້ສຳນັກງານ, ວັດຖຸ-ອຸປະກອນ, ພາຫະນະຂອງລັດ, ງົບປະມານ ແລະ ລາຍຮັບວິຊາການ ຕາມລະບຽບການ;
- ອອກໃບຢັ້ງຢືນການສ້າງຕັ້ງ ແລະ ຂຶ້ນທະບຽນ ພ້ອມທັງກວດສອບ, ຢັ້ງຢືນຄຸນນະພາບ ແລະ ຄວາມຊັດເຈນ ຫ້ອງທົດລອງສິ່ງແວດລ້ອມ ຂອງພາກລັດ ແລະ ເອກະຊົນ ໃນຂອບເຂດທົ່ວປະເທດ;
- ສະເໜີວ່າຈ້າງຊ່ຽວຊານ, ພະນັກງານຕາມສັນຍາ ຫລື ແຮງງານຊົ່ວຄາວ ທັງພາຍໃນ ແລະ ຕ່າງປະເທດ ເພື່ອຊວ່ຍ ແລະ ຮັບໃຊ້ວຽກງານວິຊາສະເພາະຕາມສັນຍາ ແລະ ແຫລ່ງທຶນຂອງໂຄງການ ຕາມຄວາມຮຽກຮ້ອງຕ້ອງການຂອງວຽກງານຕົວຈິງ;
- ສະເໜີແຕ່ງຕັ້ງ, ຍົກຍ້າຍ, ປົດຕຳແໜ່ງ, ເລື່ອນຊັ້ນ, ເລື່ອນຂັ້ນ, ຍ້ອງຍໍ, ປະຕິບັດວິໄນ ແລະ ປະຕິບັດນະໂຍບາຍອື່ນໆ ຕໍ່ພະນັກງານ-ລັດຖະກອນ ທີ່ຢູ່ໃນຄວາມຮັບຜິດຊອບຂອງຕົນ;
- ແຕ່ງຕັ້ງ ແລະ ສະເໜີແຕ່ງຕັ້ງພະນັກງານ-ລັດຖະກອນ ພາຍໃນ ສະຖາບັນ ເຂົ້າຮ່ວມກອງປະຊຸມ, ສໍາມະນາ, ຝຶກອົບຮົມ, ທັດສະນະສຶກສາ ຢູ່ພາຍໃນ ແລະ ຕ່າງປະເທດ;
- ເຈລະຈາ ແລະ ເຊັນສັນຍາ, ບົດບັນທຶກຄວາມເຂົ້າໃຈ ການຮວ່ມມືທາງດ້ານວິຊາການຂອງຂະແໜງການ ກັບອົງການຈັດຕັ້ງຕ່າງໆທັງພາຍໃນ ແລະ ຕ່າງປະເທດ ຕາມການມອບໝາຍ ຂອງລັດຖະມົນຕີວ່າການ;
- ປະຕິບັດສິດອື່ນໆຕາມທີ່ໄດ້ກຳນົດໄວ້ໃນກົດໝາຍ, ລະບຽບການ ແລະ ຕາມການມອບໝາຍຂອງຄະນະນຳກະຊວງ.