ສະຖາບັນ​ຄົ້ນຄວ້າ​ ຊັບພະຍາກອນ​ທຳມະຊາດ​ ແລະ​ ສິ່ງແວດລ້ອມ

Natural Resources and Environment Research Institute (NRERI)

ກອງປະຊຸມ ລາຍງານຜົນກ່ຽວກັບການລົງເກັບກຳຂໍ້ມູນ ແລະ ເກັບຕົວຢ່າງນ້ຳສີ ຂອງໂຮງງານນ້ຳສີທີ່ຜະຫຼິດຢູ່ພາຍໃນປະເທດ ແລະ ນ້ຳສີເຂົ້າມາຈຳໜ່າຍພາຍໃນນະຄອນຫຼວງວຽງຈັນ, ແຂວງ ບໍລິຄຳໄຊ ແລະ ຈຳປາສັກ ທີ່ຫ້ອງທົດລອງສິ່ງແວດລ້ອມ ສຄສຊສ

ໃນວັນທີ່ 21 ພືດສະພາ ທີ່ຜ່ານມາ ສະຖາບັນຄົ້ນຄວ້າ ແລະ ສະຖິຕິ ຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມ ສຄສຊສ ໄດ້ຈັດກອງປະຊຸມ ລາຍງານຜົນກ່ຽວກັບການລົງເກັບກຳຂໍ້ມູນ ແລະ ເກັບຕົວຢ່າງນ້ຳສີ ຂອງໂຮງງານນ້ຳສີທີ່ຜະຫຼິດຢູ່ພາຍໃນປະເທດ ແລະ ນ້ຳສີເຂົ້າມາຈຳໜ່າຍພາຍໃນນະຄອນຫຼວງວຽງຈັນ, ແຂວງ ບໍລິຄຳໄຊ, ແລະ ຈຳປາສັກ. ທີ່ຫ້ອງທົດລອງສິ່ງແວດລ້ອມ ສຄສຊສໂດຍການເປັນປະທານ ຂອງທ່ານ ນາງ ເຊຕຸວັນ ພັນທະພົງສາ, ຮອງຫົວໜ້າ ສຄສຊສ, ວິຊາການຈາກກົມທີ່ກ່ຽວຂອງທັງພາຍໃນ ກຊສ ເຊັ່ນ: ຫ້ອງການ, ກົມນິຕິກຳ, ກົມສິ່ງແວດລ້ອມ, ກົມຕິດຕາມ ແລະ ກວດກາມົນລະພິດ, ກົມແຜ່ນການ ແລະ ການເງິນ ແລະ ຈາກບັນດາກະຊວງທີ່ກ່ຽວຂອງເຊັ່ນ: ກົມການຄ້າພາຍໃນ, ກົມອຸດສາຫະກຳ ກະຊວງ ອຸດສາຫະກຳ ແລະ ການຄ້າ, ກົມອາຫານ ແລະ ຢາ ກະຊວງ ສາທາລະນາ, ກົມພາສີ ກະຊວງ ການເງິນ, ກົມມາດຕະຖານ ແລະ ວັດແທກ ກະຊວງວິທະຍາສາດ ແລະ ເຕັກໂນໂລຊີ, ພະແນກ ຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມ ນະຄອນຫຼວງ. ຈຸດປະສົງຂອງປະຊຸ່ມແມ່ນເພື່ອປືກສາຫາລືກ່ຽວກັບຜົນການລົງເກັບກຳຂໍ້ມູນ ແລະ ການຫວ່າງມາດຕະການໃນການຕິຕາມກວດການ້ຳສີໃນຕໍ່ໜ້າ

ກອງປະຊຸມໄດ້ນຳສະເໜິຄວາມເປັນມາຂອງໂຄງການ ແລະ ບົດການສຶກສາຄົ້ນຄວ້າສານຊືນ(Lead, Pb)ໃນນ້ຳສີ. ໂດຍສະເພາະ ການລົງເກັບກຳຂໍ້ມູນ ແລະ ເກັບຕົວຢ່າງນ້ຳສີທີ່ຜະຫຼິດໃນ ສປປລ ແລະ ນຳເຂົ້າຈາກຕ່າງປະເທດຕົວຢ່າງທີ່ມີໂຮງງານຜະຫຼິດຢູ່ພາຍໃນປະເທດ ຢູ່ນະຄອນຫຼວງວຽງຈັນ 5 ແຫ່ງ, ແຂວງຈຳປາສັກ 1 ແຫ້ງ ແລະ ຕົວຢ່າງນ້ຳສີທີ່ຈຳນາຍໃນນະຄອນຫຫຼວງວຽງຈັນ, ບໍລິຄຳໄຊ ແລະ ຈຳປາສັກ ຈຳນວນ150ຕົວຢ່າງ ໃນນັ້ນນໍ້າສີທີ່ນຳເຂົ້າຈາກຕ່າງປະເທດຈຳນວນ95 ຕົວຢ່າງ. ໃນຈຳນວນທັງໝົດ150ຕົວຢ່າງ ພົບສານຊືນ (Lead, Pb) ໃນນ້ຳສີເກີນມາດຕະຖານ ຈຳນວນ 8 ຕົວຢ່າງ, ມາດຕະຖານນ້ຳສີໄດ້ປະກາດນຳໃຊ້ສະບັບເລກທີ່ 1073/ສນຍ-ອວຕຊ ລົງວັນທີ່23 ມິຖຸນາ 2009 (ສີນ້ຳ) ແລະ ສະບັບເລກທີ່ 1074/ສນຍ-ອວຕຊ ລົງວັນທີ່ 23 ມິຖຸນາ 2009 (ສີນ້ຳມັນ)ໄດ້ກຳນົດສານຊືນໃນນ້ຳສີ 0,06%(600mg/kg ຫຼື 600ppm) ມາດຕະຖານດັ່ງກ່າວໄດ້ກຳນົດເປັນມາດຕະຖານນຳໃຊ້ແບບສະໝັກໃຈ. ຊຶ່ງກອງປະຊຸ່ມໄດ້ມີການປືກສາຫາລືເພື່ອຫວາງແຜ່ນການການຄຸ່ມຄອງການນ້ຳເຂົ້າ ແລະ ການຜະຫຼິດນ້ຳສີໃນອານາຄົດ.